Thursday, April 17, 2025

ສຳເລັດການຕິດຕັ້ງເສົາທຳອິດ ໂຄງການລະບົບຕາຂ່າຍຫຼັງສະຖານີເສັ້ນທາງລົດໄຟ ລາວ-ຈີນ

ບໍ­ລິ­ສັດ ວິ­ສະ­ວະ­ກຳ​ໄຟ­ຟ້າ ອູ​ຫັ່ນ​ລົດ­ໄຟ ແຫ່ງ ສປ ຈີນ ຮັບ​ເໝົາ​ກໍ່­ສ້າງ​ວິ­ສະ­ວະ­ກຳ​ລະ­ບົບ​ຕາ​ຂ່າຍ ຫຼັງ​ສະ­ຖາ­ນີ​ຂອງ​ເສັ້ນ­ທາງ​ລົດ­ໄຟ ລາວ-ຈີນ ໄດ້​ຕິດ​ຕັ້ງ​ເສົາ​ຕາ​ຂ່າຍ​ທຳ​ອິດ​ຂອງ​ໂຄງ­ການ​ລະ­ບົບ​ຕາ​ຂ່າຍ ຫຼັງ​ສະ­ຖາ­ນີ​ເສັ້ນ­ທາງ​ລົດ­ໄຟ ລາວ-ຈີນ ເຂດ​ບ້ານ​ນາ​ເລົ່າ ເມືອງ​ໂພນ​ໂຮງ ແຂວງ​ວຽງ​ຈັນ.

ສຳ­ເລັດ​ໃນ​ວັນ​ທີ 15 ມີ­ນາ 2020 ເຊິ່ງ​ເປັນ​ຂີດ​ໝາ­ຍວ່າ​ວິ­ສະ­ວະ­ກຳ​ໄຟ​ທັງ 4 (ສື່­ສານ ສັນ­ຍານ ໄຟ­ຟ້າ ແລະ ການ​ນຳ​ໃຊ້​ໄຟ­ຟ້າ) ຫຼັງ​ສະ­ຖາ­ນີ​ໂຄງ­ການ​ເສັ້ນ­ທາງ​ລົດ­ໄຟ ລາວ-ຈີນ ໄດ້​ເຂົ້າ​ສູ່​ໄລ­ຍະ​ການ​ກໍ່­ສ້າງ​ເປັນ​ທາງ​ການ.

 ປີ 2020 ແມ່ນ​ປີ​ສຸມ​ໃສ່​ການ​ກໍ່­ສ້າງ​ວິ­ສະ­ວະ­ກຳ​ໄຟ​ທັງ 4 ລາງ​ລົດ ອາ­ຄານ​ສະ­ຖາ­ນີ​ຂອງ​ເສັ້ນ­ທາງ​ລົດ­ໄຟ ລາວ-ຈີນ ເປັນ​ປີ​ມ້ວນ­ທ້າຍ​ການ​ກໍ່­ສ້າງ​ອຸບ​ມົງ ຂົວ ຮາກ​ຖານ​ທາງ ໃນ​ສະ­ພາບ​ທີ່​ປະ­ສົບ​ກັບ​ຄວາມ​ຫຍຸ້ງ­ຍາກ ໃນ​ການ​ຄວບ​ຄຸມ​ການ​ລະ­ບາດ​ຂອງ​ພະ­ຍາດ COVID-19 ບໍ­ລິ­ສັດ ວິ­ສະ­ວະ­ກຳ​ໄຟ­ຟ້າ​ອູ​ຫັ່ນ​ລົດ­ໄຟ ແຫ່ງ ສປ ຈີນ ຮັບ​ເໝົາ​ກໍ່­ສ້າງ​ວິ­ສະ­ວະ­ກຳ​ໄຟ​ທັງ 4 ຂອງ​ເສັ້ນ­ທາງ​ລົດ­ໄຟ ລາວ-ຈີນ ມີ​ຈຸດ­ປະ­ສົງ​ໃຫ້​ສຳ­ເລັດ ແລະ ເປີດ​ໃຊ້​ທາງ​ການ​ໃນ​ເດືອນ 12 ປີ 2021.

ສ້າງ​ເສັ້ນ­ທາງ​ລົດ­ໄຟ ຈີນ-ລາວ ຕາມ “ໜຶ່ງ​ແລວ ໜຶ່ງ​ເສັ້ນ­ທາງ” ຖື​ເອົາ​ການ​ສ້າງ​ໂຄງ­ການ​ວິ­ສະ­ວະ­ກຳ​ທີ່​ເປັນ​ສັນ­ຍະ­ລັກ​ມິດ­ຕະ­ພາບ ລາວ-ຈີນ ເປັນ​ໜ້າ­ທີ່​ຂອງ​ຕົນ ໂດຍ​ບໍ່​ລໍ­ຖ້າ​ການ​ຈັດ​ສັນ​ຊັບ­ພະ­ຍາ­ກອນ​ກໍ່­ສ້າງ​ປະ­ເພດ​ຕ່າງໆ ຜ່ານ​ຜ່າ​ຄວາມ​ຫຍຸ້ງ­ຍາກ ແລະ ກ້າວ​ຂຶ້ນ​ໄປ ແກ້​ໄຂ​ຄວາມ​ຫຍຸ້ງ­ຍາກ​ໃນ​ການ​ຂົນ­ສົ່ງ​ວັດ­ຖຸ ແລະ ການ­ຈັດ­ຕັ້ງ​ທີມ​ງານ​ປະ­ຕິ­ບັດ​ງານ “ມື​ໜຶ່ງ​ຄວບ​ຄຸມ­ພະ​ຍາດ​ລະ­ບາດ ມື​ໜຶ່ງ​ດຳ­ເນີນ​ການ​ກໍ່­ສ້າງ” ເພື່ອ​ໃຫ້​ໂຄງ­ການ​ສາ­ມາດ​ສຳ­ເລັດ​ຕາມ​ກຳ­ນົດ​ເວ­ລາ.

ໂຄງ­ການ​ເສັ້ນ­ທາງ​ລົດ­ໄຟ ລາວ-ຈີນ ເປັນ​ໂຄງ­ການ​ເຊື່ອມ​ໂຍງ​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ ໜຶ່ງ​ເສັ້ນ­ທາງ” ຂອງ​ຈີນ ແລະ ຍຸດ​ທະ​ສາດ​ຂອງ​ລາວ​ໃນ​ການ “ຫັນ​ຈາກ​ປະ­ເທດ​ທີ່​ບໍ່​ມີ​ຊາຍ​ແດນ​ຕິດ​ກັບ​ທະ­ເລ ເປັນ​ປະ­ເທດ​ເຊື່ອມ​ຕໍ່” ບໍ­ລິ­ສັດ ວິ­ສະ­ວະ­ກຳ​ໄຟ­ຟ້າ​ອູ​ຫັ່ນ​ລົດ­ໄຟ ແຫ່ງ ສປ ຈີນ ຈະ​ຢຶດ​ໝັ້ນ​ວັດ­ຖຸ​ປະ­ສົງ​ໃນ​ການ “ກໍ່­ສ້າງ​ທາງ​ລົດ­ໄຟ ລາວ-ຈີນ ໃຫ້​ໄດ້​ຮັບ​ຜົນ​ດີ ສ້າງ​ຮັ່ງ​ຄູນ​ມີ​ໃຫ້​ປະ­ຊາ­ຊົນ​ສອງ​ຊາດ” ກຳ​ແໜ້ນ​ປິ່ນ​ອ້ອມ​ເປົ້າ​ໝາຍ​ກໍ່­ສ້າງ 2 ເປົ້າ​ໝາຍ​ໃຫຍ່ ຄື:

ໂຄງ­ການ​ວິ­ສະ­ວະ­ກຳ​ຍອດ​ຍິ່ງ” ແລະ “ການ​ກໍ່­ສ້າງ​ທີ່​ບໍ­ລິ­ສຸດ​ໂປ່ງ​ໃສ” ປະ­ຕິ­ບັດ​ໜ້າ­ທີ່​ວຽກ​ງານ​ທີ່​ຕົນ​ແບກ​ຫາບ​ຢູ່ ໃຫ້​ມີ​ຜົນ­ສຳ­ເລັດ​ຢ່າງ​ປອດ​ໄພ ຄຸນ​ນະ​ພາບ​ດີ­ເດັ່ນ ແລະ ມີ​ປະ​ສິດ­ທິ​ຜົນ​ສູງ​ເປັນ​ຄຳ​ຕອບ​ທີ່​ເພິ່ງ​ພໍ­ໃຈ​ໃຫ້​ປະ­ຊາ­ຊົນ​ສອງ​ຊາດ ຈີນ ແລະ ລາວ.

ແຫຼ່ງຂໍ້ມູນ: ວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.

VietJet ລົງນາມໃນຂໍ້ຕົກລົງ 300 ລ້ານໂດລາສະຫະລັດ ເພື່ອສົ່ງເສີມການຂະຫຍາຍຕົວຂອງກອງທັບເຮືອ, ລວມຍອດມູນຄ່າການຄ້າຂອງອາເມລິກາເຖິງ 64 ຕື້ໂດລາສະຫະລັດ

(ນະຄອນຫຼວງວຽງຈັນ, 11 ເມສາ 2025) – ສາຍການບິນ VietJet ແລະ AV Air Finance ໄດ້ລົງນາມໃນຂໍ້ຕົກລົງດ້ານການເງິນລວມມູນຄ່າ 300 ລ້ານໂດລາສະຫະລັດ. ພິທີລົງນາມຄັ້ງນີ້ໄດ້ມີການພົບປະຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ Ho Duc Phuc  ແລະ ບັນດາເຈົ້າໜ້າທີ່ຂັ້ນສູງລັດຖະບານຫວຽດນາມ ເພື່ອແນ່ໃສ່ເພີ່ມທະວີການພົວພັນດ້ານເສດຖະກິດ ແລະ ການຄ້າຂອງ ຫວຽດນາມ - ອາເມລິກາ.