Wednesday, March 26, 2025

ເພງອຳມະຕະ “ຈຳປາເມືອງລາວ” ສັນຍາລັກຂອງຊາດລາວ ເນື້ອຮ້ອງຂອງ ມະຫາ ພູມີຈິດຕະພົງ ທຳນອງ ອຸຕະມະ ຈຸລາມະນີ

ມະຫາ ພູມີ ຈິດຕະພົງ

ຂໍນຳສະເໜີກ່ຽວກັບ ເພງທີ່ມີຄົນຮູ້ຈັກຫລາຍທີ່ສຸດ ຈົນກາຍເປັນເພງສັນຍາລັກຂອງຊາດລາວ ນັ້ນຄືເພງ “ດວງຈຳປາ, ດອກຈຳປາ ຫລື ຈຳປາເມືອງລາວ” ເນື້ອຮ້ອງໂດຍ: ມະຫາ ພູມີ ຈິດຕະພົງ, ທຳນອງໂດຍ: ອຸຕະມະ ຈຸລາມະນີ.

ເພງ ” ດວງຈຳປາ ” ຫລື ບາງຄົນເອີ້ນວ່າ: ” ດອກຈຳປາ ” ຫລື “ຈຳປາເມືອງລາວ” ເປັນເພງທີ່ແຕ່ງ ແລະ ຮ້ອງມາແລ້ວໃນລາວ ແລະ ຕ່າງປະເທດ 77 ປີແລ້ວ (ເພງນີ້ປະພັນ ເມື່ອປີ ຄ.ສ 1942 ໂດຍ ມະຫາ ພູມີ ຈິດຕະພົງ ເປັນຄົນແຕ່ງ ແລະ ທ່ານ ອຸຕະມະ ຈຸລາມະນີ ເປັນຄົນ ໃຫ້ທຳນອງ).

ອຸຕະມະ ຈຸລາມະນີ

ເພງດວງຈຳປາ ເປັນເພງທີ່ຄົນລາວຮູ້ຈັກດີ ແຕ່ມີໜ້ອຍຄົນທີ່ຮູ້ຊື່ຄົນແຕ່ງ ແລະ ຜູ້ໃຫ້ທຳນອງ ແຕ່ເພງໆນີ້ ຄັ້ງໜຶ່ງໄດ້ຖືກສົ່ງເຂົ້າແຂ່ງຂັນຢູ່ຕ່າງປະເທດ ແລະ ກໍໄດ້ຮັບລາງວັນດີຫລາຍ, ແຕ່ໃນໄລຍະນັ້ນ ຜູ້ປະພັນ ເພງພັດຍັງເຄື່ອນໄຫວປະຕິວັດຢູ່ນຳຂະບວນການຕໍ່ສູ້ກູ້ຊາດ ເຊິ່ງລັດຖະບານຝ່າຍຣາຊະອານາຈັກລາວ ເອີ້ນວ່າເປັນຝ່າຍກະບົດ ຈຶ່ງບໍ່ສາມາດຈັດພິທີມອບລາງວັນໃຫ້ຜູ້ແຕ່ງເພງນີ້ໄດ້.

[ຄັດຈາກບົດຂອງ ອີວານ ເຊດຣົບ ນັກຂ່າວໜັງສືພິມ ປຣາວະດາ(Pravda 1976) ໃນບົດ “ສາທາລະນະລັດ ແຄມຝັ່ງແມ່ນ້ຳຂອງ]

ສຳລັບເພງດວງຈຳປານີ້ ເວົ້າໄດ້ວ່າ ເປັນເພງທີ່ມີຄວາມໝາຍເລິກເຊິ່ງ ເມື່ອ 20 ປີກ່ອນ ທ່ານ ຫຸມພັນ ລັດຕະນະວົງ ເຊິ່ງເວລານັ້ນທ່ານເປັນຫົວໜ້າສະຖາບັນຄົ້ນຄວ້າວັດທະນະທຳ ໄດ້ໃຫ້ຄວາມເຫັນວ່າ:

(ຄັດຈາກປຶ້ມ: ຊີວິດກັບເພງ ຂອງ ສີລະປິນອາວຸໂສ ອຸຕະມະ ຈຸລາມະນີ 1995)

ເນື້ອໃນຂອງບົດເພງດວງຈຳປາ ເປັນເປັນເໝືອນຄາຖາວິເສດໜຶ່ງທີ່ໄດ້ບັນດານຈິດໃຈ ແລະ ສ້າງພະລັງ ອັນແຮງກ້າ ມັນສາມາດສັ່ນຄອນຫົວໃຈຂອງຄົນ ໂດຍສະເພາະຜູ້ທີ່ຫ່າງໄກບ້ານເກີດເມືອງນອນ ນັ້ນ ໄດ້ຄິດຮອດເຊື້ອເຜົ່າພົງພັນຂອງຕົນເອງ ແລະ ຮູ້ສຶກຮັກບ້ານເກີດ ເມືອງນອນຂອງຕົນເປັນທະວີຄູນ. ບົດເພງ ດວງຈຳປາ, ດອກຈຳປາ ຫລື ຈຳປາເມືອງລາວ ນີ້ນັ້ນ ມັນໄດ້ເຮັດໃຫ້ຄົນລາວແຕ່ເໜືອຮອດໃຕ້ ໄດ້ຖືເອົາດອກ” ຈຳປາ “ເປັນສູນລວມແຫ່ງຄວາມຮັກ, ເປັນສັນຍາລັກ ແລະ ເປັນດອກໄມ້ປະຈຳຊາດ ຂອງຕົນເອງ….

ຕລອດໄລຍະເວລາຜ່ານມາ 70 ກ່ວາປີ ເພງດອກຈຳປາ ຫລື ຈຳປາເມືອງລາວໄດ້ພັດທະນາໄປ ທັງຈັງຫວະ ແລະ ການໃຊ້ເຄື່ອງດົນຕີ ອີກຫລາຍຊະນິດ ເຊິ່ງຕ່າງຈາກກ່ອນ ທີ່ນິຍົມໃຊ້ ເຄື່ອງສາຍ ປະເພດ ວີໂອລົງ; ແຕ່ແນວໃດກໍຕາມ ເພງຈຳປາເມືອງລາວ ຍັງໄດ້ນຳໄປບັນເລງ ຢ່າງສະຫງ່າຜ່າເຜີຍ ໃນງານມະໂຫລານ ຫລື ໃນພິທີການຕ່າງໆຕລອດມາ ເພາະເພງໆນີ້ ມັນຕັ້ງແມ່ນໝາກຫົວໃຈ ຂອງຄົນລາວແທ້ໆ….
InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

5 ວິທີຜ່ອນຄາຍ ຄວາມກົດດັນໃນບ່ອນເຮັດວຽກ

ເມື່ອຜ່ານຄວາມເມື່ອຍ ຄວາມກົດດັນ ຈາກຊ່ວງໄວຮຽນແລ້ວ ກໍຍັງຕ້ອງປະເຊີນໜ້າກັບຄວາມກົດດັນຈາກການເຮັດວຽກ ມື້ໜຶ່ງສະເລ່ຍແລ້ວເຮົາຢູ່ບ່ອນເຮັດວຽກຫຼາຍກວ່າຢູ່ເຮືອນ ບາງຄົນໂຊກດີໄດ້ເຮັດວຽກທີ່ມັກ ບ່ອນເຮັດວຽກສະພາບແວດລ້ອມດີ ກໍຊ່ວຍຫຼຸດຜ່ອນຄວາມຄຽດ ຄວາມກົດດັນ ຄວາມເມື່ອລ້າໄປໄດ້ເລັກນ້ອຍ ແຕ່ກໍຍັງມີຫຼາຍຄົນທີ່ຕ້ອງເຮັດວຽກພາຍໃຕ້ຄວາມກົດດັນ ທັງໜ້າວຽກ ເພື່ອນຮ່ວມງານ ແລະ ສະພາບແວດລ້ອມທີ່ບໍ່ເປັນໃຈ ສິ່ງເຫຼົ່ານີ້ຈະເປັນຕົວອັນຕະລາຍທີ່ກັດກິນເຮົາໄປໃນທຸກມື້.

VietJet ຂະຫຍາຍການເຊື່ອມຕໍ່ທົ່ວໂລກດ້ວຍການບໍລິການໃໝ່ເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ອິນເດຍ ແລະ ຍີ່ປຸ່ນ

(ນະຄອນຫຼວງວຽງຈັນ, 21 ມີນາ 2025) – VietJet ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນຳໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ໂຮ່ຈີມິນ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີມິນ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫຼົ່ານີ້ນຳເອົາຈຳນວນເສັ້ນທາງສາກົນໃໝ່ທັງໝົດຂອງ VietJet ຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ