ສາວລາວຄົນໃດຢາກຈ່ອຍ! ນ້ຳ​ໝາກ​ພ້າວ​ຊ່ອຍ​ໄດ້.

ຫມາກພ້າວ ເປັນຫມາກໄມ້ຊະນິດຫນຶ່ງທີ່ມີຢູ່ຫລາຍໃນບ້ານເຮົາ ຫາກິນໄດ້ງ່າຍ,ສະດວກ ລາຄາບໍ່ແພງ,ແຖມມີຄຸນຄ່າສູງນຳອີກ.

ຜົນການສຶກສາຂອງສະຫະລັດເວົ້າວ່າ ໝາກພ້າວຊ່ວຍຫຼຸດນໍ້າໜັກໄດ້ ເພາະມີລະດັບຄາໂບໄຮເດດພຽງແຕ່ 3.5 ກຣາມ ຫາກເຈົ້າພະຍາຍາມຫຼຸດການກິນນໍ້າຕານເພື່ອຫຼຸດນໍ້າໜັກ ໃຫ້ມາກິນໝາກພ້າວມື້ລະ 1 ໜ່ວຍແທນ (ກິນທັງນໍ້າ ແລະໃນໝາກພ້າວ).

ອີກຢ່າງໜຶ່ງ ນໍ້າໝາກພ້າວອ່ອນ ຍັງຊ່ວຍບັນເທົາຄວາມຮ້ອນ ແລະການຢາກນໍ້າໄດ້ດີໃນຍາມຮ້ອນ, ນອກຈາກນີ້ ນໍ້າໝາກພ້າວອ່ອນ ຍັງມີກລູໂຄສ ແລະຟຣັກໂທສໃນປະລິມານຫຼາຍ ເຊິ່ງເມື່ອດື່ມແລ້ວຈະເຮັດໃຫ້ສົດຊື່ນ ແລະໃນໝາກພ້າວຍັງສາມາດເອົາໄປປຸງອາຫານ ໃຊ້ໃນການຫຼຸດນໍ້າໜັກ ແລະເຂົ້າໜົມໄດ້ອີກຫຼາຍຢ່າງ.

ຜົນການສຶກສາຍັງພົບອີກວ່າ ໃນໝາກພ້າວ ມີໂປແຕສຊຽມສູງ 38.2-53.7 ມິນລີກຣາມ ຕໍ່ 1 ລິດ ແລະມີໂຊດຽມ ຄໍຣີນ ແລະPo4 ມີປະລິມານໜ້ອຍ ຢູ່ໃນໝາກພ້າວອ່ອນ, ນໍ້າໝາກພ້າວອຸດົມດ້ວຍ ກລູໂຄສ ແລະຟຣັກໂທສ, ໃນໝາກພ້າວອ່ອນມີໄຂມັນໜ້ອຍ ໃນປະລິມານ 100 ມິນລີລິດ ມີ 0.084 ກຣາມ ແຕ່ໃນໝາກພ້າວແກ່ ຈະມີໄຂມັນຫຼາຍກວ່າ.

Cr. https://www.pasaxon.org.la
ຮູບ​ພາບ​ຈາກ: https://vidaentucomida.co

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,