Saturday, November 15, 2025
Kbank Laos โอน รับ จ่าย

ສຳເລັດແລ້ວ! ໂຄງການເຂື່ອນໄຟຟ້ານ້ຳງຽບ1 ເລີ່ມສົ່ງຂາຍກະແສໄຟຟ້າໃຫ້ປະເທດໄທ

ພາຍຫລັງທີ່ໃຊ້ເວລາເກືອບຫ້າປີໃນການກໍ່ສ້າງ ໂຄງການເຂື່ອນໄຟຟ້ານ້ຳງຽບ 1 ທີ່ຕັ້ງຢູ່ແຂວງບໍລິຄຳໄຊ ສ.ປ.ປ. ລາວ ກໍໄດ້ເລີ່ມຕົ້ນຜະລິດກະແສໄຟຟ້າສົ່ງອອກໃຫ້ປະເທດໄທ ໃນວັນທີ 5 ກັນຍາ 2019.

ການກໍ່ສ້າງໂຄງການໄດ້ເລີ່ມຕົ້ນໃນທ້າຍປີ 2014 ແລະ ວຽກງານທີ່ກ່ຽວຂ້ອງຕ່າງໆ ເຊັ່ນ: ວຽກງານໂຄງສ້າງ, ໄຟຟ້າ ແລະ ກົນຈັກໄດ້ສຳເລັດໃນເດືອນສິງຫາ 2019. ການທົດລອງຄັ້ງສຸດທ້າຍໃນການຜະລິດກະແສໄຟໄດ້ສຳເລັດໃນທ້າຍເດືອນສິງຫາ 2019 ແລະ ສັນຍາຊື້-ຂາຍໄຟ ລະຫວ່າງ EGAT ແລະ ບໍລິສັດ ໄຟຟ້ານໍ້າງຽບ 1 ຈໍາກັດ ໄດ້ຮັບຮອງເອົາ ວັນທີ 5 ກັນຍາ 2019 ເປັນມື້ເລີ່ມຕົ້ນຜະລິດໄຟ.

ທ່ານ ໂທຊິຮິໂຣ ທາກາໂນະ (Mr. Toshihiro Takano) ຜູ້ອຳນວຍການ ບໍລິສັດ ໄຟຟ້ານ້ຳງຽບ 1 ຈໍາກັດ ໄດ້ກ່າວວ່າ: “ຂ້າພະເຈົ້າຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງທຸກພາກສ່ວນທີ່ໄດ້ປະກອບສ່ວນເຂົ້າໃນໂຄງການ ແລະ ໃນໄລຍະປະມານ 5 ປີ ທີ່ຜ່ານມານີ້ກໍເປັນຊ່ວງເວລາທີ່ໜ້າຊື່ນຊົມຫຼາຍ ແລະ ຂອບໃຈສໍາລັບຄວາມທຸ້ມເທຂອງທຸກຄົນ. ທ່ານ ກ່າວຕື່ມອີກວ່າ:

ຜົນສໍາເລັດທີ່ສໍາຄັນຄັ້ງນີ້ກໍຍ້ອນການສະໜັບສະໜູນຢ່າງເຂັ້ມແຂງຂອງຊຸມຊົນໃນເຂດໂຄງການ, ປະຊາຊົນທີ່ຖືກຜົນກະທົບໂດຍກົງຈາກໂຄງການ ແລະ ລັດຖະບານລາວທຸກຂັ້ນ.”

ໂຄງການ ເຂື່ອນໄຟຟ້ານ້ຳງຽບ 1 ແມ່ນ ໂຄງການໄຟຟ້າພະລັງນ້ຳທີ່ມີຂີດຄວາມສາມາດໃນການຜະລິດກະແສໄຟຟ້າ 290 ເມກາວັດ ແລະ ປະກອບດ້ວຍເຂື່ອນໃຫຍ່ ພ້ອມດ້ວຍເຮືອນຈັກ ແລະ ເຂື່ອນນ້ອຍ ພ້ອມດ້ວຍເຮືອນຈັກ ຕັ້ງຢູ່ຕາມລ້ອງແມ່ນໍ້າງຽບ ເມືອງ ບໍລິຄັນ ແຂວງ ບໍລິຄຳໄຊ. ການກໍ່ສ້າງທັງສອງເຂື່ອນໄດ້ສຳເລັດກ່ອນລະດູຝົນ 2019 ແລະ ການກັກເກັບນໍ້າໃນອ່າງເກັບນໍ້າໃຫ້ເຕັມເຂື່ອນກໍໄດ້ສຳເລັດຢ່າງສົມບູນ ແລະ ປັດຈຸບັນກໍມີຄວາມພ້ອມໃນການຜະລິດ.

ເຮືອນຈັກໄຟຟ້າເຂື່ອນໃຫຍ່ຂອງໂຄງການມີຂີດຄວາມສາມາດໃນການຜະລິດກະແສໄຟຟ້າ 272 ເມກາວັດ, ກະແສໄຟຟ້າທີ່ຜະລິດຈາກເຮືອນຈັກດັ່ງກ່າວນີ້ຈະສົ່ງຂາຍໃຫ້ກັບ EGAT ຜ່ານສາຍສົ່ງ 230 ກິໂລໂວນ ທີ່ມີຄວາມຍາວປະມານ 120 ກິໂລແມັດ ຈາກໂຄງການຫາສະຖານີໄຟຟ້ານາບົງ ທີ່ນະຄອນຫຼວງວຽງຈັນ ແລະ ໃນສະຖານີດັ່ງກ່າວກະແສໄຟຈະປັບຂຶ້ນມາທີ່ 500 ກິໂລໂວນ ກ່ອນຈະຖືກສົ່ງອອກສູ່ປະເທດໄທ.

ເຂື່ອນໃຫຍ່ສ້າງດ້ວຍຄອນກຣີດອັດແໜ້ນ ແລະ ມີຄວາມສູງ 167 ແມັດ, ເປັນເຂື່ອນທີ່ສູງທີ່ສຸດຂອງເຂື່ອນປະເພດນີ້ໃນ ສ.ປ.ປ. ລາວ ແລະ ພາກພື້ນໃນປັດຈຸບັນ.

ເຮືອນຈັກເຂື່ອນນ້ອຍສາມາດຜະລິດກະແສໄຟຟ້າໄດ້ 18 ເມກາວັດ ກະແສໄຟທີ່ຜະລິດຈະຂາຍໃຫ້ລັດວິສາຫະກິດໄຟຟ້າລາວ ເພື່ອຊົມໃຊ້ພາຍໃນທ້ອງຖິ່ນ.

ແຫຼ່ງຂໍ້ມູນ:

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.