Wednesday, February 11, 2026
Kbank Laos โอน รับ จ่าย

ລັດຖະບານລາວ ປະດັບຫຼຽນກາມິດຕະພາບໃຫ້ທູດໄທ ໃນ​ໂອ­ກາດ​ທີ່​ສຳ­ເລັດ​ໜ້າ­ທີ່​ການ​ທູດ

ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ​, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ກຽດຕິຄຸນ ຊາດປຣະເສີດ, ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ, ໃນໂອກາດທີ່ສຳເລັດໜ້າທີ່ການທູດຢູ່ ສປປ ລາວ.

ໃນໂອກາດນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານເອກອັກຄະຣາຊະທູດ ກຽດຕິຄຸນ ຊາດປຣະເສີດ ທີ່ໄດ້ສຳເລັດໃນການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ຕະຫຼອດໄລຍະເວລາ 1 ປີກວ່າ, ພ້ອມຕີລາຄາສູງຕໍ່ສາຍພົວພັນຮ່ວມມືທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ສອງປະເທດ ລາວ-ໄທ ຕະຫຼອດໄລຍະເກືອບ 7 ທົດສະວັດ ຜ່ານມາ ທີ່ນັບມື້ໄດ້ຮັບການເສີມຂະຫຍາຍຢ່າງກວ້າງຂວາງ ແລະ ມີຜົນສໍາເລັດຕົວຈິງ, ຊຶ່ງເຫັນໄດ້ຈາກ ສອງປະເທດໄດ້ມີການແລກປ່ຽນການຢ້ຽມຢາມ ລະຫວ່າງ ການນໍາຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ ແລະ ມີການຮ່ວມມືທີ່ດີນໍາກັນໃນດ້ານຕ່າງໆ ເປັນຕົ້ນແມ່ນ ດ້ານການຄ້າ, ການລົງທຶນ, ການສຶກສາ, ສາທາລະນະສຸກ ແລະ ອື່ນໆ.

ໃນໄລຍະທີ່ ທ່ານທູດ ກຽດຕິຄຸນ ຊາດປຣະເສີດ ປະຕິບັດໜ້າທີ່ການທູດນີ້ ທ່ານໄດ້ເຄື່ອນໄຫວປະຕິບັດໜ້າທີ່ຢ່າງຫ້າວຫັນ ປະກອບສ່ວນອັນສຳຄັນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືທີ່ດີຖານບ້ານໃກ້ເຮືອນຄຽງ ເປັນຕົ້ນແມ່ນ ເອົາໃຈໃສ່ຊຸກຍູ້ການຈັດຕັ້ງປະຕິບັດຜົນການຕົກລົງຂອງກອງປະຊຸມ JC ລາວ-ໄທ ຄັ້ງທີ 21 ແລະ ເຮັດໃຫ້ການຈັດ ກອງປະຊຸມຮ່ວມນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ລາວ-ໄທ ແບບບໍ່ເປັນທາງການ (JCR) ຄັ້ງທີ 3 ທີ່ ນະຄອນຫຼວງວຽງຈັນ ໄດ້ຮັບຜົນສໍາເລັດຢ່າງເປັນຮູບປະທໍາ, ໄດ້ຂົນຂວາຍບັນດານັກທຸລະກິດໄທ ມາຢ້ຽມຢາມ ແລະ ລົງທຶນຢູ່ ສປປ ລາວ, ຊຸກຍູ້ການຮ່ວມມືໃນບັນດາໂຄງການ:

ການພັດທະນາພື້ນຖານໂຄງລ່າງເຊື່ອມໂຍງເສັ້ນທາງຄົມມະນາຄົມຂົນສົ່ງ, ດ້ານການສຶກສາ ແລະ ສາທາລະນະສຸກ, ຊຶ່ງມີຫຼາຍໂຄງການສຳເລັດ ແລະ ຫຼາຍໂຄງການກໍ່ກຳລັງດຳເນີນການຢ່າງມີຄວາມຄືບໜ້າ, ປະສານສົມທົບ ເພື່ອນຳເອົາການຊ່ວຍເຫຼືອຈາກ ສົມເດັດພະເຈົ້າມະຫາຊີວິດ ແລະ ພະບໍລົມວົງສານຸວົງ ແລະ ລະດົມການຊ່ວຍເຫຼືອຈາກທຸກພາກສ່ວນຂອງໄທ ທັງພາກລັດ ແລະ ເອກະຊົນ ມາໃຫ້ແກ່ປະຊາຊົນລາວ ຜູ້ທີ່ປະສົບເຄາະຮ້າຍຈາກໄພພິບັດນ້ຳຖ້ວມ ທີ່ເມືອງສະໜາມໄຊ, ແຂວງອັດຕະປື ໃນປີຜ່ານມາ.

ຊຶ່ງເຮັດໃຫ້ຜູ້ທີ່ໄດ້ຮັບເຄາະຮ້າຍສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ຟື້ນຟູຊີວິດການເປັນຢູ່ ໃຫ້ກັບຄືນສູ່ສະພາບປົກກະຕິໄດ້ໄວ້ຂຶ້ນ, ພິເສດ ທ່ານທູດ ຍັງໄດ້ເອົາໃຈໃສ່ຊຸກຍູ້ ແລະ ປະສານງານໃຫ້ແກ່ການກະກຽມຕ້ອນຮັບ ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ ທີ່ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນເດືອນພະຈິກ 2019 ນີ້ ແລະ ໄດ້ຮ່ວມປຶກສາຫາລືຂັ້ນພື້ນຖານໃນການກະກຽມສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ໄທ ຄົບຮອບ 70 ປີ ໃນປີ 2020 ແລະ ການເຄື່ອນໄຫວອື່ນໆ.

ໃນໂອກາດດຽວກັນນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າ ລັດຖະບານ ແລະ ປະຊາຊົນລາວ ປະດັບຫຼຽນກາມິດຕະພາບ ໃຫ້ແກ່ ທ່ານທູດ ກຽດຕິຄຸນ ຊາດປຣະເສີດ ເພື່ອສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຈາລຶກຜົນງານຄຸນງາມຄວາມດີທີ່ທ່ານໄດ້ອຸທິດສຸມເຫື່ອແຮງ ແລະ ສະຕິປັນຍາ ເພື່ອປະກອບສ່ວນຢ່າງຫ້າວຫັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ຂອງສອງປະເທດ ລາວ-ໄທ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ຕະຫຼອດໄລຍະການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.

ໃນຂະນະດຽວກັນ, ທ່ານທູດ ກຽດຕິຄຸນ ຊາດປຣະເສີດ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ລັດຖະບານ ແລະ ປະຊາຊົນລາວ ທີ່ໄດ້ອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວປະຕິບັດວຽກງານການທູດຂອງຕົນ ຢູ່ ສປປ ລາວ ຢ່າງມີປະສິດທິຜົນ, ສະແດງຄວາມຮູ້ບຸນຄຸນຢ່າງສູງ ມາຍັງ ລັດຖະບານ ແລະ ປະຊາຊົນລາວ ທີ່ໄດ້ມອບຫຼຽນກາມິດຕະພາບອັນສົມກຽດ ໃຫ້ແກ່ທ່ານ ແລະ ຢືນຢັນຈະສືບຕໍ່ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ໄທ-ລາວ ໃຫ້ນັບມື້ຈະເລີນງອກງາມຍິ່ງໆຂຶ້ນ.

ແຫຼ່ງຂໍ້ມູນ: ກະຊວງການຕ່າງປະເທດ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

Vietjet ຊຸກຍູ້ການເຕີບໂຕຂອງການບິນໃນພາກພື້ນອາຊີ-ປາຊີຟິກ ໃນໄລຍະໃໝ່

ນະຄອນຫຼວງວຽງຈັນ, ວັນທີ 6 ກຸມພາ 2026 – ສາຍການບິນ Vietjet ໄດ້ປະກາດຜົນສຳເລັດທາງຍຸດທະສາດຢ່າງຕໍ່ເນື່ອງ ເພື່ອສະໜັບສະໜູນການຂະຫຍາຍຕົວໃນໄລຍະຍາວທົ່ວພາກພື້ນອາຊີ-ປາຊີຟິກ. ໂດຍ Vietjet ຈະມີບົດບາດເປັນຄູ່ຮ່ວມງານຂອງ “ສູນກາງການເງິນການບິນອາຊີ-ປາຊີຟິກ” (Asia-Pacific Aviation Financial Hub) ທີ່ຫາກໍ່ເປີດຕົວໃໝ່, ພ້ອມທັງມີຂໍ້ຕົກລົງກ່ຽວກັບເຄື່ອງຈັກເຮືອບິນໃໝ່ ແລະ ການຮ່ວມມືດ້ານການເງິນການບິນ.

🎨 ສີຜົມມຸງຄຸນ 2026 ຕາມວັນເກີດ: ປ່ຽນລຸກໃຫ້ງາມ, ເສີມດວງໃຫ້ເຮັງ ຮັບປີໃໝ່! 💆‍♀️🔮

ເລີ່ມຕົ້ນປີໃໝ່ທັງທີ ຫຼາຍຄົນຄົງກຳລັງຊອກຫາວິທີເສີມຄວາມໝັ້ນໃຈ ແລະ ໜຶ່ງໃນນັ້ນກໍຄື "ການປ່ຽນສີຜົມ"! ເພາະເຊື່ອກັນວ່າຈະຊ່ວຍເສີມພະລັງຊີວິດໃຫ້ດີຂຶ້ນ. ມື້ນີ້ເຮົາຈະພາໄປເຊັກສີຜົມມຸງຄຸນ 2569 ສຳລັບທັງ 7 ວັນ ເອົາໃຈສາຍມູທີ່ຢາກປ່ຽນລຸກໃໝ່ໄປພ້ອມກັບການເສີມດວງຊະຕາ! 🚀🌈

Vietjet ສ້າງຜົນງານຢ່າງແຂງແຮງໃນປີ 2025 ດ້ວຍການເຕີບໂຕຂອງລາຍຮັບໃນໄຕມາດ 4 ເຖິງ 47% ພ້ອມຂະຫຍາຍເຄືອຂ່າຍການບິນໄປທົ່ວໂລກ

ນະຄອນຫຼວງວຽງຈັນ, ວັນທີ 3 ກຸມພາ 2026 - ບໍລິສັດ ຮຸ້ນສ່ວນການບິນ ຫວຽດເຈັດ (Vietjet Aviation Joint Stock Company - HOSE: VJC) ໄດ້ລາຍງານການເຕີບໂຕຂອງລາຍຮັບ ແລະ ກຳໄລຢ່າງແຂງແຮງໃນໄຕມາດທີ 4 ແລະ ຕະຫຼອດສົກປີ 2025, ເຊິ່ງເປັນການຢືນຢັນເຖິງຂີດຄວາມສາມາດໃນການດຳເນີນງານທີ່ຄ່ອງຕົວ ແລະ ມີປະສິດທິພາບຂອງສາຍການບິນ. ໝາກຜົນເຫຼົ່ານີ້ໄດ້ກາຍເປັນພື້ນຖານທີ່ໝັ້ນຄົງໃຫ້ແກ່ Vietjet ໃນການກ້າວເຂົ້າສູ່ປີ 2026 ພ້ອມກັບຍຸດທະສາດການເຕີບໂຕໃນລະດັບສາກົນທີ່ທະເຍີທະຍານ.