Economy

ປັບລາຄາໄຟຟ້າໃໝ່! ແຈ້ງການຈາກສຳນັກງານນາຍົກລັດຖະມົນຕີ

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ອອກແຈ້ງການ ເລກທີ 394/ຫສນຍ ລົງວັນທີ 19 ມີນາ 2020 ເລື່ອງການປັບປຸງໂຄງສ້າງລາຄາໄຟຟ້າ ແຕ່ລະໄລຍະ 1/5/2020 ເຖິງ 31/12/2025 ໂດຍເຫັນດີຮັບຮອງເອົາລາຄາໄຟຟ້າ ແຕ່ ປີ 2020-2025...

ຄວາມແຕກຕ່າງກັນ ລະຫວ່າງດ່ານສາກົນ ດ່ານປະເພນີ ແລະດ່ານທ້ອງຖິ່ນ

ໃນເອກະສານ ສະຖິຕິຂະແໜງການ ໂຍທາທິການ ແລະຂົນສົ່ງ ປີ 2016 ຂອງກະຊວງໂຍທາທິການ ແລະຂົນສົ່ງ ໄດ້ຂຽນໄວ້ວ່າ: * ດ່ານສາກົນ: ແມ່ນສາມາດເຂົ້າ-ອອກໄດ້ທັງຄົນລາວ ແລະ ຄົນຕ່າງປະເທດ. ...

ໂຄວິດ-19 ສົ່ງຜົນກະທົບຕໍ່ຄົນຊື້ໂຄສະນາໃນເຟສບຸກ

ຜູ້ຊື້ໂຄສະນາຜ່ານເຟສບຸກ ໃນ ສປປ.ລາວ ຕ້ອງໄດ້ປັບຕົວ ເພາະວ່າເຟສບຸກອອກປະກາດວ່າ ວິກິດ ໂຄວິດ-19 ໃນທົ່ວໂລກ ໄດ້ສົ່ງຜົນກະທົບ ເຮັດໃຫ້ພະນັກງານພິຈາລະນາເນື້ອໃນ ແລະໂຄສະນາໃນເຟສບຸກ ຈຳເປັນຕ້ອງກັບໄປພັກຜ່ອນຢູ່ບ້ານ ຈຶ່ງເຮັດໃຫ້ການກວດສອບເນື້ອໃນໂຄສະນາເທິງເຟສບຸກ ອາດຈະໃຊ້ເວລາດົນກວ່າປົກກະຕິ. ຜົນກະທົບໃນເທື່ອນີ້, ຈະເຮັດໃຫ້ເນື້ອໃນທີ່ມີການແກ້ໄຂຮູບພາບ, ຂໍ້ຄວາມ ລວມເຖິງລິ້ງຕ່າງໆ...

ບາງປ້ຳນ້ຳມັນເຊື້ອໄຟ ຍັງບໍ່ລົງລາຄາຕາມການແຈ້ງການ!

ຖິງແມ່ນວ່າ ກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການໃຫ້ປັບລົງລາຄາ ຂາຍຍ່ອຍນ້ຳມັນເຊື້ອໄຟ ທຸກປະເພດໃນ ຂອບເຂດທົ່ວປະເທດ ເລີ່ມແຕ່ວັນທີ 7 ມີນາ 2020 ເປັນຕົ້ນມາ, ແຕ່ສັງເກດເຫັນວ່າ ຮອດປະຈຸບັນນີ້ ຍັງປະກົດມີບາງປ້ຳຂາຍຍ່ອຍບໍ່ລົງລາຄາຕາມການແຈ້ງການໂດຍສະເພາະແມ່ນປ້ຳທີ່ຢູ່ຮ່າງໄກຈາກເທດສະບານແຂວງ...

ສຳເລັດການຕິດຕັ້ງເສົາທຳອິດ ໂຄງການລະບົບຕາຂ່າຍຫຼັງສະຖານີເສັ້ນທາງລົດໄຟ ລາວ-ຈີນ

ບໍ­ລິ­ສັດ ວິ­ສະ­ວະ­ກຳ​ໄຟ­ຟ້າ ອູ​ຫັ່ນ​ລົດ­ໄຟ ແຫ່ງ ສປ ຈີນ ຮັບ​ເໝົາ​ກໍ່­ສ້າງ​ວິ­ສະ­ວະ­ກຳ​ລະ­ບົບ​ຕາ​ຂ່າຍ ຫຼັງ​ສະ­ຖາ­ນີ​ຂອງ​ເສັ້ນ­ທາງ​ລົດ­ໄຟ ລາວ-ຈີນ ໄດ້​ຕິດ​ຕັ້ງ​ເສົາ​ຕາ​ຂ່າຍ​ທຳ​ອິດ​ຂອງ​ໂຄງ­ການ​ລະ­ບົບ​ຕາ​ຂ່າຍ ຫຼັງ​ສະ­ຖາ­ນີ​ເສັ້ນ­ທາງ​ລົດ­ໄຟ ລາວ-ຈີນ ເຂດ​ບ້ານ​ນາ​ເລົ່າ ເມືອງ​ໂພນ​ໂຮງ ແຂວງ​ວຽງ​ຈັນ. ສຳ­ເລັດ​ໃນ​ວັນ​ທີ 15 ມີ­ນາ...

ບໍລິສັດ ພູເບ້ຍ ມາຍນິງ ມອບເງິນປັນຜົນໃຫ້ລັດຖະບານລາວ 21 ລ້ານໂດລາ

ເມື່ອບໍ່ດົນມານີ້, ບໍລິສັດ ພູເບ້ຍ ມາຍນິງ ໄດ້ມອບເງິນປັນຜົນ ປະຈຳປີ 2019 ຈໍານວນທັງໝົດ 21 ລ້ານໂດລາສະຫະລັດ ໃຫ້ແກ່ລັດຖະບານລາວໃນນາມຜູ້ຖືຮຸ້ນ ຊຶ່ງເປັນການປະກອບສ່ວນດ້ານການເງິນທີ່ສໍາຄັນຢ່າງຕໍ່ ເນື່ອງໃຫ້ແກ່ລັດຖະບານ. ນອກຈາກເງິນປັນຜົນ ຍັງມີການຖອກພັນທະອື່ນໆເຊັ່ນ: ຄ່າຊັບພະຍາກອນແຮ່ທາດ, ອາກອນກ່ຽວ...

ຜູ້ປະກອບການ ສະເຫນີລັດຖະບານຜ່ອນຜັນບາງບັນຫາ ຫລັງໂຄວິດພົ່ນພິດ

ທີ່ນະຄອນຫລວງວຽງຈັນ, ຜູ້ປະກອບການຈາກທຸກຂະແຫນງການຕ່າງ ໄດ້ຮີບຮ້ອນປຶກສາຫາລື ແລະ ຂຸ້ນຂ້ຽວຊອກຫາທາງອອກແກ້ໄຂຜົນກະທົບຈາກການລະບາດພະຍາດໂຄວິດ-2019 ພາຍຫລັງອຸດສາຫະກໍາທ່ອງທ່ຽວ ແລະ ທຸກລະກິດອື່ນໆ ໄດ້ຮັບກະທົບໂດຍກົງ ເຊິ່ງກອງປະຊຸມຄັ້ງແມ່ນນໍາເອົາຄວາມຄິດຄວາມເຫັນ ແລະ ຂໍ້ມູນຕົວຈາກຜູ້ປະກອບການເພື່ອນໍາໄປສະເຫນີຕໍ່ຢູ່ກອງປະຊຸມລັດຖະບານຈະມີຂຶ້ນລະຫວ່າງວັນທີ 11 ມີນາ 2020 ນີ້. ບັນຫາສ່ວນໃຫຍ່ ແມ່ນເລັ່ງໃສ່ເລື່ອງນະໂຍບາຍຫລຸດຢ່ອນຜ່ອນຜັນການເສຍພັນທະອາກອນ,...

ໂສມ ແລະ ກາເຟເມືອງດາກຈຶງ ສິນຄ້າທີ່ໄດ້ຮັບຄວາມນິຍົມຫຼາຍຂຶ້ນ!!!

ເມື່ອບໍ່ດົນມານີ້: ທ່ານ ໄພສະໝອນ ເລຂາໜ່ວຍພັກຫ້ອງການກະສິກໍາ ແລະ ປ່າໄມ້ເມືອງດາກຈຶງ ກ່າວຕໍ່ກອງປະຊຸມໃຫຍ່ຄັ້ງທີ XV ອົງຄະນະພັກເມືອງໃນຫົວຂໍ້“ການສົ່ງເສີມການຜະລິດເປັນສິນຄ້າ”ວ່າ: ພວກເຮົາໄດ້ເອົາ ໃຈໃສ່ຊີ້ນໍາພະນັກງານວິຊາການປະຕິບັດໜ້າທີ່ໂດຍອີງໃສ່ 3 ເສົາຄໍ້າ 4 ແຜນງານຂອງກະຊວງກະສິກໍາ ແລະ ປ່າໄມ້ໂດຍສະເພາະແຜນງານທີ 2 ທີ່ສົ່ງເສີມການຜະລິດກະສິກໍາເປັນສິນຄ້າ. 5 ປີຜ່ານມາຄືແຕ່ປີ 2015-2019 ໄດ້ຍາດແຍ່ງທຶນຮອນຈາກພາກລັດ,ເອກະຊົນ ແລະ ອົງການ ຈັດຕັ້ງສາກົນ ສະໜັບສະໜູນແຜນງານດັ່ງກ່າວ 37,7 ຕື້ກວ່າກີບ ຢູ່ 54...