ທະຫານ ໄດ້ປະຕິບັດໜ້າທີ່ອັນສົມກຽດຂອງຊາດ ຂອງກອງທັບດ້ວຍຄວາມພາກພູມໃຈ

ສະຫາຍ ພັນຕີ ນາງ ສີຫາ ກັນຍາວົງ

ສະຫາຍ ພັນຕີ ນາງ ສີຫາ ກັນຍາວົງ ຮອງຫົວຫນ້າພະແນກຊາວ ໜຸ່ມທະຫານແຂວງ ຈໍາປາສັກ ເຂົ້າຮ່ວມທຸກຂະບວນການເຄື່ອນ ໄຫວຊ່ວຍເຫຼືອຜູ້ປະສົບໄພພິບັດ ນ້ໍາຖ້ວມ ແລະ ປູກຈິດສໍານຶກໃຫ້ ກັບພະນັກງານ-ນັກຮົບ ກໍຄືຊາວ ໜຸ່ມກອງບັນຊາການທະຫານ ແຂວງຈໍາປາສັກ ປະຕິບັດໜ້າທີ່ຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຄວາມ ເດືອດຮ້ອນພ້ອມຄຽງບ່າຄຽງໄຫຼ່ກັບເພດຊາຍເພື່ອຊ່ວຍເຫຼືອປະ ຊາຊົນໃຫ້ປອດໄພ.

ພໍແຕ່ໄດ້ຊາບຂ່າວຈາກປະຊາຊົນ ແລະ ເຫັນຜ່ານທາງສື່ອອນ ລາຍຈາກເຫດການນ້ໍາຖ້ວມຢູ່ແຂວງຈໍາປາສັກໃນແຕ່ລະເມືອງເຮັດ ໃຫ້ນ້ໍາຖ້ວມສູງຂຶ້ນເລື້ອຍໆ ໂດຍສະເພາະຢູ່ນະຄອນປາກເຊ ເປັນນະຄອນສວຍງາມທີ່ບໍ່ເຄີຍ ຖືກນ້ໍາຖ້ວມໃນລະດັບນີ້ມາ ກ່ອນສົ່ງຜົນກະທົບຕໍ່ພໍ່ແມ່ປະຊາຊົນຫຼາຍພັນຄອບຄົວ, ເຫັນພາບຊີວິດຈິດໃຈໃນການດໍາລົງຊີວິດພົບຄວາມຫຍຸ້ງຍາກລໍາບາກ, ເຮືອນຊານພໍ່ແມ່ປະຊາຊົນ, ບັນດາສໍານັກງານຫ້ອງການ ພາກລັດ ແລະ ເອກະຊົນສະຖານທີ່ທໍາການຜະລິດໂຮງຈັກໂຮງ ງານໄດ້ຮັບຄວາມເສຍຫາຍເປ່ເພ, ຕົນເອງບໍ່ໄດ້ນິ່ງນອນໃຈເຂົ້າ ມີສ່ວນຮ່ວມໃນການຊ່ວຍເຫຼືອ ທັນທີໂດຍໃນເບື້ອງຕົ້ນໃນຖາ ນະເປັນປະຊາຊົນຄົນທໍາມະດາ ໄດ້ເຂົ້າໄປບໍລິຈາກເຄື່ອງຊ່ວຍ ເຫຼືອຕາມຈຸດບໍລິຈາກເຂດບ້ານທີ່ຕົນຢູ່ ແລະ ຮ່ວມກັບປະຊາ ຊົນເຂດດັ່ງກ່າວລະດົມກໍາລັງ ແພັກເຄື່ອງຂອງອາຫານທີ່ໄດ້ ຈາກການບໍລິຈາກຢ່າງຮີບດ່ວນ ເພື່ອນໍາສົ່ງໃຫ້ພາກສ່ວນກ່ຽວ ຂ້ອງສົ່ງຕໍ່ເຖີງມືປະຊາຊົນທີ່ໄດ້ ຮັບຜົນກະທົບໜັກໃຫ້ທົ່ວເຖີງ. 

ຕໍ່ມາສະພາບການນ້ໍາຖ້ວມຍິ່ງ ໜັກຂຶ້ນຂະຫຍາຍອອກເປັນວົງ ກວ້າງເຮັດໃຫ້ນະຄອນປາກເຊ ຈົມຢູ່ໃຕ້ບາດານ, ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງຈໍາປາສັກ ບ່ອນທີ່ຕົນເຮັດວຽກມີຄວາມເປັນຫ່ວງ ເປັນໃຍຕໍ່ກັບເຫດການດັ່ງກ່າວ.

ຈຶ່ງໄດ້ຈັດຕັ້ງກໍາລັງໃນ ແຕ່ລະກົມກອງຢ່າງຮີບດ່ວນ ເພື່ອລົງຊ່ວຍເຫຼືອປະຊາ ຊົນໃຫ້ວ່ອງໄວທັນການເພື່ອກອບກູ້ເອົາຊີວິດ ແລະ ຮັກສາຊັບສິນຂອງພວກເພິ່ນໄວ້, ໃນນັ້ນເຮົາເອງໃນນາມເປັນຮອງພະແນກ ຊາວໜຸ່ມໄດ້ຮັບການມອບໝາຍ ກໍໄດ້ຮີບຮ້ອນຈັດຕັ້ງປະຕິບັດ ລະດົມອ້າຍເອື້ອຍນ້ອງ ທັງຊາວໜຸ່ມ, ແມ່ຍິງເຂົ້າຊ່ວຍເຫຼືອໄດ້ ຫຼາຍໜ້າວຽກໃນການກອບກູ້ຊ່ວຍເຫືຼອຜູ້ປະສົບໄພ, ນໍາເອົາເຄື່ອງບໍລິຈາກເຂົ້າເຖິງມືປະຊາ ຊົນຢ່າງທົ່ວເຖິງ ແລະເຄື່ອນ ໄຫວປິ່ນປົວປະຊາຊົນທີ່ໄດ້ຮັບບາດເຈັບຕາມແຕ່ລະຈຸດ, ນອກນັ້ນຍັງໄດ້ຊີ້ນໍາບັນດາກໍາ ລັງຊາວໜຸ່ມແມ່ຍິງໃຫ້ມີຄວາມ ໜັກແໜ້ນເຂັ້ມແຂງດ້ານກໍາລັງ ສົມກັບທີ່ເປັນກໍາລັງປະກອບອາ ວຸດຂອງຊາດ ຂອງກອງທັບປະ ກອບສ່ວນເຂົ້າໃນທຸກຂະບວນ ການຂອງອົງການຈັດຕັ້ງ ທັງ ພາກລັດ ແລະ ເອກະຊົນ ພ້ອມ ຄຽງບ່າຄຽງໄລ່ ກັບຜູ້ປະສົບ ໄພຜ່ານພົ້ນວິກິດນີ້ໂດຍປອດໄພ.

ມາຮອດປັດຈຸບັນ, ລະດັບນ້ໍາ ຖ້ວມຫຼຸດລົງເກືອບເປັນປົກກະຕິ ແລ້ວເຮັດໃຫ້ເສັ້ນທາງ, ເຮືອນ ຊານຂອງພໍ່ແມ່ປະຊາຊົນສະ ຖານທີ່ທໍາຜະລິດໂຮງຈັກໂຮງ ງານຂອງພວກເພິ່ນໄດ້ຮັບຄວາມ ເສຍຫາຍ ແລະ ມີຄວາມເປີະ ເປື້ອນ, ຊາວໜຸ່ມພວກເຮົາກໍໄດ້ ຕະລຸມບອນໃນການປົວແປງ, ເຄື່ອນຍ້າຍຊັບສິນມີຄ່າ, ອະນາ ໄມທໍາຄວາມສະອາດທົ່ວເທດສະບານນະຄອນປາກເຊ ແລະ ເມືອງອື່ນໆອີກ ທີ່ຖືກຜົນກະທົບ ເຮັດໃຫ້ພໍ່ແມ່ປະຊົນດໍາລົງຊີວິດ ແລະ ເຮັດທຸລະກິດຄ້າ-ຂາຍກັບ ຄືນສູ່ປົກກະຕິໂດຍໄວ.

ສະຫາຍ ພັນຕີ ນາງສີຫາ ກັນ ຍາວົງ ຍັງບອກກັບຜູ້ຂຽນວ່າ: ໃນຖານະເຮົາເປັນປະຊາຊົນຄົນລາວ ກໍຄືເປັນກໍາລັງປະກອບອາວຸດ ຕໍ່ກັບສະພາບການບ້ານເມືອງ ໃນຕອນນີ້ກໍາລັງປະເຊີນກັບໄພພິບັດທາງທໍາມະຊາດສ້າງຜົນເສຍ ຫາຍຫລາຍດ້ານ.

ດັ່ງນັ້ນ ເຮົາເອງກໍຄືທຸກອົງການຈັດຕັ້ງທາງພາກລັດ ແລະເອກະຊົນ ແລະ ພໍ່ແມ່ປະຊາຊົນລາວບັນດາເຜົ່າ ຂໍເປັນກໍາລັງສ່ວນໜຶ່ງຊ່ວຍເຫຼືອ ດ້ວຍຄວາມຈິງໃຈໂດຍບໍ່ຫວັງຜົນຕອບແທນໃດໆ ແລະ ເຮັດດ້ວຍ ໜ້າທີ່ອັນສົມກຽດ ຂອງຊາດ ຂອງກອງທັບມອບໝາຍໃຫ້.

ແຫຼ່ງຂໍ້ມູນ: Lao people’s Army News ໂດຍ ໂຊເລ້

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...