Friday, November 7, 2025
Kbank Laos โอน รับ จ่าย

ພັນລະຍານາຍົກ ທ່ານນາງ ນາລີ ສີສຸລິດ ມອບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ແກ່ກົມໃຫຍ່ພະລາທິການກອງທັບ

ທ່ານ ນາງ ນາລີ ສີ ສຸລິດ ພັນລະຍາຂອງທ່ານນາຍົກ ລັດຖະມົນຕີແຫ່ງ ສປປ ລາວ ພ້ອມດ້ວຍບັນດາພັນລະຍາຄອບ ຄົວການນຳກະຊວງປ້ອງກັນປະ ເທດ, ຮ່ວມກັບຄະນະສົງ ວັດນາ ໄຊ ນະຄອນຫຼວງວຽງຈັນ ແລະ ບັນດາຫ້າງຮ້ານບໍລິສັດໄດ້ນຳ ເອົາເຄື່ອງອຸປະໂພກ-ບໍລິໂພກ ແລະ ຢາປົວພະຍາດຈຳນວນໜຶ່ງ ເຊິ່ງລວມມູນຄ່າຈຳນວນເງິນທັງ ໝົດ 100.500.000 ກີບ, ນຳ ມາມອບໃຫ້ແກ່ກົມໃຫຍ່ພະລາທິ ການກອງທັບ.

ເຊິ່ງເປັນກຽດ ກ່າວມອບໂດຍທ່ານ ນາງ ນາລີ ສີສຸລິດ ແລະ ຕາງໜ້າກ່າວຮັບ ໂດຍສະຫາຍ ພົນຈັດຕະວາ ຄຳ ເພັດ ສີຊານົນ ກຳມະການຄະນະ ພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ພະລາທິ ການກອງທັບຢ່າງສົມກຽດ.

ສ່ວນເຄື່ອງປະເພດຕ່າງໆທີ່ ນຳມາມອບໃຫ້ໃນຄັ້ງນີ້ແມ່ນຈະ ໄດ້ນຳໄປມອບຕໍ່ໃຫ້ພະນັກງານ, ນັກຮົບ ທີ່ກຳລັງປະຕິບັດໜ້າທີ່ ເຮັດວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບ ຢູ່ເຂດ ຊົນນະບົດທຸລະກັນດານຫ່າງໄກ ສອກຫຼີກ.

ໂອກາດນີ້ສະຫາຍພົນ ຈັດຕະວາ ຄຳເພັດ ສີຊານົນ ຕາງ ໜ້າໃຫ້ຄະນະນຳກົມໃຫຍ່ພະລາທິການ ກໍໄດ້ກ່າວສະ ແດງຄວາມຍ້ອງຍໍຊົມເຊີຍມາຍັງທ່ານ ນາງ ນາລີ ສີສຸລິດ ພ້ອມດ້ວຍບັນດາພັນ ລະຍາຄອບຄົວການນຳກະຊວງ ປ້ອງກັນປະເທດ ແລະ ຄະນະພະສົງ, ບັນດາຫ້າງຮ້ານບໍລິສັດທີ່ໄດ້ ມີຈິດໃຈສັດທາ, ເອື້ອເຟື້ອເພື່ອແຜ່ ແລະ ໄດ້ໃຫ້ການສະໜັບສະໜູນ ຊ່ວຍເຫຼືອດູແລນາຍ ແລະ ພົນທະຫານ ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະນຳເອົາເຄື່ອງຂອງທຸກສິ່ງທຸກ ຢ່າງເຫຼົ່ານີ້ນຳໄປຈັດຕັ້ງປະຕິບັດ ແລະ ມອບໃຫ້ທຸກພາກສ່ວນໃຫ້ ໄດ້ຢ່າງທົ່ວເຖິງ. ໃນພິທີດັ່ງກ່າວເປັນກຽດເຂົ້າ ຮ່ວມໂດຍສະຫາຍ ພົນຕີ ປອ ວົງຄຳ ພົມມະກອນ ກຳມະການ ຄະນະປະຈຳພັກກະຊວງປ້ອງກັນ ປະເທດ ຫົວໜ້າກົມໃຫຍ່ພະລາທິ ການກອງທັບ ພ້ອມດ້ວຍຄະນະ ນຳກົມໃຫຍ່ພະລາທິການ ແລະ ພະນັກງານພາຍໃນກົມ.

ແຫຼ່ງຂໍ້ມູນ: Lao people’s Army Newsໂດຍ: ຄຳປະສົງ ລາດຊະວົງ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.