ກອງປະຊຸມແລກປ່ຽນບົດຮຽນ ລະດັບພາກພື້້ນ ທາງດ້ານພືດຜັກ ປະຈຳປີ 2019

ກອງປະຊຸມດັ່ງກ່າວແມ່ນໄດ້ຈັດຂຶ້ນທີ່ ຫໍປະຊຸມສະຖາບັນຄົ້ນຄວ້າກະສິກຳປ່າໄມ້ ແລະ ພັດທະນາຊົນນະບົດ ໂດຍໃຫ້ກຽດເປີດກອງປະຊຸມ ຂອງທ່ານຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ ແລະ ຜູ້ຕ່າງໜ້າຈາກສະຖານທູດອົດສະຕາລີ ປະຈຳລາວ.

ຈຸຸດປະສົງຂອງກອງປະຊຸມຄັ້ງນີ້ ກໍ່ເພື່ອເປັນການສ້າງໂອກາດໃຫ້ແກ່ຜູ້ຈັດຕັ້ງປະຕິບັດວຽກງານທາງດ້ານການຜະ ລິດພືດຜັກໃນແຕ່ລະປະເທດໃນມີການແລກປ່ຽນບົດຮຽນແລະປະສົບການຂອງຕົນໃຫ້ ແກ່ແຕ່ລະພາກສ່ວນໄດ້ຮຽນຮູ້ແລະຖອດຖອນບົດຮຽນ ພ້ອມທັງເປັນການສ້າງເຄືອຂ່າຍໃຫ້ແກ່ບັນດາອົງກອນ ຜູ້ຈັດຕັ້ງປະຕິບັດວຽກ ງານຕົວຈຶ່ງ ບໍ່ວ່າຈະເປັນ ພາກລັດເອກະຊົນ ຂະແໜງການສຶກສາ ຈົນຮອດກຸ່ມຊາວກະສິກອນ ຜູ້ປະກອບການເກັບຊື້ສະມາຄົມ ໄດ້ຮູ້ຈັກແລະແລກປ່ຽນຄວາມຄິດເຫັນເຂົ້າໃຈສະພາບຂອງແຕ່ລະຂອດການຜະລິດຂອງລະບົບຕ່ອງໂສ້ການຜະລິດ.

ຊຶ່ງໃນປີນີ້ເປັນປີ ທີ 4 ໃນການຈັດກອງປະຊຸມດັ່ງກ່າວ ແລະເປັນຄັ້ງທີສອງຂອງລາວທີໄດ້ຮັບກຽດເປັນເຈົ້າພາບ ແລະຄັ້ງນີ້ ໄດ້ມີຫຼາຍກວ່າ 130 ຄົນ ໄດ້ເຂົ້າຮ່ວມ ຊຶ່ງມາຈາກບັນດາປະເທດເຂດພາກພື້ນເຊັ່ນ ອົດສະຕາລີ ກຳ ປູເຈຍເກົາຫຼີ, ຫວຽດນາມ, ກອງປະຊຸມໄດ້ໃຊ້ເວລາໜຶ່ງວັນ ເພື່ອມີການນຳສະເໜີແລະສົນທະນາ ໃນການແລກ ປ່ຽນບົດຮຽນ ຊຶ່ງຜົນຂອງກອງປະຊຸມເຫັນໄດ້ວ່າການຜະລິດພືດຜັກປອດສານພິດ ແມ່ນກຳລັງໄດ້ຮັບຄວາມສົນໃຈທັງກຸ່ມຜູ້ຜະລິດ ແລະ ຜູ້ບໍລິໂພກແຕ່ຍັງມິຫຼາຍຂອດໃນການສະໜັບສະໜູນບໍ່ວ່າທັງພາກລັດແລະເອກະ ຊົນຕ້ອງໄດ້ເອົາໃຈໃສ່ຊ່ວຍຍູ້ດັນພ້ອມທັງ ສ້າງຈິດສຳນຶກໃຫ້ແກ່ສັງຄົມເພື່ອເຫັນຄວາມສຳຄັນແລະຜົນກະທົບຕ່າງໆທີການນຳໃຊ້ສານເຄມີເຂົ້າໃນການຜະລິດກະສິກຳ

The Regional Vegetable Forum 2019, the highlight of the meeting is to exchange experiences and challenges of each organization when they tried to implement the intervention strategy, the research findings for driving successful adoption and proven methods of building confidence and support for new practices among target groups. This event is a non-profit activity aimed to improve network, stakeholder success, collaboration and partnership throughout the regional vegetable sector. the forum will also be launching a new information share point. which is call Tropical Agriculture Research and Information Share Point (TARISP).

There are more than 130 participants from international organizations (Australia, Cambodia, Korea, Vietnam, Thailand,..), Lao government sector, education sector, private sector and NGO moreover some farmer associations and communities also are attended.

ແຫຼ່ງຂໍ້ມູນ: National Agriculture and Forestry Research Institute
InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...