Thursday, May 15, 2025
Kbank Laos โอน รับ จ่าย

ລັດຖະມົນຕີ ປກສ ບໍ່ອະນຸຍາດໃຫ້ຄູ-ອາຈານເຮັດ 11 ຢ່າງນີ້ເດັດຂາດ!

ພາບປະກອບ

ເພື່ອເປັນທິດຊີ້ນຳໃຫ້ຄູ-ອາຈານ ເພີ່ມຄວາມເປັນແບບຢ່າງທີ່ດີຮອບດ້ານ, ທ່ານລັດຖະມົນຕີ ກະຊວງ ປກສ ຈຶ່ງເນັ້ນ 11 ຂໍ້ ທີ່ຄູ-ອາຈານຄວນຫຼີກລ່ຽງ ແລະ ບໍ່ອະນຸຍາດໃຫ້ເຮັດ ຢ່າງເດັດຂາດ ຄື:

1.ບໍ່ຄວນໃຊ້ໜ້າທີ່ຕຳແໜ່ງໄປໃນທາງທີ່ຜິດກົດໝາຍ, ຜິດລະບຽບການ, ບໍ່ຄວນສ້າງຄວາມຫຍຸ້ງຍາກໃຫ້ແກ່ນັກສຶກສາ.
2.ບໍ່ຄວນໂລບມາກໂລພາ, ບໍ່ມີຄວາມສັດຊື່ຕໍ່ ການປະຕິບັດໜ້າທີ່ ໃນການສິດສອນ – ການຊອກຮູ້ຮໍ່າຮຽນ ແລະ ການຄົ້ນຄວ້າວິທະຍາສາດ.
3.ບໍ່ຄວນຂູ່ເຂັນບັງຄັບລຳອຽງ ເລືອກປະຕິບັດຕໍ່ກັບນັກຮຽນ ( ບໍ່ຄວນສົມຮູ້ຮ່ວມຄິດ ໃນການປົກປິດການກະທຳທີ່ບໍ່ດີຂອງນັກຮຽນ ລວມທັງເພື່ອນຮ່ວມງານ ).
4.ບໍ່ລ່ວງລະເມີດຮ່າງກາຍ ກຽດສັກສີຄວາມເປັນມະນຸດຂອງນັກຮຽນ – ເພື່ອນຮ່ວມງານ, ບໍ່ເຮັດສິ່ງທີ່ແຕະຕ້ອງເຖິງໜ້າວຽກການເຄື່ອນໄຫວຂອງເພື່ອນຮ່ວມງານ ແລະ ຜູ້ອື່ນໆ.

5.ບໍ່ຈັດຕັ້ງການສອນ-ການຮຽນເພີ່ມທີ່ຜິດກັບລະບຽບກົດໝາຍ ( ຫາກຖືກຕາມລະບຽບ ກໍສາມາດປະຕິບັດໄດ້ ).
6.ບໍ່ຄວນສູບຢາ ຫຼື ດື່ມສິ່ງມຶນເມົາໃນໂມງການ, ຢູ່ໃນຫ້ອງການ, ຫ້ອງຮຽນ ຫຼື ໃນສະຖານທີ່ທີ່ບໍ່ໄດ້ຮັບອະນຸຍາດ.
7.ບໍ່ຄວນນຳໃຊ້ໂທລະສັບ ໃນເວລາລວມ, ເວລາຂຶ້ນຫ້ອງຮຽນ, ເວລາສອບເສັງ.
8.ບໍ່ຄວນສ້າງເປັນກຸ່ມກ້ອນທີ່ເຮັດໃຫ້ແຕກແຍກພາຍໃນ ຫຼື ແຕກແຍກຄວາມສາມັກຄີ.
9.ບໍ່ສວຍໂອກາດໂຄສະນາຊວນເຊື່ອ ຫຼື ຂັດກັບທັດສະນະແນວທາງນະໂຍບາຍຂອງພັກ.

ພາບປະກອບ

10.ບໍ່ຫຼົບຫຼີກໜ້າທີ່ຄວາມຮັບຜິດຊອບ, ບໍ່ປະລະໜ້າທີ່, ບໍ່ປະລະວຽກຕາມລຳພັງໃຈ, ການໄປ-ມາຊັກຊ້າເລີກການໄວ, ຕັດຮອນ ຫຼື ເລັ່ງລັດຫຼັກສູດການຮຽນ – ການສອນ ທີ່ເປັນການຝ່າຝືນລະບຽບວິໄນວິຊາສອນຂອງໂຮງຮຽນ.
11.ບໍ່ຈັດຕັ້ງ ແລະ ບໍ່ເຂົ້າຮ່ວມການເຄື່ອນໄຫວຕ່າງໆ ທີ່ເຮັດໃຫ້ເສື່ອມເສຍອິດທິພົນບົດບາດຂອງຄູ-ອາຈານ.

ໃນໂອກາດທີ່ ພົທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງ ປກສ ໄດ້ລົງພົບປະຢ້ຽມຢາມ ຄະນະອຳນວຍການ ວິທະຍາຄານ ສັນຕິບານ ປະຊາຊົນ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ຢູ່ວິທະຍາຄານດັ່ງກ່າວ ໃນວັນທີ 13 ກັນຍາ 2019, ໂດຍທ່ານໄດ້ໂອ້ລົມໃຫ້ທິດຊີ້ນຳຫຼາຍຢ່າງ ເພື່ອເປັນການພັດທະນາວິທະຍາຄານໃຫ້ສູງຂຶ້ນ; ເຊິ່ງໃນນັ້ນ ທ່ານໄດ້ເນັ້ນ ຄູ-ອາຈານ ຈົ່ງຫຼີກລ່ຽງການກະທຳ 11 ຂໍ້ ແລະ ບໍ່ອະນຸຍາດໃຫ້ເຮັດຢ່າງເດັດຂາດ.

ທ່ານລັດຖະມົນຕີ ກະຊວງ ປກສ ກ່າວວ່າ:

ຄູ-ອາຈານ ແມ່ນປັດໄຈໜຶ່ງທີ່ສຳຄັນໃນການເຮັດໜ້າທີ່ອົບຮົມກໍ່ສ້າງນາຍຕຳຫຼວດ ໃຫ້ມີຄຸນນະພາບ; ດັ່ງນັ້ນ, ຄູ-ອາຈານ ຕ້ອງເປັນຫຼັກແຫຼ່ງ ເປັນແບບຢ່າງໃນທຸກດ້ານ ໂດຍສະເພາະ ດ້ານຄຸນສົມບັດສິນທຳປະຕິວັດ, ມີຈັນຍາບັນ – ຈັນຍາທຳ, ລະດັບຄວາມ-ຮູ້ຄວາມສາມາດດ້ານທິດສະດີຫຼັກການ ແລະ ພຶດຕິກຳ ຕ້ອງປະຕິບັດໃຫ້ຄົບຖ້ວນມາດຖານຂອງຄູ ຈຶ່ງເອີ້ນວ່າ ຄູປະຕິວັດ. ຄູ-ອາຈານ ຢາກສອນຄົນໄດ້ດີ ແມ່ນຕ້ອງເລີ່ມຈາກການເປັນຄົນດີກ່ອນ ເນື່ອງຈາກວ່າ ວິທີການນຳພາທີ່ດີທີ່ສຸດ ແມ່ນການນຳພາດ້ວຍຄວາມເປັນແບບຢ່າງ.

ແຫຼ່ງຂໍ້ມູນ: ໜັງສືພິມ ຄວາມສະຫງົບ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້