ກອງ​ປະ​ຊຸມ​ຈັດ​ຂຶ້ນໃນວັນທີ 19 ກັນຍາ 2018 ຢູ່ຫ້ອງປະຊຸມໂຮງຮຽນທິດສະດີ ການເມືອງການປົກຄອງ ແຂວງບໍ່ແກ້ວ ພາຍ​ໃຕ້ການເປັນ ປະທານຂອງທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ມີທ່ານ ຈອມສີ ລັດຕະນະປັນ ຮອງເຈົ້າແຂວງໆບໍ່ແກ້ວ, ມີບັນດາຫົວໜ້າ ເຂດເສດຖະກິດພິເສດ ສາມຫລ່ຽມຄຳ ພ້ອມດ້ວຍຫົວໜ່ວຍ ທຸລະກິດພາກລັດ-ເອກະຊົນ ​ແລະ ພາກສ່ວນກ່ຽວຂອງ​ເຂົ້າ​ຮ່ວມ. ທັງ​ນີ້ ກໍເພື່ອເປັນການກຳນົດຫລັກການ, ລະບຽບການ, ມາດຕະການກ່ຽວກັບການສ້າງຕັ້ງ ແລະ ການເຄື່ອນໄຫວເສດຖະກິດພິເສດ.

ໃຫ້ຮູ້ວ່າ: ການ​ເຜີຍ​ແຜ່​ດຳລັດວ່າດ້ວຍ ເຂດເສດຖະກິດພິເສດ ແມ່ນ​ມີ​ຄວາມ​ສຳຄັນ​ຫລາຍ ​ໃນ​ການສ້າງຕັ້ງ ແລະ ການເຄື່ອນໄຫວເສດຖະກິດ. ເພື່ອ​ເຮັດ​ໃຫ້ນັກລົງທຶນ, ນັກທຸລະກິດໄດ້ຮັບຮູ້ ແລະ ເຂົ້າໃຈດຳລັດດັ່ງກ່າວ ໃຫ້ຫັນເຂົ້າສູ່ຫລັກການ, ລະບຽບການ ແລະ ມາດຕະການໃນການ ສ້າງຕັ້ງການເຄື່ອນໄຫວ ທັງເປັນການຈັດຕັ້ງ ຜັນຂະຫຍາຍ ກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ (ສະບັບປັບປຸງ) ເຊິ່ງດຳລັດ​ດັ່ງກ່າວ​ປະກອບ​ມີ 12 ໝວດ ແລະ 64 ມາດຕາ.

​ໂອກາດ​ດຽວ​ກັນ, ກອງ​ປະຊຸມ ຍັງ​ໄດ້ເຊື່ອມຊຶມ ກົດໝາຍວ່າດ້ວຍ ການສົ່ງເສີ່ມການລົງທຶນ, ຂໍ້ຕົກລົງວ່າດ້ວຍການສົ່ງເສີມເພິ່ມເຕີມ ຂອງການລົງທຶນຢູ່ເຂດ ເສດຖະກິດສະເພາະ ບຶງທາດ ຫລວງ ແລະ ເຂດເສດຖະກິດພິເສດ ໃນຂອບເຂດທົ່ວປະເທດ ແລະ ສັນຍາພັດທະນາຂົງເຂດ, ນິຕິກຳສະເພາະບາງເຂດ ແລະ ກົດໝາຍຂອງ ສປປ ລາວ ທີ່ເປັນບ່ອນອີງພື້ນຖານ ຂອງການ ເຄື່ອນໄຫວ ໃນການພັດທະນາ ເຂດເສດຖະກິດພິເສດ ໃນຂອບເຂດທົ່ວປະເທດ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Cr.KPL

Hits: 17

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້