9 ເດືອນ ກອງຄຸ້ມຄອງພາສີ III ເກັບລາຍຮັບໄດ້ 469,87 ຕື້ກີບ

9 ເດືອນຜ່ານມາກອງຄຸ້ມຄອງພາສີ III ສາມາດຈັດເກັບລາຍຮັບໄດ້ທັງໝົດ 469,87 ຕື້ກີບ ເທົ່າກັບ 78,35%ຂອງແຜນປີ, ທຽບໃສ່ໄລຍະດຽວກັນຂອງປີກ່ອນເທົ່າກັບ 104,47%, ໃນນັ້ນ ບັນດາດ່ານ ຢູ່ແຂວງໄຊຍະລີ ປະຕິບັດໄດ້ 461,83 ຕື້ກີບ ແລະແຂວງຫຼວງພະບາງປະຕິບັດໄດ້ 8,04 ຕື້ກີບ.


ທ່ານ ບຸນເລີດ ສີສຸວັນ ຫົວໜ້າກອງຄຸ້ມຄອງພາສີ III ໄດ້ໃຫ້ຮູ້ວ່າ: ກອງຄຸ້ມຄອງພາສີ III ປະກອບມີ 2 ແຂວງຄື: ແຂວງ ໄຊຍະບູລີ ແລະແຂວງ ຫຼວງພະບາງ, ມີຫ້ອງການປະຈໍາການຢູ່ແຂວງ ໄຊຍະບູລີ, ມີພະນັກງານທັງໝົດ 96 ຄົນ, ຍິງ 10 ຄົນ, ອົງປະກອບການຈັດຕັ້ງມີຄື: ກອງຄຸ້ມຄອງພາສີ III, ກອງກວດກາພາສີປະຈໍາແຂວງ ຫຼວງພະບາງ, ຂະແໜງບໍລິຫານ ແລະ ກວດກາພາຍໃນ, ຂະແໜງຕ້ານ ແລະ ກວດກາຄືນການແຈ້ງ, ໜ່ວຍງານສັງລວມ, ດ່ານພາສີສາກົນ 4 ດ່ານ, ດ່ານພາສີທ້ອງຖິ່ນ 2 ດ່ານ ແລະ ດ່ານປະເພນີ 3 ດ່ານ.


ທ່ານ ບຸນເລີດ ສີສຸວັນ ຍັງໃຫ້ຮູ້ຕື່ມອີກວ່າ: 3 ເດືອນທ້າຍປີ 2018 ຈະສູ້ຊົນເກັບລາຍຮັບໃຫ້ໄດ້ 149,928 ຕື້ກວ່າກີບ ແລະຄາດໝົດປີຈະໃຫ້ໄດ້ 599,714 ຕື້ກວ່າກີບ, ເພື່ອບັນລຸເປົ້່າໝາຍດັ່ງກ່າວ ກອງຄຸ້ມຄອງພາສີ III ຈະຕ້ອງໄດ້ເລັ່ງສະສາງຄະດີໃນໄລຍະຜ່ານມາຂອງ 2 ແຂວງ ແລະ ສົມທົບກັບຂະແໜງທີ່ກ່ຽວຂ້ອງ ສືບສວນ, ສອບສວນ ລົດປອມແປງເອກະສານແຈ້ງເສຍພາສີ ຈໍານວນ 38 ຄັນ, ກວດກາ ແລະ ຢັ້ງຢືນຂໍ້ມູນພາຫະນະ, ກວດກາສິນຄ້າເຄື່ອນຍ້າຍໃຫ້ເຂັ້ມງວດ, ປັບປຸງການຄຸ້ມຄອງພາຍໃນດ່ານໃຫ້ມີຄວາມຮັດກຸມ, ໃນນັ້ນລົງເລິກ ກວດກາ, ຕິດຕາມ, ຄຸ້ມຄອງສິນຄ້າເຄື່ອງຂອງ, ພາຫະນະ ແລະ ນໍ້າມັນເຊື້ອໄຟທີ່ເປັນສິນຄ້າຍຸດທະສາດໃນການຈັດເກັບລາຍຮັບ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...