ເປີດກອງປະຊຸມໂພຊະນາການແບບມີສ່ວນຮ່ວມ.

ກອງ​ປະ­ຊຸມ​ປຶກ­ສາ​ຫາ­ລື ກ່ຽວ​ກັບ​ການ​ປັບ­ປຸງ​ວຽກ​ງານ​ໂພ­ຊະ​ນາ​ການ​ແບບ​ມີ​ສ່ວນ​ຮ່ວມ ຈາກ​ທຸກ​ພາກ­ສ່ວນ​ໃນ ສປປ ລາວ ຈັດ​ຂຶ້ນ​ຢູ່​ໂຮງ­ແຮມ​ລາວ​ພລາ​ຊາ ໂດຍ​ເປັນ​ປະ­ທານ​ຮ່ວມ​ຂອງ​ທ່ານ ກິ​ແກ້ວ ຈັນ­ທະ​ບູ​ຣີ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ ທ່ານ ພູ­ທອນ ເມືອງ​ປາກ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ແລະ ທ່ານ​ນາງ ນິ​ໂຄ​ລາ ພອນ​ທາ​ຣາ ຫົວ­ໜ້າ​ຫ້ອງ­ການ​ຜູ້­ຕາງ­ໜ້າ​ທະ­ນາ­ຄານ​ໂລກ ປະ­ຈຳ​ລາວ ມີ​ບັນ­ດາ​ພະ­ນັກ­ງານ-ວິ­ຊາ​ການ​ກ່ຽວ­ຂ້ອງ​ທັງ​ສູນ​ກາງ-ທ້ອງ­ຖິ່ນ​ເຂົ້າ​ຮ່ວມ.

ລັດ­ຖະ­ບານ​ລາວ​ໄດ້​ກຳ­ນົດ​ເອົາ​ແຂວງ​ຊຽງ​ຂວາງ ແລະ ແຂວງ​ຫົວ­ພັນ ເປັນ​ແຂວງ​ເປົ້າ​ໝາຍ ຍ້ອນ​ເຫັນ​ວ່າ 2 ແຂວງ​ດັ່ງ­ກ່າວ ມີ​ອັດ­ຕາ​ການ​ຂາດ​ສານ​ອາ­ຫານ​ໃນ​ເດັກ­ນ້ອຍ​ສູງ ໂດຍ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ມີ​ຈຸດ­ປະ­ສົງ​ສຳ­ຄັນ ໃນ​ການ​ຍົກ​ລະ­ດັບ​ການ​ເຂົ້າ​ເຖິງ ແລະ ນຳ​ໃຊ້​ຜະ­ລິດ​ຕະ​ພັນ​ອາ­ຫານ​ທີ່​ມີ​ຄຸ­ນະ­ພາບ ຕະ­ຫຼອດ​ເຖິງ​ການ​ບໍ­ລິ­ການ​ດ້ານ​ສາ­ທາ­ລະ­ນະ​ສຸກ​ຫຼາຍ​ຂຶ້ນ ເພື່ອ​ໃຫ້​ເດັກ​ມີ​ຄວາມ​ສູງ​ໄດ້​ມາດ­ຕະ­ຖານ ເນື່ອງ​ຈາກ​ປັດ­ຈຸ­ບັນ ສປປ ລາວ ມີ​ເດັກ​ທີ່​ມີ​ສ່ວນ​ສູງ​ຫຼຸດ​ມາດ­ຕະ­ຖານ ກວມ​ເອົາ 40% ຂອງ​ເດັກ​ທີ່​ມີ​ອາ­ຍຸ​ຕ່ຳ​ກວ່າ 5 ປີ.

Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...