ແຂວງສາລະວັນ ຈັດກອງປະຊຸມທົບທວນຄືນ ການຈັດຕັ້ງປະຕິບັດວຽກງານການລົງທຶນຂອງນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ, ຜູ້ປະກອບການ ແລະ ບໍລິສັດຕ່າງໆທີ່ມາລົງທຶນຢູ່ແຂວງສາລະວັນ, ພ້ອມ​ປຶກສາຫາລື, ແກ້ໄຂບັນດາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ໃນຂົງເຂດການລົງທຶນ ແລະ ຊອກວິທີແກ້ໄຂບັນຫາໃຫ້ຖືກຕ້ອງ, ຊັດເຈນ, ມີຄວາມສອດຄ່ອງ ແລະ ເປັນເອກະພາບກັນ.

ຜູ້ຕາງໜ້າບໍລິສັດ, ຜູ້ປະກອບການທີ່ເຂົ້າມາລົງທຶນ ​ໄດ້​ປະກອບ​ຄຳ​ຄິດ​ຄຳ​ເຫັນ ​ແລະ ຊອກວິທີທາງແກ້ໄຂ ບັນດາຂໍ້ຫຍຸ້ງຍາກຕໍ່ກັບການລົງທຶນ ແລະ ມີການຊີ້ແຈ້ງຈາກຂະແໜງການທີ່ກ່ຽວຂ້ອງ ເພື່ອນຳໄປແກ້ໄຂ ແລະ ເອື້ອອຳນວຍຄວາມສະດວກຮ່ວມກັນ ຮັດໃຫ້ການລົງທຶນດຳ​ເນີນ​ໄປ​ບົນ​ຫລັກການຄວາມຖືກຕ້ອງ, ສອດຄ່ອງ, ຊັດເຈນ ແລະ ເປັນເອກະພາບກັນ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມແລ້ວ ຍັງເປັນການສ້າງວຽກເຮັດງານທຳ ໃຫ້ກັບປະຊາຊົນ ເຮັດໃຫ້ມີການຜະລິດຫລາຍຂຶ້ນ ຂອງປະຊາຊົນ.

ການລົງທຶນຂອງເອກະຊົນທັງພາຍໃນ ແລະ ຕ່າງປະເທດ ທີ່ມາລົງທຶນຢູ່ແຂວງສາລະວັນ ສ່ວນໃຫຍ່​ແມ່ນສົນໃຈລົງທຶນສຳປະທານທີ່ດິນປູກພືດ ແລະ ຕົ້ນໄມ້ອຸດສາຫະກຳ, ການປຸງແຕ່ງຜົນຜະລິດກະສິກຳ ເພື່ອສ້າງ ມູນຄ່າເພີ່ມ, ສ່ວນການລົງທຶນໃນຂະແໜງການ ບໍລິການແມ່ນມີໜ້ອຍ ແລະ ການສົ່ງອອກສ່ວນຫລາຍຍັງແມ່ນຜົນຜະລິດເປັນວັດຖຸດິບ, ສ່ວນການລົງທຶນດ້ານການປຸງແຕ່ງຍັງມີບໍ່ຫລາຍ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ມາຮອດປັດຈຸບັນ ການລົງທຶນກິດ ຈະການສຳປະທານໃນທົ່ວແຂວງ ມີທັງໝົດ 132 ໂຄງການ ມີມູນຄ່າ 3.633 ຕື້ກວ່າກີບ ຫລື ເທົ່າກັບ 454 ລ້ານກວ່າໂດລາສະຫະລັດ.

Cr.KPL

Hits: 3

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້