Economy

ສະພາທຸລະກິດໄທ-ລາວ ຮ່ວມກັບ ສະມາຄົມນັກທຸລະກິດໄທໃນລາວ ແລະ ສະຖານເອກອັກຄະລັດຖະທູດໄທ ປະຈຳສະຄອນຫຼວງວຽງຈັນ ຈັດງານສຳມະນາເລື່ອງພາສີ ແລະ ກົດຫມາຍແຮງງານ

ສະພາທຸລະກິດໄທ-ລາວ ຮ່ວມກັບ ສະມາຄົມນັກທຸລະກິດໄທໃນລາວ ແລະ ສະຖານເອກອັກຄະລັດຖະທູດໄທ ປະຈຳສະຄອນຫຼວງວຽງຈັນ ຈັດງານສຳມະນາເລື່ອງພາສີ ແລະ ກົດຫມາຍແຮງງານ ທີ່ກ່ຽວຂ້ອງກັບການປະກອບທຸລະກິດໃນ ສປປ.ລາວ ທີ່ໂຮງແຮມ ຄລາວພລາຊ່າ ນະຄອນຫຼວງວຽງຈັນ ສປປ.ລາວ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະຮູ້ເທົ່າທັນການປ່ຽນແປງລະບົບພາສີ...

ຊົມເຊີຍ “ວິຊາການພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຫຼວງພະບາງ”

ຕາມຫນ້າເພຈຂອງທ່ານ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີກະຊວງວິທະຍາສາດແລະເຕັກໂນໂລຊີ ໃຫ້ຮູ້ວ່າ: ທາງພາກສ່ວນທີ່ກ່ຽວຂ້ອງ ໄດ້ເລັ່ງສ້ອມແປງຫົວຂົວ ແລະ ຂົວຂ້າມນໍ້າເຊືອງໃຫ້ສຳເລັດພາຍໃນຂອບກຳນົດເວລາກຳນົດແຈ້ງການປິດຂົວຈຳນວນສອງເດືອນ 11 ກັນຍາ - ພະຈິກ 2018 ແລະໄດ້ດຳເນີນການສ້າງຈຸດຂ້າມເຮືອບັກຂ້າມນໍ້າອີກບໍລິເວນທ່ານໍ້າຟາກກົງກັນຂ້າມ ເພື່ອຊ່ວຍຫຼຸດບັນຫາການຈາລະຈອນແອອັດນຳອີກດ້ວຍ. Cr.Sourioudong Sundara

ເປີດກອງປະຊຸມປັບປຸງລະບຽບການ ກົນໄກການປະສານງານດຳເນີນທຸລະກິດຢູ່ລາວ.

ກະະຊວງອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້​ຈັດ​ກອງ​ປະຊຸມ​ປຶກສາ​ຫາ​ລື ກ່ຽວ​ກັບ​ການຈັດ​ຕັ້ງ​ປະ​ຕິ​ບັດ​ຄຳ​ສັ່ງ ຂອງ​ ທ່ານ​ນາຍົກລັດຖະມົນ​ຕີ ວ່າ​ດ້ວຍ​ການ​ປັບ​ປຸງ ບັນດາລະບຽບ​ການ ​ແລະ ກົນ​ໄກ​ການ​ປະສານ​ງານ​ ການ​ດຳ​ເນີນ​ທຸລະ​ກິດ ຢູ່ ສປປ ລາວ ໂດຍການເປັນປະທານຂອງ ທ່ານ...

ໄຟຟ້ານໍ້າເທີນ 2 ແລະ ວິທະຍາໄລເຕັກນິກ ລາວ-ເຢຍລະມັນ ຮ່ວມມືພັດທະນາບຸກຄະລາກອນ ຂະແໜງໄຟຟ້າພະລັງງານນໍ້າ

ພິທີ​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ ເພື່ອ​ສືບ​ຕໍ່​ຂະຫຍາຍ​ຄວາມ​ຮ່ວມ​ມື ​ໃນ​ການ​ພັດທະນາ​ບຸກຄະ​ລາກ​ອນ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ ​ຂອງ​ຕະຫລາດ​ແຮງ​ງານ ​​ໃນ​ຂະ​ແໜງອຸດ​ສາ​ຫະກຳ​ ໄຟຟ້າພະລັງ​ງານ​ນໍ້າ ລະ​ຫວ່າງບໍ​ລິ​ສັດໄຟຟ້າ​ນໍ້າ​ເທີນ 2 ​ແລະ ວິທະຍ​າ​ໄລ​ເຕັກ​ນິກ ລາວ​-ເຢຍລະ​ມັນ ​ໄດ້​ຕົກລົງ​ເຫັນ​ດີ ທີ່​ຈະ​ສືບ​ຕໍ່​ຮ່ວມ​ມື ​ເພື່ອ​ສ້າງ​ບຸກຂະ​ລາກ​ອນ ໃຫ້​ມີ​ຄວາມ​ຮູ້​ຄວາມ​ສາມາດ ​ໃຫ້​ແກ່​ຂະ​ແໜງ​ໄຟຟ້າ​ພະລັງງານ​ນໍ້າ​...

ໄພພິບັດນໍ້າຖ້ວມປີນີ້ ອາດກະທົບປີທ່ອງທ່ຽວລາວ ບໍ່ບັນລຸຕາມຄາດໝາຍທີ່ວາງໄວ້

ສະພາບນໍ້າຖ້ວມ ທີ່ເກີດຂຶ້ນຢູ່ທຸກແຂວງ ໃນທົ່ວປະເທດເຮົາ ໃນໄລຍະລະດູຝົນປີນີ້ ເຮັດໃຫ້ສະຖານທີ່ທ່ອງທ່ຽວ ແລະ ພື້ນຖານໂຄງລ່າງດ້ານການ ທ່ອງທ່ຽວຫລາຍແຫ່ງໄດ້ຮັບຄວາມເສຍຫາຍ ເຊິ່ງກາຍເປັນອຸປະສັກ ຫລື ສິ່ງທ້າທາຍອັນສຳຄັນໜຶ່ງ ທີ່ຈະສົ່ງຜົນກະທົບໂດຍກົງຕໍ່ ການດຶງດູດນັກທ່ອງທ່ຽວຕ່າງປະເທດ ທີ່ຈະເຂົ້າມາທ່ອງທ່ຽວລາວ ໃຫ້ບັນລຸຕົວເລກ 5 ລ້ານເທື່ອຄົນ...

ກອງປະຊຸມຫາລືການສົ່ງເສີມການ ລົງທຶນຜ່ານກົນໄກປະຕູດຽວ

ໃນວັນທີ 19 ກັນຍາ 2018, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ໄດ້ມີກອງປະຊຸມຄົບຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄລທ) ຂັ້ນສູນກາງ, ຂັ້ນແຂວງ ແລະ ນະຄອນຫລວງ, ໂດຍການເປັນປະທານຂອງ ທ່ານ ສອນໄຊ...

ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້​ອອກ​ແຈ້ງ​ການ ​ເລກທີ 1265/ອຄ.ກຄພນ, ລົງ​ວັນ​ທີ 17 ກັນຍາ 2018 ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ການ​ເກັບຊື້​ເຂົ້າສານ ​ແລະ ລາຄາ​ຊື້ຂາຍ​ຕາມ​ທ້ອງ​ຕະຫລາດ​ໃຫ້​ເຂັ້ມງວດ​ຂຶ້ນກວ່າ​ເກົ່າ

ພາຍຫລັງ​ເກີດ​ມີ​ສະພາບ​ພໍ່ຄ້າ​ຄົນ​ກາງ​ຈາກ​ຕ່າງປະ​ເທດ​ເຂົ້າມາ​ເກັບຊື້​ເຂົ້ານຳ​ຊາວນາ​ໂດຍ​ພາລະ​ການ ​ເພື່ອ​ສົ່ງ​ອອກ​ໄປ​ຕ່າງປະ​ເທດ ​ເຊິ່ງ​ໄດ້​ມີ​ການ​ເກງ​ລາຄາ​ຂຶ້ນສູງ​ກວ່າ​ປົກກະຕິ ​ແລະ ສົ່ງ​ຜົນ​ກະທົບ​ບໍ່​ຊອບ​ທຳ​ໃຫ້​ຫົວໜ່ວຍ​ທຸລະ​ກິດ​ທີ່​ປະຕິບັດ​ພັນທະ​ໃຫ້​ລັດ. ສະນັ້ນ ​ເພື່ອ​ສະກັດ​ກັ້ນສະພາບ​ການ​ປັ່ນ​ປ່ວນ​ດັ່ງກ່າວ, ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຈຶ່ງ​ເນັ້ນ​ໃຫ້​ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ ນະຄອນຫລວງ​ ​ເອົາ​ໃຈ​ໃສ່​ຄື: ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ, ຕິດຕາມ​ກວດກາ​ເຂັ້ມງວດ​ ຫ້າມ​​ເດັດຂາດ​ບໍ່​ໃຫ້​ພໍ່ຄ້າ​ຊາວ​ຕ່າງປະ​ເທດ​ເຂົ້າມາ​ເກັບຊື້​ເຂົ້າຢູ່​ພາຍ​ໃນ​ແຂວງ...

ລັດຖະບານ ລົງທຶນໃສ່ການທ່ອງທ່ຽວແບບອະນຸລັກທຳມະຊາດ ຢູ່ແຂວງສະຫວັນນະເຂດ

ພະແນກແຜນການ ແລະ ການລົງທຶນ ແຂວງ ສະຫວັນນະເຂດ, ໂດຍການຮ່ວມມື ກັບໂຄງການຄຸ້ມຄອງທີ່ດິນ ແລະ ປ່າໄມ້ແບບຍືນຍົງ ຢູ່ໃນລະບົບນິເວດປ່າໂຄກ ທີ່ຢູ່ພາກໃຕ້ຂອງ ສປປ ລາວ, ເຊິ່ງໄດ້ຮັບການຈັດຕັ້ງປະຕິບັດໂດຍກົມປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້...