ເຮືອນArts and Cultures

Arts and Cultures

ປະຫວັດຄວາມເປັນມາຂອງ “ຊົນເຜົ່າລາຫູ”

ຊົນເຜົ່າລາຫູ ມີຖິ່ນຖານພູມລຳເນົາເດີມຢູ່ທາງທິດຕາເວັນຕົກສຽງໃຕ້ຂອງປະເທດຈີນ ແລະ ໄດ້ອົບພະຍົບລົງມາທາງໃຕ້, ປັດຈຸບັນຊົນເຜົ່າລາຫູ ດຳລົງຊີວິດ ແລະ ຕັ້ງພູມລຳເນົາຢູ່ບັນດາແຂວງພາກເໜືອຂອງລາວເຊັ່ນ: ແຂວງຫຼວງນ້ຳທາ ແລະ ບໍ່ແກ້ວ ນອກຈາກນີ້ແລ້ວ ຊົນເຜົ່າລາຫູ ຍັງມີຢູ່ພາກໃຕ້ຂອງຈີນ, ມຽນມາ, ຫວຽດນາມ ແລະ...

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.

ວັດໄຕໃຫຍ່ສີສະຫວ່າງ ອີກໜຶ່ງວັດເກົ່າແກ່ໃນ ນະຄອນຫຼວງວຽງຈັນ

ວັດໄຕໃຫຍ່ ສີສະຫວ່າງ ທີ່ຕັ້ງຢູ່ບ້ານ ວັດໄຕໃຫຍ່, ເມືອງ​ ສີໂຄດຕະບອງ​, ນະຄອນຫຼວງວຽງຈັນ​ ເປັນອີກໜຶ່ງວັດທີ່ເກົ່າແກ່ ໃນນະຄອນຫຼວງ ວຽງຈັນ ທີ່ມີປະຫວັດຄວາມເປັນມາທີ່ໜ້າສົນໃຈ ໂດຍສະເພາະແມ່ນ ພຣະທາດໄຕໃຫ່ຍ ສີສະຫວ່າງວົງ.​

“ຜ້າໄໝລາວ” ການອະນຸລັກ ແລະ ການປ່ຽນແປງ

ການອະນຸລັກ “ຜ້າໄໝລາວ” ມີຄວາມໝາຍວ່າ ລວດລາຍສີໄມ້ລາຍມືໃນຜືນຜ້າໃໝລາວ ຂອງບັນດາຊົນເຜົ່າຊາດລາວຕັ້ງແຕ່ເດີມມາເຖິງປັດຈຸບັນ ແມ່ນໄດ້ກາຍເປັນວັດທະນະທຳລາວມາແຕ່ບູຮານນະການ ຈຶ່ງຕ້ອງໄດ້ ອະນຸລັກ ແລະ ປົກປ້ອງຮັກສາໄວ້ໃຫ້ຄົງຢູ່ຢ່າງເປັນນິລັນດອນ ເຊິ່ງໄດ້ກາຍເປັນເອກະລັກຂອງຜ້າໄໝລາວ.

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

“ພຣະເຈົ້າສິງຄຳ” ພຣະພຸດທະຮູບອົງສັກສິດແຫ່ງແຂວງອຸດົມໄຊ

ພຣະເຈົ້າສິງຄຳ, ເປັນໜື່ງໃນພຣະພຸດທະຮູບທີ່ເກົ່າແກ່ ແລະ ສັກສິດຈຳນວນຫ້າພຣະອົງ ໃນສະໄໝເຈົ້າຟ້າງູ່ມມະຫາຣາຊ ໄດ້ອະຣາທະນາອັງເຊີນຂື້ນໄປປະດິດສະຖານໃນບັນດາເຂດແຄວ້ນທາງພາກເໜືອ ຕາມສາຍແມ່ນໍ້າອູຂອງອານາຈັກລາວລ້ານຊ້າງເມື່ອ 650 ປີຜ່ານມາ, ແຕ່ບໍໄດ້ເຖີງເປົ້າໝາຍເຮືອແພໄດ້ຈົມຢູ່ສາມຫຼ່ຽມປາກແມ່ນໍ້າເປັນເວລາເຫີນນານ ຈົນມີຄົນຫາປາຂວ່າງແຫໄປຂ້ອງຄາ ສິບບ້ານຊ່າຫ້າບ້ານລືໄຜໆກໍບໍສາມາດເອົາຂື້ນມາໄດ້.

ວັດມະໂນຣົມ ນະຄອນຫຼວງພະບາງ

ວັດມະໂນຣົມ ເປັນວັດທີ່ມີພະພຸດທະຮູບທີ່ເກົ່າແກ່ທີ່ສຸດໃນປະເທດລາວ ຖືກສ້າງຂື້ນ ໃນສະໄໝພຣະເຈົ້າສາມແສນໄທ ພຣະລາຊະໂອລົດຂອງເຈົ້າຟ້າງຸ່ມ ໃນຊ່ວງທ້າຍພຸດສັດຕະວັດທີ 19 ແຕ່ກ່ອນພຣະພຸດທະຮູບອົງນີ້ມີນໍ້າໜັກ 12 ໂຕນ, ບາງສ່ວນຂອງພະພຸດທະຮູບຖືກທຳລາຍຈາກການໂຈມຕີ ຂອງກຸ່ມຫຍໍ້ທຸງດຳ ໃນປີ 1887 ແລະ ຖືກນຳມາປະດິດສະຖານບູລະນະຄືນໃໝ່ໃນປີ 1917, ໂດຍສ້າງພຣະອຸໂບສົດຫຼັງໃໝ່.