Wednesday, March 19, 2025

ເປີດສູນການຮຽນຮູ້ ວິເອຟ ແບບໃໝ່ແກ່ເດັກນ້ອຍ

ສູນການຮຽນຮູ້ ວິເອຟ ຮ່ວມກັບ ບໍລິສັດ My Robot Time Asia ໄດ້ຈັດພິທີເຊັນສັນຍາ ແລະສະເຫຼີມສະຫຼອງການເປີດສູນການຮຽນຮູ້ວິເອຟ ໂດຍການເປັນປະທານຂອງທ່ານ ແສງອາລຸນ ວົງພູທອນ, ຮອງຫົວໜ້າພະແນກສຶກສາທິການ ແລະກິລາ ນະຄອນຫຼວງວຽງຈັນ, ທ່ານນາງ ສຸກຖາວອນ ວົງສະຫວັນ ຜູ້ອໍານວຍການ ສູນການຮຽນຮູ້ ວິເອຟ (VF) ຈໍາກັດ, ທ່ານ Harry Roh ຜູ້ກໍ່ຕັ້ງ ແລະປະທານກຸ່ມບໍລິສັດ My Robot Time, Phillip Tan ຜູ້ກໍ່ຕັ້ງ My Robot ແລະ CEO ຂອງ My Robot Time Asia ມີບັນດາຜູ້ຕາງໜ້າຈາກກະຊວງວິທະຍາສາດ ແລະເທັກໂນໂລຊີ, ຜູ້ຕາງໜ້າຈາກໂຮງຮຽນຕ່າງໆ ທັງພາກລັດ ແລະເອກະຊົນເຂົ້າຮ່ວມ.

ທ່ານ ແສງອາລຸນ ວົງພູທອນ ກ່າວວ່າ: ສູນການຮຽນຮູ້ ວິເອຟ ແມ່ນສູນການຮຽນຮູ້ແບບໃໝ່ແກ່ເດັກນ້ອຍ ໂດຍນໍາເອົາແນວທາງການຮຽນຮູ້ທີ່ສາມາດເຊີ່ືອມໂຍງຄວາມຮູ້ທາງດ້ານວິທະຍາສາດ, ເຕັກໂນໂລຊີ, ວິສະວະກໍາສາດ ແລະຄະນິດສາດ (STEM) ລວມເຂົ້າເປັນອັນໜຶ່ງອັນດຽວກັນ ເພື່ອໃຫ້ເດັກນ້ອຍຮຽນຮູ້ວິຊາເຫຼົ່ານີ້ໂດຍຜ່ານການສ້າງຫຸ່ນຍົນ ຊຶ່ງເປັນສູນທໍາອິດໃນ ສປປ ລາວ. 
ສໍາລັບ (STEM) ມີຫຼັກສູດການຝຶກອົບຮົມ 4 ລະດັບຄື ລະດັບຂັ້ນອະນຸບານ, ປະຖົມ, ມັດຖະຍົມ ແລະມະຫາວິທະຍາໄລ, ທັງ 4 ຫຼັກສູດນີ້ ສາມາດເຊື່ອມສານເຂົ້າໃນຫຼັກສູດການຮຽນ-ການສອນໃນໂຮງຮຽນຕາມຄວາມເໝາະສົມ.

ຫຼັງຈາກສໍາເລັດຫຼັກສູດນີ້ແລ້ວ ເດັກຈະໄດ້ພັດທະນາທັກສະ ແລະຮຽນຮູ້ວິຊາວິທະຍາສາດ ເຕັກໂນໂລຊີ, ວິສະວະກໍາສາດ ແລະຄະນິດສາດ ດ້ວຍວິທີການສອນທີ່ທັນສະໄໝ ແລະກຽມຄວາມພ້ອມໃຫ້ເຂົາເຈົ້າ ໃນການຄົ້ນພົບວິຊາທີ່ຕົນເອງມັກໃນອານາຄົດ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.