ຂໍຂອບໃຈນຳຜູ້ສະໜັບສະໜູນ

ມູນນິທິຮ່ວມໃຈກັນຈັດງານໃນເທດສະການອາຫານເພື່ອສຸຂະພາບ ໃນປີນີ້! ແມ່ນຈັດຂຶ້ນທີ່ວຽງຈັນເຊັນເຕີ ແຕ່ວັນທີ່ 8-17/10/2018 ເປີດ 9-23:30 ໂມງ ເຊິ່ງເປັນຄັ້ງທີ 5 ແລ້ວ.

ອາຫານໃນງານ ປະກອບມີ ຫລາຍຮ້ານດ້ວຍກັນ ທັງລາວ, ໄທ, ຈີນ ລາຄາອາຫານບໍ່ແພງ ລາຄາຂາຍຄືກັບຮ້ານທົ່ວໆໄປ ເຊ່ນ ເຂົ້າປຽກ-ເຝີ, ເຂົ້າຊອຍ, ແຈ່ວບອງ, ຢໍ່ ແລະອາຫານທີ່ຄົນລາວຮັບປະທານໃນຊີວິດປະຈຳວັນອື່ນໆ ໂດຍທັ້ງໝົດເຮັດແບບບໍ່ມີເນື້ອສັດ ຕາມຫລັກການບໍ່ບຽດບຽນຊິວິດໃຜ ພ້ອມນີ້ຍັງມີການເສວະນາກ່ຽວກັບອາຫານເຈແລະກິດຈະກຳອື່ນໆນຳອີກດ້ວຍ

ທ່ານນາງ ລັດຕະນະພອນ ສຸລິວົງ ປະທານຈັດງານໃຫ້ຮູ້ວ່າ: ເທດສະການອານຫານເຈ ເປັນງານສາກົນ ຈັດຂຶ້ນໃນທຸກໆປະເທດແລະໃນທຸກປີ ໃນມື້ 1 ຄ່ຳ ເດືອນ 9 ຕາມປະຕິທິນຈັນທະຄະຕິຈີນ. ສຳລັບຄົນທີ່ມາໃນງານນອກຈາກມີຄົນລາວແລ້ວ ຍັງມີຄົນຈີນແລະໄທນຳດ້ວຍ.
Lao vegan festival

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Hits: 2

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້