Economy

ແຂວງສາລະວັນ ​ເປິກ​ສາຫາລືຊຸກຍູ້ ແລະດຶງດູດການລົງທຶນໃຫ້ຫລາຍຂຶ້ນ

ແຂວງສາລະວັນ ຈັດກອງປະຊຸມທົບທວນຄືນ ການຈັດຕັ້ງປະຕິບັດວຽກງານການລົງທຶນຂອງນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ, ຜູ້ປະກອບການ ແລະ ບໍລິສັດຕ່າງໆທີ່ມາລົງທຶນຢູ່ແຂວງສາລະວັນ, ພ້ອມ​ປຶກສາຫາລື, ແກ້ໄຂບັນດາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ໃນຂົງເຂດການລົງທຶນ ແລະ ຊອກວິທີແກ້ໄຂບັນຫາໃຫ້ຖືກຕ້ອງ, ຊັດເຈນ, ມີຄວາມສອດຄ່ອງ ແລະ ເປັນເອກະພາບກັນ. ຜູ້ຕາງໜ້າບໍລິສັດ,...

9 ເດືອນ ກອງຄຸ້ມຄອງພາສີ III ເກັບລາຍຮັບໄດ້ 469,87 ຕື້ກີບ

9 ເດືອນຜ່ານມາກອງຄຸ້ມຄອງພາສີ III ສາມາດຈັດເກັບລາຍຮັບໄດ້ທັງໝົດ 469,87 ຕື້ກີບ ເທົ່າກັບ 78,35%ຂອງແຜນປີ, ທຽບໃສ່ໄລຍະດຽວກັນຂອງປີກ່ອນເທົ່າກັບ 104,47%, ໃນນັ້ນ ບັນດາດ່ານ ຢູ່ແຂວງໄຊຍະລີ ປະຕິບັດໄດ້ 461,83 ຕື້ກີບ ແລະແຂວງຫຼວງພະບາງປະຕິບັດໄດ້...

ທະນານຄານ ລາວ-ຝຣັ່ງ ໜ່ວຍບໍລິການ ສີຫອມ ຍ້າຍໄປຢູ່ນຳໜ່ວຍບໍລິການ ມີໄຊ (ກົງກັບຂ້າມ ວັດມີໄຊ) ແລ້ວເດີ້

ທະນານຄານ ລາວ-ຝຣັ່ງ ໜ່ວຍບໍລິການ ສີຫອມ ຍ້າຍໄປຢູ່ນຳໜ່ວຍບໍລິການ ມີໄຊ (ກົງກັບຂ້າມ ວັດມີໄຊ) ແລ້ວເດີ້ທັ້ງເລກບັນຊີ ແລະຂໍ້ມູນຕ່າງໆ ຂອງລູກຄ້າ ຖືກຍ້າຍໄປພ້ອມ

ລັດຖະ​ບານປັບປຸງໂຄງສ້າງ ການລົງທຶນເພື່ອຊຸກຍູ້ເສດຖະກິດຂອງ​ຊາດ.

ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄຳ​ສັ່ງ​ເລກ​ທີ12/ນຍ ວ່າ​ດ້ວຍ​ການຈັດ​ຕັ້ງ​ປະ​ຕິ​ບັດ 8 ມາດ​ຕະ​ການ​ຊຸກ​ຍູ້​ເສດ​ຖະ​ກິດ ຂອງ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ ທີ່​ໄດ້​ລາຍ​ງານ​ຕໍ່​ກອງ​ປະ​ຊຸມ​ລັດ​ຖະ​ບານ​ເປີດກວ້າງ ​ຄັ້ງ​ທີ່​ຜ່ານ​ມາ​ນີ້ວ່າ ໄດ້​ມີ​ການກວດ​ກາ​ຄືນ​ບັນ​ດາ​ໂຄງ​ການ​ລົງ​ທຶນ​ຂອ​ງ​ລັດ ​ທີ່​ຍັງ​ບໍ່​ທັນ​ໄດ້​ປະ​ຕິ​ບັດ ແລະ ເຫັນ​ວ່າ​ມີ​ປະ​ສິດ​ທິ​ຜົນ​ຕ່ຳ, ມູນ​ຄ່າ​ສູງ​ເກີນ​ຄວນ, ເຊິ່ງ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ໄດ້​ມີ​ການ​ແຕ່ງ​ຕັ້ງ​ຄະ​ນະ...

ຂະແໜງພາສີທົ່ວປະເທດ ເກັບລາຍຮັບໄດ້ແລ້ວ 4,5 ພັນຕື້ກີບ ເທົ່າກັບ 63,76% ຂອງແຜນການ

ຂະແໜງພາສີ ຈັດເກັບລາຍຮັບເຂົ້າງົບປະມານທົ່ວປະເທດ ນັບແຕ່ຕົ້ນປີ ມາຮອດທ້າຍເດືອນກັນຍາ ສາມາດປະຕິບັດລາຍຮັບໄດ້ແລ້ວ 4.590 ຕື້ກີບ ເທົ່າກັບ 63,76% ຂອງແຜນການປີ 2018 ທຽບໃສ່ໄລຍະດຽວກັນຂອງປີຜ່ານເພີ່ມຂຶ້ນ 4,05% ຄິດເປັນເງິນເທົ່າກັບ 178 ຕື້ກີບ, ລາຍຮັບສ່ວນໃຫຍ່ໄດ້ມາຈາກການນຳເຂົ້ານ້ຳມັນເຊື້ອໄຟກວມເອົາອັດຕາສູງກວ່າໝູ່,...

ໃນປີ 2020 ດອນໂຂງ ຈະມີເສັ້ນທາງຄອດກຣີດອ້ອມຮອບ

ທ້າຍອາທິດຜ່ານມາ, ໄດ້​ມີ​ພິ­ທີ​ວາງ​ສີ​ລາ​ລຶກ​ໂຄງ­ການ​ກໍ່­ສ້າງ​ເສັ້ນ­ທາງ​ຄອນ​ກຣີດ​ອ້ອມ​ດອນ​ໂຂງ ເຊິ່ງ​ມີ​ຄວາມ​ຍາວ 43 ກິ­ໂລ­ແມັດ ຢູ່​ບ້ານ​ກາງ​ໂຂງ ເມືອງ​ໂຂງ ແຂວງ​ຈຳ­ປາ​ສັກ ໂດຍ​ມີ​ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ການ​ນຳ​ຈາກ​ສູນ​ກາງ ທ້ອງ­ຖິ່ນ ຜູ້​ໃຫ້​ທຶນ ແລະ ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ. ໂຄງ­ການນີ້...

ແຂວງເຊກອງ ວາງເປົ້າໝາຍຜະລິດເຂົ້າກວ່າ 3 ພັນເຮັກຕາ

ໃນລະດູແລ້ງປີ 2019 ແຂວງເຊກອງ ວາງແຜນການຜະລິດເຂົ້າທັງໝົດ 700 ເຮັກ ຕາ, ພືດສະບຽງອາຫານ 978 ເຮັກຕາ ແລະ ປູກພືດເປັນສິນຄ້າ 1.322 ເຮັກຕາ ລວມທັງ​ໝົດ 3.000 ​ເຮັກຕາ. ເພື່ອແນ...

ພາກລັດ, ເອກະຊົນ ແລະ ຄູ່ຮ່ວມພັດທະນາ ປັບປຸງ ຄວາມສາມາດດຶງດູດການລົງທຶນໃນ ສປປ.ລາວ

ກອງປະຊຸມປະຈໍາປີ ຂອງໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ ຄັ້ງທີ 13 ໃນວັນທີ 8 ຕຸລາ 2018 ທີ່ນະຄອນຫລວງວຽງຈັນ, ຈັດໂດຍ ກະຊວງອຸດສາຫະກຳ ແລະ ການຄ້າ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ...