

ການຈັດຕັ້ງປະຕິບັດຄຳສັ່ງເລກທີ12/ນຍ ວ່າດ້ວຍການຈັດຕັ້ງປະຕິບັດ 8 ມາດຕະການຊຸກຍູ້ເສດຖະກິດ ຂອງກະຊວງແຜນການ ແລະ ການລົງທຶນ ທີ່ໄດ້ລາຍງານຕໍ່ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ່ຜ່ານມານີ້ວ່າ ໄດ້ມີການກວດກາຄືນບັນດາໂຄງການລົງທຶນຂອງລັດ ທີ່ຍັງບໍ່ທັນໄດ້ປະຕິບັດ ແລະ ເຫັນວ່າມີປະສິດທິຜົນຕ່ຳ, ມູນຄ່າສູງເກີນຄວນ, ເຊິ່ງກະຊວງແຜນການ ແລະ ການລົງທຶນ ໄດ້ມີການແຕ່ງຕັ້ງຄະນະ ໂດຍປະກອບມີພາກສ່ວນກ່ຽວຂ້ອງ ເປັນຕົ້ນ ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງກະສິກຳ ແລະ ປ່າໄມ້, ອົງການກວດກາລັດຖະບານ ເພື່ອລົງກວດກາບັນດາໂຄງການໃຫຍ່ ທີ່ຍັງບໍ່ໄດ້ຈັດຕັ້ງປະຕິບັດ ແລະ ມີມູນຄ່າສູງເກີນຄວາມຈຳເປັນ.
ມາຮອດປັດຈຸບັນ ມີໂຄງການຈຳນວນໜຶ່ງຖືກໂຈະ ເຊັ່ນ: ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ໂຄງການທາງລຽບຊາຍແດນຂອງແຂວງບໍລິຄຳໄຊ. ພ້ອມສົມທົບກັບກະຊວງໂຍທາທິການ ແລະ ຂົນສົ່ງ ມີໂຄງການຈຳນວນໜຶ່ງ ທີ່ສາມາດດັດຫລຸດມູນຄ່າການລົງທຶນໄດ້; ມີການສົ່ງເສີມການລົງທຶນ ຂອງພາກສັງຄົມ ແລະ ທຸລະກິດ ເຂົ້າໃນການພັດທະນາໂຄງການກໍ່ສ້າງພື້ນຖານໂຄງລ່າງ ໃນຮູບແບບການລົງທຶນຮ່ວມ ລະຫວ່າງພາກລັດ ແລະ ເອກະຊົນ ໃນຮູບແບບກໍ່ສ້າງ, ດຳເນີນງານ ແລະ ມອບໂອນ (BOT) ແລະ ການລົງທຶນຮ່ວມ ລະຫວ່າງພາກລັດ ແລະ ເອກະຊົນ (PPP) ເພື່ອຫລຸດຜ່ອນພາລະແບກຫາບຂອງລັດ ແລະ ໄດ້ອອກຂໍ້ກຳນົດ ມາດຕະການນຳໃຊ້ທຶນຊ່ວຍເຫລືອ ເພື່ອການພັດທະນາ ແລະ ຍົກປະສິດທິຜົນ ຂອງການນຳໃຊ້ທຶນ ແມ່ນກຳລັງດຳເນີນການຄົ້ນຄວ້າເຂົ້າຮ່າງຍຸດທະສາດ ທຶນຊ່ວຍເຫລືອ ເພື່ອການພັດທະນາ ຫລື ODA.
Cr.KPL
ຮູບປະກອບ:
encrypted-tbn0.gstatic.com
www-investasian-com.
Hits: 9