ໄພພິບັດນໍ້າຖ້ວມປີນີ້ ອາດກະທົບປີທ່ອງທ່ຽວລາວ ບໍ່ບັນລຸຕາມຄາດໝາຍທີ່ວາງໄວ້

ສະພາບນໍ້າຖ້ວມ ທີ່ເກີດຂຶ້ນຢູ່ທຸກແຂວງ ໃນທົ່ວປະເທດເຮົາ ໃນໄລຍະລະດູຝົນປີນີ້ ເຮັດໃຫ້ສະຖານທີ່ທ່ອງທ່ຽວ ແລະ ພື້ນຖານໂຄງລ່າງດ້ານການ ທ່ອງທ່ຽວຫລາຍແຫ່ງໄດ້ຮັບຄວາມເສຍຫາຍ ເຊິ່ງກາຍເປັນອຸປະສັກ ຫລື ສິ່ງທ້າທາຍອັນສຳຄັນໜຶ່ງ ທີ່ຈະສົ່ງຜົນກະທົບໂດຍກົງຕໍ່ ການດຶງດູດນັກທ່ອງທ່ຽວຕ່າງປະເທດ ທີ່ຈະເຂົ້າມາທ່ອງທ່ຽວລາວ ໃຫ້ບັນລຸຕົວເລກ 5 ລ້ານເທື່ອຄົນ ຕາມທີ່ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ວາງຄາດໝາຍເອົາໄວ້.

ທ່ານ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີ ກະຊວງ ຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ ໃຫ້ສຳພາດ ໃນໂອກາດເຂົ້າຮ່ວມກອງປະຊຸມ ລັດຖະບານເປີດກ້ວາງ ຄັ້ງທີ II ປີ 2018 ທີ່ຖືກຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ໃນລະຫວ່າງວັນທີ 17-18 ກັນຍາ 2018 ນີ້ວ່າ: ປັດຈຸບັນ ບັນ ດາສະຖານທີ່ທ່ອງທ່ຽວ ທີ່ໄດ້ຮັບຄວາມເສຍຫາຍ ໃນຂອບເຂດທົ່ວປະເທດ ແມ່ນຍັງບໍ່ທັນ ສາມາດ ເກັບກຳ ຂໍ້ມູນລະອຽດໄດ້ເທື່ອ ເນື່ອງຈາກບາງທ້ອງຖິ່ນ ຍັງປະສົບກັບນໍ້າຖ້ວມຢູ່ ແຕ່ທາງກະຊວງ ກໍ່ໄດ້ອອກແຈ້ງການ ເຖິງຂະແໜງການກ່ຽວຂ້ອງປະຈຳ ແຕ່ລະທ້ອງຖິ່ນ ໃຫ້ເລັ່ງເກັບກຳຂໍ້ມູນຜົນເສຍຫາຍ ດ້ານການທ່ອງທ່ຽວທ່ຽວຢ່າງລະອຽດ ເພື່ອລັດຖະບານ ຈະໄດ້ກຳນົດແຜນຟື້ນຟູ ໃຫ້ໄວເທົ່າທີ່ຈະໄວໄດ້, ສ່ວນໂຄງການ ທີ່ກ່ຽວພັນກັບການພັດທະນາພື້ນຖານໂຄງລ່າງ ການທ່ອງທ່ຽວ ທີ່ໄດ້ເລີ່ມດຳເນີນ ການມາແລ້ວນັ້ນ, ບ່ອນໃດທີ່ນໍ້າຖ້ວມແມ່ນໃຫ້ຢຸດເຊົາ ໄລຍະໜຶ່ງກ່ອນ ຈົນກ່ວານໍ້າຈະບົກແຫ້ງດີແລ້ວ ຈຶ່ງຄ່ອຍໃຫ້ສືບຕໍ່ຈັດຕັ້ງປະຕິບັດຕໍ່ໄປ ເພື່ອໃຫ້ບັນລຸຕາມແຜນການທີ່ໄດ້ວາງໄວ້.

ໃນໄລຍະ 6 ເດືອນຕົ້ນປີ 2018 ມີນັກທ່ອງທ່ຽວຕ່າງປະເທດ ເ ຂົ້າມາທ່ອງທ່ຽວລາວ 2 ລ້ານ 1 ແສນກ່ວາຄົນ, ເຊິ່ງເພີ່ມຂຶ້ນ 6% ເມື່ອທຽບ ໃສ່ໄລຍະດຽວກັນຂອງປີ 2017, ແຕ່ເນື່ອງຈາກ ໃນໄລຍະ 6 ເດືອນທ້າຍປີ 2018 ນີ້ ບັນດາ ແຂວງໃນທົ່ວປະເທດ ຕ້ອງປະສົບກັບໄພນໍ້າຖ້ວມຢ່າງໜັກໜ່ວງ, ຈຶ່ງອາດຈະສົ່ງຜົນກະທົບ ຕໍ່ການດຶງດູດນັກ ທ່ອງທ່ຽວຕ່າງປະເທດເຂົ້າມາລາວ ໃຫ້ໄດ້ຕາມທີ່ວາງຄາດໝາຍໄວ້ ສຳລັບປີທ່ອງທ່ຽວລາວ 2018 ນີ້.

Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,