Friday, February 14, 2025

ທ້າຍ​ເດ​ືອນ​ຕຸ​ລານີ້​ຕຸ​ລານີ້ ກຽມ​ພົບ​ກັບງານມະຫະກຳສືມີຫັດຖະກຳລາວ

ສະ­ມາ­ຄົມ​ຫັດ­ຖະ­ກຳ​ລາວ ຈັດ​ພິ­ທີ​ຖະ­ແຫຼງ​ຂ່າວ​ກ່ຽວ​ກັບ​ງານ​ມະ​ຫະ​ກຳ​ສີ­ມື​ຫັດ­ຖະ­ກຳ​ລາວ ປີ 2018 ຂຶ້ນ​ທ້າຍ​ອາ​ທິດ​ຜ່ານ​ມາ ຢູ່​ໂຮງ­ແຮມ​ແລນ​ມາກ ໂດຍ​ມີ​ທ່ານ ຫານ​ຊະ­ນະ ສີ​ສານ ປະ­ທານ​ສະ­ມາ­ຄົມ​ຫັດ­ຖະ­ກຳ​ລາວ ພ້ອມ​ດ້ວຍ​ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ການ​ຈັດ​ງານ​ຄັ້ງ​ນີ້ ເພື່ອ​ເປັນ​ການ​ສົ່ງ­ເສີມ​ການ​ຕະ­ຫຼາດ​ໃຫ້​ສິນ­ຄ້າ​ຫັດ­ຖະ­ກຳ ພ້ອມ​ທັງ​ເປັນ​ການ​ເຕົ້າ­ໂຮມ​ຄວາມ​ສາ­ມັກ­ຄີ​ຊ່າງ​ຫັດ­ຖະ­ກຳ​ທຸກ​ຊົນ­ເຜົ່າ​ຢູ່​ທຸກ​ທ້ອງ­ຖິ່ນ​ທົ່ວ​ປະ­ເທດ ເພື່ອ​ພ້ອມ​ກັນ​ອະ­ນຸ​ຮັກ​ສີ­ໄມ້­ລາຍ­ມື​ດ້ານ​ຫັດ­ຖະ­ກຳ ຂຸດ​ຄົ້ນ​ທ່າ­ແຮງ​ທາງ​ດ້ານ​ຫັດ­ຖະ­ກຳ​ຢູ່​ທຸກ​ທ້ອງ­ຖິ່ນ ທັງ​ເປັນ​ການ​ເສີມ​ຂະ­ຫຍາຍ​ພູມ​ປັນ­ຍາ​ດ້ານ​ຫັດ­ຖະ­ກຳ​ຂອງ​ຊົນ­ເຜົ່າ​ຕ່າງໆ ຜະ­ລິດ​ເຄື່ອງ​ຫັດ­ຖະ­ກຳ​ໃຫ້​ມີ​ຫຼາຍ​ສີ­ສັນ ມີ​ຄວາມ​ສວຍ​ງາມ ປາ­ນີດ ເປັນ​ເອ­ກະ­ລັກ​ຂອງ​ຊົນ­ເຜົ່າ ​ຍັງ​ເປັນ​ການ​ສ້າງ​ໂອ­ກາດ​ໃຫ້​ຊາວ​ຫັດ­ຖະ­ກຳ​ໄດ້​ມາ​ພົບ​ປະ­ກັນ ເພື່ອ​ແລກ­ປ່ຽນ​ບົດ­ຮຽນ ປະ­ສົບ​ການ​ດ້ານ​ການ​ຜະ­ລິດ​ຫັດ­ຖະ­ກຳ ທັງ​ໄດ້​ພົບ​ປະ​ລູກ​ຄ້າ ແລະ ຫາ​ຄູ່​ຄ້າ​ລາຍ​ໃໝ່ ເປັນ​ການ​ສົ່ງ­ເສີມ​ປີ​ທ່ອງ​ທ່ຽວ​ລາວ 2018 ແລະ ສ້າງ​ຜະ­ລິດ​ຕະ​ພັນ​ທ່ອງ​ທ່ຽວ​ໃຫ້​ມີ​ສິ່ງ​ໃໝ່ໆ​ຕື່ມ​ອີກ.

ງານຈະ​ຈັດ​ຂຶ້ນ​ວັນ​ທີ 27 ຕຸ­ລາ-4 ພະ­ຈິກ 2018 ຢູ່​ສູນ​ການ​ຄ້າ​ລາວ-ໄອ​ເຕັກ ເຊິ່ງ​ມີ​ຫ້ອງ​ວາງ­ສະ­ແດງ​ຫຼາຍ​ກວ່າ 200 ຫ້ອງ ເຊິ່ງ​ສິນ­ຄ້າ​ທີ່​ນຳ​ມາ​ຮ່ວມ​ວາງ­ສະ­ແດງ​ມີ​ຜະ­ລິດ​ຕະ​ພັນ​ແຜ່ນ­ແພ ເຄື່ອງ​ປ່າ​ຂອງ​ດົງ ເຄື່ອງ​ເງິນ-ວັດ­ຖຸ​ມີ­ຄ່າ ຜະ­ລິດ​ຕະ​ພັນ​ຈາກ​ໄມ້​ເສດ ຜະ­ລິດ​ຕະ​ພັນ​ວັດ­ທະ­ນະ­ທຳ ເຄື່ອງ​ປັ້ນ­ດິນ­ເຜົາ ຜະ­ລິດ​ຕະ​ພັນ​ກະ­ສິ­ກຳ ສິນ­ຄ້າ ODOP ເຄື່ອງ​ອຸ­ປະ­ໂພກ-ບໍ­ລິ­ໂພກ​ທົ່ວ​ໄປ ພາຍ​ໃນ​ງານ​ຈະ​ມີ​ກິດ­ຈະ­ກຳ ແຂ່ງ­ຂັນ​ຜະ­ລິດ​ຕະ​ພັນ​ດີ­ເດັ່ນ ໃນ​ຫົວ­ຂໍ້ “SOZAI Project” ຂະ­ແໜງ​ຜະ­ລິດ​ຕະ​ພັນ​ທີ່​ສາ­ມາດ​ສົ່ງ​ເຂົ້າ​ແຂ່ງ­ຂັນ​ມີ​ຜະ­ລິດ​ຕະ​ພັນ​ແຜ່ນ­ແພ ຜະ­ລິດ​ຕະ​ພັນ​ໄມ້­ໄຜ່ ເຄື່ອງ​ເງິນ-ຂອງ​ມີ­ຄ່າ ແລະ ເຄື່ອງ​ປັ້ນ­ດິນ­ເຜົາ ໂດຍ​ຜູ້​ຊະ­ນະ​ເລີດ​ຈະ​ໄດ້​ເປັນ​ຕົວ​ແທນ​ຂອງ​ລາວ ເຂົ້າ​ຮ່ວມ​ງານ SOZAI Exhibition@Tokyo International Gift Show 2019 ພ້ອມ​ທັງ​ໄດ້​ຫ້ອງ​ວາງ­ສະ­ແດງ ໂດຍ​ບໍ່​ໄດ້​ເສຍ​ຄ່າ ນອກ​ນີ້​ຍັງ​ຈະ​ມີ​ການ​ຄັດ​ເລືອກ​ຮ້ານ​ງາມ ໃນ​ຫົວ­ຂໍ້ “ວັດ­ທະ­ນະ­ທຳ​ລາວ​ກັບ​ທຳ​ມະ​ຊາດ ຕິດ​ພັນ​ກັບ​ການ­ທ່ອງ­ທ່ຽວ” ການ​ສາ­ທິດ​ຂັ້ນ​ຕອນ​ການ​ຜະ­ລິດ​ສິນ­ຄ້າ​ຫັດ­ຖະ­ກຳ ສຳ​ມະ​ນາ​ກ່ຽວ​ກັບ​ໂຄງ­ການ “SOZAI PROJECT” ແລະ ກິດ­ຈະ­ກຳ​ຕ້ອນ­ຮັບ​ປີ​ທ່ອງ​ທ່ຽວ​ລາວ ຕື່ມ​ອີກ.

Cr.KPL
ພາບ​ປະ​ກອບ: mage.vovworld.vn

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ໄດ້ຮັບກຽດເປັນ “ສາຍການບິນທີ່ມີລາຄາຕໍ່າສຸດໃນໂລກ” ອີກຄັ້ງໜຶ່ງໃນປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 13 ກຸມພາ 2025) – VietJet ໄດ້ຮັບການສະເໜີຊື່ອີກຄັ້ງໜຶ່ງໃຫ້ເປັນຜູ້ຊະນະລາງວັນສາຍການບິນລາຄາປະຢັດພິເສດສຳລັບປີ 2025 ໂດຍລາງວັນນີ້ຖືເປັນໝວດໝູ່ລາງວັນສາຍການບິນທີ່ດີທີ່ສຸດຂອງໂລກຈາກ AirlineRatings.com, ເວັບໄຊຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນຂອງສາຍການບິນທີ່ໄດ້ຮັບການຍອມຮັບທົ່ວໂລກ.

ປະຢັດຄ່າປີ້ໂດຍສານໄປທ່ຽວປະເທດຫວຽດນາມ ດ້ວຍສ່ວນຫຼຸດ 50% ຂອງ Vietjet.

(ນະຄອນຫຼວງວຽງຈັນ, ວັນທີ 10 ກຸມພາ 2025) – ເລີ່ມຕົ້ນການເດີນທາງທີ່ໜ້າຕື່ນຕາຕື່ນໃຈຂອງລະດູໃບໄມ້ປົ່ງສຳລັບສາຍການບິນ Vietjet ທີ່ເປີດຕົວໂປຣໂມຊັນໃນອາທິດທອງ ເຊິ່ງມີສ່ວນຫຼຸດເຖິງ 50% ທຸກເສັ້ນທາງໃນລະຫວ່າງວັນທີ 10 – 16 ກຸມພາ 2025 ສຳລັບນັກທ່ອງທ່ຽວຈາກລາວທີ່ກຳລັງວາງແຜນຈະມາທ່ຽວຫວຽດນາມ ເພື່ອສຳຜັດທຳມະຊາດທີ່ງົດງາມ, ປະຫວັດສາດອັນຍາວນານ ຫຼື ເມືອງທີ່ມີຄວາມໜ້າຕື່ນຕາຕື່ນໃຈ ເຊິ່ງເໝາະກັບຊ່ວງເວລານີ້ທີ່ຈະວາງແຜນໄປທ່ອງທ່ຽວ.

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.