ຖິງແມ່ນວ່າ ກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການໃຫ້ປັບລົງລາຄາ ຂາຍຍ່ອຍນ້ຳມັນເຊື້ອໄຟ ທຸກປະເພດໃນ ຂອບເຂດທົ່ວປະເທດ ເລີ່ມແຕ່ວັນທີ 7 ມີນາ 2020 ເປັນຕົ້ນມາ, ແຕ່ສັງເກດເຫັນວ່າ ຮອດປະຈຸບັນນີ້ ຍັງປະກົດມີບາງປ້ຳຂາຍຍ່ອຍບໍ່ລົງລາຄາຕາມການແຈ້ງການໂດຍສະເພາະແມ່ນປ້ຳທີ່ຢູ່ຮ່າງໄກຈາກເທດສະບານແຂວງ ຫຼື ປ້ຳທີ່ຢູ່ເຂດຮ່າງໄກສອກຫລີກ.
ທ່ານ ເພັດ ແສງສຸວັນ ໄດ້ແຈ້ງຕໍ່ທີມຂ່າວວຽງຈັນທາຍ ໃນບໍ່ດົນມານີ້ວ່າ: ມີຫຼາຍປ້ຳຂາຍຍ່ອຍນ້ຳມັນເຊື້ອໄຟຢູ່ເຂດ...
ໃນໄລຍະ 5 ເດືອນຕົ້ນປີ 2019 ນີ້ ພະແນກໂຍທາທິການ ແລະຂົນສົ່ງແຂວງໄຊຍະບູລີ ໄດ້ຮັບຜິດຊອບຕົວເລກແຜນການລົງທຶນຂອງລັດຕາມທີ່ສະພາອານຸມັດລວມມີທຶນສືບຕໍ່, ບ້ວງປົກກະຕິ, ພັດທະນາຊົນນະບົດ ແລະລືບລ້າງຄວາມທຸກຍາກ,ບ້ວງທຶນຈັດສັນພູມລໍາເນົາ ແລະ ບ່ອນທໍາມາຫາກິນຂອງປະຊາຊົນ, ບ້ວງທຶນພັດທະນາເມືອງ ໃໝ່ ແລະບ້ວງຊໍາລະໜີ້ສີນໄພພິບັດລວມທັງໝົດ 200 ໂຄງການ, ມູນຄ່າ 1,4 ພັນຕື້ກີບ.
ທ່ານ ແພງຊ້ອຍ ແພງເມືອງ ຫົວໜ້າພະແນກ...
ພິທີເຊັນສັນຍາໂຄງການພັດທະນາຊົນນະບົດ ຢູ່ເຂດເມືອງນອງ ແລະ ເມືອງເຊໂປນ ແຂວງສະຫວັນນະເຂດ ທີ່ໄດ້ຮັບທຶນຊ່ວຍເຫລືອລ້າຈາກລັດຖະບານ ເຢຍລະມັນ ໂດຍຜ່ານທະນາຄານພັດທະນາຂອງປະເທດເຢຍລະ ມັນ (KFW) ຈັດຂຶ້ນເມື່ອບໍ່ດົນຜ່ານມາ ໂດຍການຮ່ວມລົງນາມ ລະຫວ່າງທ່ານ ປະສົງສິນ ຈະເລີນສຸກ ຫົວໜ້າພະແນກ ຍທຂ ແຂວງສະຫວັນນະເຂດ, ທ່ານ ເສີມຄຳ ຈັນທະວົງ ຫົວໜ້າໂຄງການພັດທະນາຊົນນະບົດ, ທ່ານ ລາຍເນີ...
ພິທີປະກາດການແຕ່ງຕັ້ງຮອງຫົວໜ້າພະແນກການເງິນ ຈັດຂຶ້ນທີ່ພະແນກການເງິນແຂວງຄຳມ່ວນ ໃນມື້ນີ້, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ, ທ່ານ ພົວ. ສົມແຄນ ອັບປະສອນ ຄະນະປະຈຳພັກແຂວງ, ຫົວໜ້າກອງບັນຊາການທະຫານແຂວງຄຳມ່ວນ, ມີບັນດາກົມ ມາຈາກກະຊວງ, ພະແນກການອ້ອມຂ້າງແຂວງ ຕະຫຼອດເຖິງພະນັກງານໃນຂົງເຂດການເງິນແຂວງເຂົ້າຮ່ວມ.
ໃນພິທີທ່ານ ນາງ ມຸນທາ ລັດຖະຈັກ ຮອງຫົວໜ້າຄະນະຈັດຕັ້ງແຂວງໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານ ເຈົ້າແຂວງໆຄຳມ່ວນ ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າພະແນກການເງິນແຂວງຄຳມ່ວນ ໂດຍແຕ່ງຕັ້ງທ່ານ...