​ເຊີນຊວນໄປ​​ທ່ຽວ​ພູ​ຟ້າ ​ກາບ​ໄຫວ້ພ​ຣະ​ທາດ​ມິ່ງ​ຂວັນ​ທີ່​ງາມ​ສະ​ຫງ່າ​ແຫ່ງ​ແຂວງ​ຜົ້ງ​ສາ​ລີ.

ພູ​ຟ້າ​ຕັ້ງ​ຢູ່​ທິດຕາ​ເວັນ​ອອກສ່ຽງ​ເໜືອ​​ ຂອງຕົວ​ເມືອງ​ຜົ້ງ​ສາລີ, ເປັນພູທີ່ສວຍສົດງົດງາມ, ມີ​ຄວາມ​ສູງ​ຈາກ​ລະດັບ​ໜ້າ​ນ້ຳ​ທະ​ເລ 1.625 ​​ແມັດ, ມີ​ເນື້ອ​ທີ​ປ່າ​ທຳ​ມະ​ຊາດອ້ອມຕາມ​ສັນພູ​ຟ້າ 200 ​ເຮັກຕາ.

​ມີພຣະທາດ​ມິ່ງຂວັນ​ພູ​ຟ້າຕັ້ງ​ຢູ່​ຈອມ​ຈຸດ​ສູງ​ສຸດ​ຂອງ​ພູ​ ​ສຳ​ເລັດການກໍ່ສ້າງໃນ​ປີ 2006 ​ເປັນພຣະທາດທີ່​ຊາວ​ແຂວງ​ຜົ້ງ​ສາລີ​​ເຄົາລົບ ​ ​ແລະ ສັກກາ​ລະ​ບູຊາ, ​ພວກ​ເຮົາ​ກ້າວ​ເຂົ້າ​ສູ່​ເທສະບານ​ເມືອງ​ຜົ້ງ​ສາລີ ​ກໍ​​ແນມ​ເບິ່​ງ​ເຫັນ​ພຣະທາດ​ມິ່ງຂວັນ​ພູ​ຟ້າ ຕັ້ງ​ຢ່າງ​ສະງ່າ​ຜ່າ​ເຜີຍ​ ປະດັບ​ໃຫ້​ແກ່​ຕົວ​ເມືອງ​ຜົ້ງ​ສາລີ ເໝືອນດັ່ງ​ຕົວ​ເມືອງ​ສະຫວັນ​ຊັ້ນ​ຟ້າ.

ພູ​ຟ້າ​ຕາມ​ຊື່​ເດີມ​ ​ເອີ້ນ​ວ່າ: “​ປົວ​ພູບ” ​ເຫດຜົນ​ທີ່​ປ່ຽນ​ຊື່​ມາ​ເປັນ​ “ພູ​ຟ້າ” ນັ້ນ​ແມ່ນມາ​ຈາກ​ສຳນຽງການ​ເວົ້າ​ຂອງ​ຄົນ​ຝຣັ່ງ ທີ່​ຟັງ​ສຳນຽງ​ພາສາ​ຊົນ​ເຜົ່າ​ຜູ້​ນ້ອຍ​ບໍ່​ແຈ້ງ​ ຫລື​ ເວົ້າ​ບໍ່​ຂອດ ​ເລີຍ​ເຮັດ​ໃຫ້​ຄຳ​ວ່າ ​“ປົວ​ພູບ” ປ່ຽນ​ມາ​ເປັນ​ “ພູ​ຟ້າ” ​ແລ​ະ​ພູຕັ້ງຢູ່​ດິ​ນ​ແດນ​ເໜືອ​ສຸດ​ ຂອງ​ປະ​ເທດ​ລາວ ​ຕັ້ງ​ຢູ່​ພູ​ສູງ​ຄ້າຍ​ຄືກັບ​ພູ​ຂອງ​ສະຫວັນ​ຊັ້ນ​ຟ້າ.ພ້ອມມີດ​ອກ​ໄມ້​ນາໆຊະ​ນິດ​ເບ່ງ​ບານ​ຢ່າງ​ງົດ​ງາມ ​​ເຊັ່ນ ດອກ​ຄາຍປ່າ​ທີ່​ເບັ່ງ​ບານ​ແດງ​ສະພັງ​ຕາມ​ເປີ້ນພູ​ຟ້າ ​ເຊິ່ງ​ແຂກ​ຫລາຍ​ຄົນທີ່​ມາ​ເຫັນ​ກໍໃຫ້​ສາ​ຍາ​ນາມ​ວ່າ: “​ແດນ​ສະ​ກຸລະ” ນອກ​ນີ້​ຍັງ​ມີດອກ​ປີດ, ດອກ​ແຄ… ​ເຖິງຢ່າງ​ໃດ​ກໍຕາມ​ພູ​ຟ້າ​​ ແມ່ນ​ເປັນ​ສະຖານ​ທີ່​ສັກກາ​ລະ​ບູຊາ ​ແລະ ​ເປັນສະຖານ​ທີ່​ຊົມ​ວິວທີ່​ງົດ​ງາມ​ຂອງ​ຕົວ​ເມືອງ​ຜົ້ງ​ສາລີ ​ເຊິ່ງ​ນັກ​ທ່ອງ​ທ່ຽວ​ຫລາຍ​ທ່ານ​ທີ່​ຂຶ້ນ​ມາ ​ຊົມ​ວິ​ວ ​​ໄດ້ໃຫ້​ສາ​ຍາ​ນາມ​ວ່າ “​ເປັນ​​ເມືອງ​ແຫ່ງ​ສະຫວັນ”​ ​ແລະ ​ໃນ​ຍາມໜາວ​ຈະ​ເຫັນ​ສາຍ​ໝອກ ​ທີ່​ສວຍ​ງາມ​ປົກ​ຄຸມ​ຕາມ​ຮ່ອມ​ພູ ​ແລະ ຕົວ​ເມືອງ​ຜົ້ງ​ສາລີ ສົມ​ກັບ​ຄຳ​ວ່າ: “​ເມືອງ​ແຫ່ງ​ທະ​ເລ​ໝອກ”.

ຖ້າ​ຈະ​ຂຶ້ນ​ຢ້ຽມຊົມ ຫລື ສຳ​ພັດບັນຍາກາດ​ທີ່​ຈອມ​ພູ​ຟ້າ ​ແມ່ນມີ 2 ເສັ້ນທາງ​ທີ່​ຈະ​ສາມາດ​ໄປ​ເຖິງຈຸດ​ດັ່ງ​ກ່າວຄື: ການຍ່າງ​ຈາກ​ຕົວ​ເມືອງ​​ແຕ່ຕີນ ​ພູຂຶ້ນ​ທາງ​ຂັ້ນ​ໄດ ​ເຊິ່ງ​ມີ​ຂັ້ນທັງ​ໝົດ 863 ຂັ້ນ ​ໃຊ້​ເວລາ​ປະມານ 40 ນາທີ​ກໍ່ໄປ​ເຖິງຈອມ​ພູ​ຟ້າ​ໄດ້ ​ແລະ ອີກ​ທາງ​ໜຶ່ງສຳລັບ​ທ່ານ ​ໃດ​ທີ່​ບໍ່​ຍາກ​ອອກ​ແຮງ​ຫລາຍ​​ແມ່ນ​ສາມາດ​ ຂີ່​ລົດ​ຂຶ້ນ​ໄປ​ຕາມ​ທາງ​ຄົດ​ໂຄ້ງ​ຄ້າຍຄື​ກົ້ນຫອຍ ອ້ອມຂຶ້ນ​ແຕ່​ຕີນ​ພູ​ເຖິງຈອມ ​ແຕ່​ດີ​ແທ້​ແມ່ນ​ຍ່າງຂຶ້ນ​ຈະ​​ດີກ​ວ່າ ​ເພາະ​ຈະ​ໄດ້​ສຳ​ຜັດ​ກັບ​ບັນຍາກາດ​ສົດໆ ​ຂອງ​ປ່າ​ໄມ້, ສັດ​ນາໆຊະນິດ ​ແລະ ບາງ​ຄັ້ງ​ກໍ​ອາດ​ຈະ​ພົບ​ເຫັນຟານ ຫລື ໝູ​ປ່າ ​ແລະ ສັດອື່ນໆ ສ່ວນຢູ່​ຕາມ​ທາງ​ຂຶ້ນ​ກໍ​ມີ​ຈຸດ​ຜັກ​ຜ່ອນ​ຊົມ​ວິວ ​ແລະ ຈຸດ​ໃຫ້​ບໍລິການ​ຂໍ້​ມູນ​ຂ່າວສານ​ການທ່ອງທ່ຽວ ​ແລະ ອາຫານ​, ເຄື່ອງ​ດື່ມ​ໄວ້​​ບໍລິການ​ນັກ​ທ່ອງ​ທ່ຽວ​ທີ່​ມາ​ຢ້ຽມ​ຊົມ. ​ເມື່ອ​ທ່ານ​ເຖິງ​ຈຸດ​ສູງ​ສຸດ​ຂອງ​ພູ​ຟ້າ ນັ້ນ​ກໍຄືຈຸດ​ທີ່​ຕັ້ງ​ຂອງ ພຣະທາດ​ມິ່ງຂວັນພູ​ຟ້າ ​ເຊິ່ງ​ທ່ານ​ສາມາດ​ ​ກາບ​ໄຫ້ວ​ພຣະທາດ​ດັ່ງກ່າວ ​ແລະ ຢູ່ຕໍ່ໜ້າ​ພຣະທາດ​ຈະ​ມີ​​ເດີ່ນ ​ທີ່​ເປັ​ນຈຸ​ດຊົມ​ວິວ​ເມືອງ​ຜົ້ງ​ສາລີ, ທະ​ເລ​ໝອກ​ທີ່​ສວຍ​ງາມ ​ແລະ ສຳ​ພັດສູບ​ເອົາ​ອາກາດ​ທີ່​ບໍລິສຸດ ​ພ້ອມ​ຄວາມ​ຊຸ່ມ​ເຢັນ​ນະ​ທີ່​ນີ້.

ປີ​ນີ້​ ​ເປັນ​ປີ​ທ່ອງ​ທ່ຽວ​ລາວ 2018 ​ທາງ​ຄະນະ​ຮັບຜິດຊອບ ​ແລະ ອານຸລັກ​ຮັກສາ​ພູ​ຟ້າ ໄດ້​ປັບປຸງ​​​ເຂດ​ທ່ອງ​ທ່ຽວ​ພູ​ຟ້າ​ ເພື່ອ​ຕ້ອນ​ຮັບ​ແຂກ​ຄົນທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດທີ່​ມາ​ຢ້ຽມ​ຊົມ, ​ພ້ອມເຊີນຊວນ​ບັນດາ​ທ່ານຍາດ​ເວລາ​ ມາ​ທ່ຽວ​ຊົມ​ພູ​ຟ້າ​ແດນ​ສະຫວັນ​ຜົ້ງ​ສາລີ ​ ເຊິ່ງ​ເປັນ​ອີກ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ​ສຳ​ຄັນ ​ແລະ ມີ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ທີ່ໜ້າ​ຄົ້ນ​ຫາ​ ຖ້າ​ມາ​ຜົ້ງ​ສາລີ​ແລ້ວ​ ບໍ່​ໄດ້​ຂຶ້ນ​ພູ​ຟ້າ ກໍ​ສ່ຳກັບ​ວ່າ​ມາ​ບໍ່ຮອດ​ຜົ້ງ​ສາລີ.

Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...