Thursday, March 20, 2025

“ລູກນໍ້າ–ທິດາລັດ ວົງສິລິ” ເລີ່ມສ້າງຫ້ອງຮຽນເພື່ອນ້ອງໆ ຢູ່ເມືອງປາກງື່ມ ນະຄອນຫຼວງວຽງຈັນ

ພາບປະກອບ

ດາລາສາວໃຈບຸນ “ລູກນໍ້າ – ທິດາລັດ ວົງສິລິ” ເຜີຍພາບການເລີ່ມລົງມືກໍ່ສ້າງຫ້ອງຮຽນ ທີ່ໂຮງຮຽນປະຖົມຢູ່ເມືອງປາກງື່ມ ນະຄອນຫຼວງວຽງຈັນ ຫຼັງຈາກທີ່ເລີ່ມລະດົມທຶນກໍ່ສ້າງມາໄດ້ໜຶ່ງ ແນວໃດກໍຕາມ ຍັງຂາດປັດໄຈອີກຈຳນວນຫຼາຍ ລູກນໍ້າ ລະບຸ.

ພາບປະກອບ

ຮູບພາບການເລີ່ມກໍ່ສ້າງຫ້ອງຮຽນຖືກເຜີຍແຜ່ອອກມາຜ່ານທາງອິນສະຕາແກຣມສ່ວນ ຕົວຂອງ ລູກນໍ້າ ທິດາລັດ ເອງເມື່ອວັນທີ ທັນວາ ທີ່ຜ່ານມາ

ພາບປະກອບ

ລູກນໍ້າ ກ່າວວ່າ ວັດສະດຸການກໍ່ສ້າງ ໂດຍສະເພາະແມ່ນເຫຼັກເສັ້ນ ແມ່ນໄດ້ຂົນສົ່ງມາຈາກຕົວເມືອງ ເນື່ອງຈາກເຂດບ້ານດັ່ງກ່າວຂອງ ເມືອງປາກງື່ມມີແຕ່ເຫຼັກນ້ອຍ ແລະ ຍັງມີການຂົນສົ່ງເຄື່ອງໄປທີ່ຈຸດກໍ່ສ້າງອີກຫຼາຍຢ່າງ

ທັງນີ້ ລູກນໍ້າລະບຸວ່າ ຕອນນີ້ເຖິງວ່າຈະມີການຊ່ວຍເຫຼືອເຂົ້າມາແລ້ວສ່ວນໜຶ່ງແຕ່ຍັງຂາດປັດໄຈອີກຫຼວງຫຼາຍ ພ້ອມທັງບອກວ່າ ເປີດຮັບທັງແຮງກາຍ ແຮງໃຈ ແລະ ແຮງເງິນເປັນທຶນ ທີ່ຕ້ອງການຊ່ວຍເຫຼືອໃນໂຄງການກໍ່ສ້າງຫ້ອງຮຽນຫຼັງນີ້ ສຳລັບຂໍ້ມູນກ່ຽວກັບການບໍລິ ຈາກສາມາດເບິ່ງໄດ້ຈາກໂພສຕົ້ນສະບັບໃນອິນສະຕາແກຣມຂອງດາລາສາວ

ພາບປະກອບ

ສຳລັບໂຄງການກໍ່ສ້າງສ້ອມແປງຫ້ອງຮຽນ ຢູ່ໂຮງຮຽນປະຖົມບ້ານໂພນຂາມ ເມືອງປາກງື່ມ ນະຄອນຫຼວງວຽງຈັນນີ້ ລູກນໍ້າ ໄດ້ກ່າວໄວ້ກ່ອນໜ້ານີ້ວ່າ ມູນຄ່າການກໍ່ສ້າງທັງໝົດແມ່ນຫຼາຍກວ່າ 26 ລ້ານກີບ.

ພາບປະກອບ

ເຫດຜົນທີ່ສາວຄົນນີ້ເລືອກທີ່ຈະມາຊ່ວຍເຫຼືອກໍ່ສ້າງສ້ອມແປງຫ້ອງຮຽນໃນໂຮງຮຽນດັ່ງກ່າວ ກໍຍ້ອນໄປພົບເຫັນສະພາບທີ່ບໍ່ເອື້ອອຳນວຍຕໍ່ການຮຽນຂອງຫ້ອງຮຽນ.

ພາບປະກອບ

ເຊິ່ງຜູ້ກ່ຽວກ່າວໄວ້ວ່າ ເປັນຫ້ອງຮຽນທີ່ເປີດໂລ່ງ ບໍ່ມີຝາແອ້ມ ເຮັດໃຫ້ຫຍຸ້ງຍາກຕໍ່ການຮຽນການສອນໃນໄລຍະຍາມຝົນ ແລະ ຍາມໜາວ.

ພາບປະກອບ
ພາບປະກອບ

ແຫຼ່ງຂໍ້ມູນ: SOKVIEKDER

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່