ໄຟຟ້ານໍ້າເທີນ 2 ແລະ ວິທະຍາໄລເຕັກນິກ ລາວ-ເຢຍລະມັນ ຮ່ວມມືພັດທະນາບຸກຄະລາກອນ ຂະແໜງໄຟຟ້າພະລັງງານນໍ້າ

ພິທີ​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ ເພື່ອ​ສືບ​ຕໍ່​ຂະຫຍາຍ​ຄວາມ​ຮ່ວມ​ມື ​ໃນ​ການ​ພັດທະນາ​ບຸກຄະ​ລາກ​ອນ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ ​ຂອງ​ຕະຫລາດ​ແຮງ​ງານ ​​ໃນ​ຂະ​ແໜງອຸດ​ສາ​ຫະກຳ​ ໄຟຟ້າພະລັງ​ງານ​ນໍ້າ ລະ​ຫວ່າງບໍ​ລິ​ສັດໄຟຟ້າ​ນໍ້າ​ເທີນ 2 ​ແລະ ວິທະຍ​າ​ໄລ​ເຕັກ​ນິກ ລາວ​-ເຢຍລະ​ມັນ ​ໄດ້​ຕົກລົງ​ເຫັນ​ດີ ທີ່​ຈະ​ສືບ​ຕໍ່​ຮ່ວມ​ມື ​ເພື່ອ​ສ້າງ​ບຸກຂະ​ລາກ​ອນ ໃຫ້​ມີ​ຄວາມ​ຮູ້​ຄວາມ​ສາມາດ ​ໃຫ້​ແກ່​ຂະ​ແໜງ​ໄຟຟ້າ​ພະລັງງານ​ນໍ້າ​ ໃນ​ໄລຍະ​ຍາວ.

ສອງ​ຝ່າຍ​ ຈະ​ຮ່ວມ​ມື​ກັນ ​ເພື່ອສ້າງ​ແຜນ​ປະຕິບັດ​ການ ​ໃຫ້​ບັນລຸ​ຕາມຄວາມຕ້ອງການທາງ​ດ້ານ​ແຮງ​ງານ​ ຂອງ​ຂະ​ແໜງ​ໄຟຟ້າ​ພະລັງງານ​ນໍ້າ, ​ເຊິ່ງຈະ​ໄດ້​ສະໜັບສະໜູນ ​ແລະ ພັດທະນາ​ຄູ່​ມື, ອຸປະກອນ​ການ​ສິດສອນ ​ເພື່ອ​ອຳນວຍ​ຄວາມ​ສະ​ດວກ ​ໃນ​ການ​ຈັດ​ຕັ້ງ​ປະຕິບັດ ການ​ຮຽນ-ການ​ສອນ ຫລັກສູດ​ໃໝ່ ຂ​ອງສາຂາ​ວິຊາ​ໄຟຟ້າ ​ແລະ ກົນ​ຈັກ ​ໃຫ້​ມີ​ປະສິດທິພາບ, ສະໜັບສະໜູນທຶນ​ການ​ສຶກສາ​​ໄລ​ຍະ​ຍາວ ​ໃນ​ລະດັບ​ຊັ້ນ​ສູງ ​ໃຫ້​ແກ່​ນັກຮຽນ ທີ່​ມາ​ຈາກ​ ແຂວງ​ ຄຳ​ມ່ວນ ທີ່​ສົນ​ໃຈຮຽນ​ໃນ​ສາ​ຂາ​ວິຊາ​ໄຟຟ້າ​ພະລັງ​ງານ​ນໍ້າ ​ແລະ​ ກົນ​ຈັກ ( 7 ທຶກ​ການ​ສຶກສາ ​ໃນ​ໄລຍະ 3 ປີ), ສະໜອງການ​ຝຶກ​ອົບຮົມ​ດ້ານ ​ວິຊາ​ທີ່​ເໝາະສົມ ​ໃຫ້​ພະນັກງານ​ໄຟຟ້າ​ນໍ້າ​ເທີນ 2, ​ແລກປ່ຽນການ​ຝຶກ​ງານ ຂອງ​ນັກ​ສຶກສາ ( 3 ຄົນ​ຕໍ່​ປີ ) ​ແລະ ຝຶກ​ອົບຮົມ​ໃຫ້​ຄູ-ອາຈານ ( 2 ຄົນ​ຕໍ່​ປີ ), ​ແລກປ່ຽນຄວາມ​ຮູ້​ດ້ານ​ວິຊາ​ການ ​ແລະ ປະສົບ​ການ​ຕົວ​ຈິງ ​ລະຫວ່າງ​ພະນັກງານ ຂອງ​ບໍ​ລິ​ສັດໄຟຟ້າ​ນໍ້າ​ເທີນ 2 ​ກັບ​ ບັນດາ​ຄູ-ອາຈານ ​ແລະ ນັກ​ສຶກສາ ​ຂອງ ວິທະຍ​າ​ໄລ​ ເຕັກ​ນິກລາວ​-ເຢຍລະ​ມັນ ​ໂດຍ​ຜ່ານ​ກິດຈະກຳ “ວັນ​ໄຟຟ້າ​ພະລັງງານ​ນໍ້າ” ທີ່​​ຈັດ​ຂຶ້ນ​ໃນ​ທຸກໆປີ.

Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: