ເຮືອນEducation & Sports

Education & Sports

ຄະນະສຶກສາສາດ ສາມາດຜະລິດບຸກຄະລາກອນຄູ ອອກຮັບໃຊ້ສັງຄົມຫຼາຍກວ່າ 400 ຄົນ

ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີສະຫຼຸບຊຸດຮຽນປະຈຳປີ 2016-2019 ແລະເປີດສົກຮຽນໃໝ່ສົກສຶກສາ 2019-2020 ທີ່ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ໂດຍການເປັນປະທານຂອງທ່ານ ຮສ. ປອ. ນາງ ສົມຈັນ ບຸນພັນມີ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ມີທ່ານ ຮສ.ປອ. ຄຳແສງ ທະລັງສີ...

ໄດ້ໃບປະກາດແດງ ຍ້ອນໃຊ້ສູດ “ສຸ ຈິ ປຸ ລິ”

ອາຫລິງເປັນນັກສຶກສາຄູພາສາລາວ-ວັນນະຄະດີ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ໃຫ້ສຳພາດຕໍ່ FM 90.0 MHz ເຖິງວິທີການທີ່ສາມາດຍາດໃບປະກາດຊະນິຍະບັດກຽດນິຍົມ (ໃບປະກາດແດງ) ວັນທີ 20/9/2019 ວ່າ: 1. ຄວາມໝັ້ນໃຈໃນຕົວເອງ ໂດຍເລີ່ມຈາກໝັ້ນໃຈໃນການກ້າສະແດງອອກໃນວຽກງານຕ່າງໆ.2. ຕ້ອງມີຄວາມຕັ້ງໃຈຄົ້ນຄວ້າຮໍ່າຮຽນ, ເຝິກຝົນຕົນເອງໃຫ້ມີຄວາມຮູ້ຄວາມສາມາດ.3. ຮູ້ຈັກແບ່ງເວລາໃນການເຮັດສິ່ງຕ່າງໆ,...

ລັດຖະມົນຕີ ປກສ ບໍ່ອະນຸຍາດໃຫ້ຄູ-ອາຈານເຮັດ 11 ຢ່າງນີ້ເດັດຂາດ!

ເພື່ອເປັນທິດຊີ້ນຳໃຫ້ຄູ-ອາຈານ ເພີ່ມຄວາມເປັນແບບຢ່າງທີ່ດີຮອບດ້ານ, ທ່ານລັດຖະມົນຕີ ກະຊວງ ປກສ ຈຶ່ງເນັ້ນ 11 ຂໍ້ ທີ່ຄູ-ອາຈານຄວນຫຼີກລ່ຽງ ແລະ ບໍ່ອະນຸຍາດໃຫ້ເຮັດ ຢ່າງເດັດຂາດ ຄື: 1.ບໍ່ຄວນໃຊ້ໜ້າທີ່ຕຳແໜ່ງໄປໃນທາງທີ່ຜິດກົດໝາຍ, ຜິດລະບຽບການ, ບໍ່ຄວນສ້າງຄວາມຫຍຸ້ງຍາກໃຫ້ແກ່ນັກສຶກສາ.2.ບໍ່ຄວນໂລບມາກໂລພາ, ບໍ່ມີຄວາມສັດຊື່ຕໍ່ ການປະຕິບັດໜ້າທີ່...

ນະຄອນຫຼວງວຽງຈັນ ສະໄໝເຈົ້າສຸລິຍະວົງສາ ທຳ​ມິ​ກະລາດ

ສະ​ໄໝ​ຣາຊະກາ​ນຂອງເຈົ້າ​ສຸລິຍະ​ວົງສາ, ປີ ພ.ສ 2183 (ຄ.ສ 1631) ​ເຈົ້າ​ສຸລິຍະ​ວົງສາ ​ໄດ້​ຂຶ້ນຄອງ​ລາດ, ​ໃ​ນໄລຍະ 57 ປີ ຂອງກາ​ນປົກຄອງ​ອານາຈັກ​ລ້າ​ນຊ້າງ ​ແມ່​ນມີ​ຄວາມ​ສະຫງົບ​ຮົ່ມ​ເຢັນ, ຄວາມ​ຂັດ​ແຍ່ງ​ພາຍ​ໃ​ນຖືກ​ຊຳລະ​ສະ​ສາງ, ອິດ​ທິກຳລັງ​ພາຍ​ນອກ​ມີ​ຄວາມເກງ​ຂາມບໍ່​ກ້າ​ເຂົ້າ​ມາ​ ລ່ວງ​ລ້ຳ ​ແລະ ​ແຊກ​ແຊງ, ປະຊາຊົ​ນໄດ້​ຮັບ​ການ​ແບ່ງ​ດິນເພື່ອ​ທຳ​ມາ​ຫາ​ກິ​ນຢ່າງ​ເປັນ​ທຳ ​ແລະ ຫ້າວຫັນ​ໃນ​ກາ​ນຜະລິດ, ​ເຂົ້າ, ປາ​ອຸດົມສົມບູນ. + ​ ເຈົ້າ​ສຸລິຍະວົງສາ​ທຳ​ມິ​ກະລາດ​ໄດ້​ສັ່ງ​ໃຫ້​ເສນາອາມາດ​ຜູ້​ໃຫຍ່​ພ້ອມ​ນັກປາດ​ອາຈານ​ແກ້​ໄຂ​ປ່ຽນ​ແປງ ​ແລະສ້າງ​ກົດໝາຍ​​ເພື່ອເປັ​ນຫລັກ​ ໃ​ນການ​ປົກ​ຄອງ​ບ້ານ​ເມືອງ​​ໃຫ້​ມີ​ລະບຽບ​ແບບ​ແຜນ, ບ່າວ​ໄພ່​ລາຊະ​ດອນໄດ້​ຮັບ​ຄວາມ​ເປັນ​ທຳຜູ້​ລ່ວງ​ລະ​ເມີດ​ກໍ່​ຖືກ​ລົງ​ໂທດ​ໂດຍ​ບໍ່​ເລືອກ​ໜ້າ​ນັບ​ທັງ​ລູກ​ຊາຍ​ຂອງ​ເພິ່ນ​ເອງ ກໍ່​ຖືກ​ສັ່ງ​ປະຫານ​ຊີວິດ​ຖານ​ໂທດ​ຂົ່ມຂືນ​ເມຍ​ທະຫາ​ນອົງຄະລັກ​ຂອງ​ເພິ່ນ.ໄດ້​ເອົາ​ໃຈ​ໃສ່​ສ້າງ​ວັດວາອາ​ຮາມ, ສົ່ງ​ເສີມ​ກາ​ນສຶກສາ ຂະ ຫຍາຍ​ໂຮງຮຽນ (ເວລາ​ນັ້ນແມ່​ນໂຮງຮຽນ​ວັດ)...

ປະຫວັດສາດ ນະຄອນຫຼວງວຽງຈັນ ສະໄໝອານາຈັກລາວລ້ານຊ້າງ

ນະຄອນຫຼວງວຽງຈັນ (ຂຽນຕາມເຄົ້າເດີມ: ນຄຣຫຼວງວຽງຈັນທນ໌) ແມ່ນເມືອງຫຼວງຂອງປະເທດລາວອັນເປັນເມືອງໃຫຍ່ທີ່ສຸດຂອງປະເທດ. ຢູ່ທາງຕອນກາງຂອງປະເທດ, ເນື້ອທີ່3,920 km². ນະຄອນວຽງຈັນສະໄໝອານາຈັກລາວລ້ານຊ້າງ ພະ​ເຈົ້າຟ້າງຸ່ມທ້ອນໂຮມປະເທດຊາດ ໃນສະຕະວັດທີ 14 ນັ້ນ ຈຶ່ງຮູ້ວ່າ ເມືອງວຽງຈັນໄດ້ກາຍເປັນນະຄອນ ລັດໜຶ່ງ ທີ່ເຂັ້ມແຂງສົມຄວນ ແລ້ວ ​ແຕ່​ບໍ່​ ທັນ ​ມີກຳແພງເມືອງ​ເທື່ອ. ຕັ້ງແຕ່ພະເຈົ້າຟ້າງຸ່ມເຕົ້າໂຮມແຜ່ນດິນ ແຕ່ປີ 1​353 ຈົນ ເຖິງປີ 1560...

ປະຫວັດຄວາມເປັນມາ ຫໍພິພິດທະພັນແຫ່ງຊາດຫຼວງພະບາງ ອະດີດບ່ອນປະທັບຂອງເຈົ້າຊີວິດລາວ

ພະລາຊະວັັງຫລວງພະບາງເປັນອາຄານແບບຝຣັ່ງແຕ່ຫລັງຄາ ເປັນແບບຊົງລາວຕັ້ງຢູ່ແຄມແມ່ນ້ຳຂອງ ຫັນໜ້າເຂົ້າສູ່ພະທາດພູສີ ຕົວພະລາຊະວັັງເປັນໝູ່ອາຄານເຕີ້ຍໆ ຊັ້ນດຽວ ຕັ້ງຢູ່ເທິງພື້ນຍົກສູງ ມີຄວາມງົດງາມລົງຕົວຂອງສິນລະປະ ຍຸກອານານິຄົມປະສົມກັບສິລະປະ ແບບລ້ານຊ້າງ ສະພາບໂດຍຮອບມີຄວາມຮົ່ມເຢັນດ້ວຍຕົ້ນ ໄມ້ທີ່ບໍ່ໜາຈົນເກີນໄປ. ປະຫວັດຂອງຫໍພິພິດທະພັນ ແຫ່ງນີ້ສ້າງຂຶ້ນໃນປີ ຄ.ສ.1904 ສະໄໝເຈົ້າມະຫາຊີວິດສີສະຫວ່າງວົງ ສືບທອດຕໍ່ມາເຖິງສະໄໝ ເຈົ້າມະຫາຊີວິດສີສະຫວ່າງວັດນາ ເຈົ້າມະຫາຊີວິດອົງສຸດທ້າຍຂອງຣາຊາອານາຈັກລາວ...

ເພງອຳມະຕະ “ຈຳປາເມືອງລາວ” ສັນຍາລັກຂອງຊາດລາວ ເນື້ອຮ້ອງຂອງ ມະຫາ ພູມີຈິດຕະພົງ ທຳນອງ ອຸຕະມະ ຈຸລາມະນີ

ຂໍນຳສະເໜີກ່ຽວກັບ ເພງທີ່ມີຄົນຮູ້ຈັກຫລາຍທີ່ສຸດ ຈົນກາຍເປັນເພງສັນຍາລັກຂອງຊາດລາວ ນັ້ນຄືເພງ “ດວງຈຳປາ, ດອກຈຳປາ ຫລື ຈຳປາເມືອງລາວ” ເນື້ອຮ້ອງໂດຍ: ມະຫາ ພູມີ ຈິດຕະພົງ, ທຳນອງໂດຍ: ອຸຕະມະ ຈຸລາມະນີ. ເພງ " ດວງຈຳປາ...

ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ມະຫາວິທະຍາໄລແຫ່ງຊາດຊາດ ສະຫຼຸບວຽກງານ 5 ປີ ແລະເລືອກຕັ້ງຄະນະຊຸດໃໝ່

ກອງປະຊຸມໃຫຍ່ຄັ້ງທີ V ຂອງຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວມະຫາວິທະຍາໄລແຫ່ງຊາດ ໄດ້ຈັດຂຶ້ນທີ່ສະໂມສອນຄະນະເສດຖະສາດ ແລະບໍລິຫານທຸລະກິດມະຫາວິທະຍາໄລແຫ່ງຊາດ,ໂດຍການເປັນປະທານຂອງສະຫາຍ ປອ.​ສຳລານ​ ພັນຄະວົງ ຄະນະເລຂາທິການສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ຄະນະພັກ, ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງສຶກສາທິການ ແລະກີລາ, ສະຫາຍ ສຈ.ປອ. ສົມສີ ຍໍພັນໄຊ...