ໂຄວິດ-19 ສົ່ງຜົນກະທົບຕໍ່ຄົນຊື້ໂຄສະນາໃນເຟສບຸກ

ຜູ້ຊື້ໂຄສະນາຜ່ານເຟສບຸກ ໃນ ສປປ.ລາວ ຕ້ອງໄດ້ປັບຕົວ ເພາະວ່າເຟສບຸກອອກປະກາດວ່າ ວິກິດ ໂຄວິດ-19 ໃນທົ່ວໂລກ ໄດ້ສົ່ງຜົນກະທົບ ເຮັດໃຫ້ພະນັກງານພິຈາລະນາເນື້ອໃນ ແລະໂຄສະນາໃນເຟສບຸກ ຈຳເປັນຕ້ອງກັບໄປພັກຜ່ອນຢູ່ບ້ານ ຈຶ່ງເຮັດໃຫ້ການກວດສອບເນື້ອໃນໂຄສະນາເທິງເຟສບຸກ ອາດຈະໃຊ້ເວລາດົນກວ່າປົກກະຕິ.

ຜົນກະທົບໃນເທື່ອນີ້, ຈະເຮັດໃຫ້ເນື້ອໃນທີ່ມີການແກ້ໄຂຮູບພາບ, ຂໍ້ຄວາມ ລວມເຖິງລິ້ງຕ່າງໆ ໃນເນື້ອໃນໃໝ່ໆ ໄດ້ຮັບຜົນກະທົບໄປນຳພ້ອມ ເພາະຕ້ອງເຮັດໃຫ້ການລີວິວເນື້ອໃນໃໝ່ໃນທຸກໆຄັ້ງ ລວມເຖິງຈະເຮັດໃຫ້ໄລຍະເວລາໃນການຕອບຄຳຖາມຕ່າງໆ ກັບເຟສບຸກຊ້າກວ່າປົກກະຕິ.

ຄຳແນະນຳຂອງເຟສບຸກ ຄືຂໍໃຫ້ພິຈາລະນາການເພີ່ມໄລຍະເວລາ ໃນການໃຊ້ເນື້ອໃນໂຄສະນາໂຕເກົ່າໄປກ່ອນ ເພາະວ່າການປ່ຽນແປງເວລາ ແລະງົບປະມານ ຈະບໍ່ໄດ້ຮັບຜົນກະທົບຈາກປັດໄຈນີ້.

ແຫຼ່ງຂໍ້ມູນ: https://facebook.com/business/help/285854632398488

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...