ມາເຮັດແຈ່ວ “ໝາກແຂ່ນ” ແຊບໆກິນກັນເທາະ!

Kees Sprengers (The Boat Landing Cookbook)

ໝາກແຂ່ນ ໄດ້ຮັບຄວາມນິຍົມຫຼາຍໃນລາວ ໂດຍສະເພາະພາກເໜືອ, ຈະມີລົດຊາດຄ້າຍຄືພິກໄທເຊຊວນ ແຕ່ຈະມີຂະໜາດນ້ອຍ ແລະ ສີດຳເຂັ້ມກ່ວາ. ສ່ວນໃຫ່ຍຊາວອາຄານິຍົມຮັບປະທານແຈ່ວໝາກແຂ່ນກັບປີ້ງຊີ້ນ ໂດຍສະເພາະປີ້ງຊີ້ນໝູ.

ສ່ວນປະສົມ
• ໝາກແຂ່ນແຫ້ງ ຂົ້ວໃສ່ໝໍ້ຄາງ 1/2-1 ບ່ວງຊາ
• ກະທຽມ 6 ກີບ, ຈີ່ສຸກ
• ໝາກເຜັດດິບ15ໜ່ວຍນ້ອຍ ຫຼື ໝາກເຜັດໃຫ່ຍ 4 ໜ່ວຍ, ຈີ່ສຸກ
• ເກືອ 1/2-1 ບ່ວງຊາ
• ສະອິວ 1 ບ່ວງແກງ
• ກິນກັບປີ້ງໝູ ຫຼື ປີ້ງໄກ່

ວີທີປຸງແຕ່ງ

  1. ແກະເປືອກກະທຽມທີ່ໄໝ້ອອກໃຫ້ໝົດ
  2. ໃສ່ເກືອແລະ ໝາກແຂ່ນລົງຄົກມຕຳໝາກແຂ່ນໃຫ້ມຸ່ນລະອຽດ ຫຼັງຈາກ ນັ້ນໃສ່ໝາກເຜັດ ແລະ ກະທຽມລົງໄປ ແລ້ວຕຳອີກເທື່ອໜຶ່ງ
  3. ຖ້າໃສ່ໝາກເຜັດໃຫ່ຍ ໃຫ້ຊອຍກ່ອນທີ່ຈະໃສ່ລົງຄົກ
  4. ໃສ່ສະອິວ ເພື່ອເພີ່ມລົດຊາດ ຫຼື ຈະໃສ່ເກືອ, ໝາກແຂ່ນເພີ່ມຕາມຕ້ອງການ

ແຫຼ່ງຂໍ້ມູນ: ອາຫານພາກເໜືອລາວ ປຶ້ມສູດອາຫານເຮືອນພັກທ່າເຮືອ, ເວບໄຊ ພາເຂົ້າລາວ


InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...