General

ຊົມ​ເຊີຍຢ່າງ​ສຸດ​ໃຈ! ອັງກິດຊ່ວຍເຫຼືອເກັບກູ້ລະເບີດບໍ່ທັນແຕກຢູ່ລາວ

ພິທີເຊັນບົດບັນທຶກເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ລາວ (ຄຊກລ) ແລະ ອົງການເກັບກູ້ລະເບີດແມັກປະຈຳລາວ ຈັດຂຶ້ນທີ່ ນະຄອນຫຼວງວຽງຈັນ. ໂຄງການດັ່ງກ່າວມີມູນຄ່າ 38,54 ຕື້ກີບ ຫຼື 4,5 ລ້ານໂດລາສະ ຫະລັດ ໄລະຍະເວລາໃນການ ຈັດຕັ້ງປະຕິບັດ 13 ເດືອນ ແລະ...

ເປີດ​ເຜີຍ! ເປັນ​ຫຍັງ​ຜູ້​ຄົນ​ຈຶ່ງ​ມັກ​ອາ​ຊີບ​ທະ​ຫານ​ແຫ່ງກອງ​ທັບ​ປະ​ຊາ​ຊົນ​ລາວ

ບໍ່ຕ້ອງຖາມໃຜ?ໃຜກໍຮູ້ເນາະວ່າ ອາຊີບທະຫານເປັນຄວາມໄຝ່ຝັນໜຶ່ງທີ່ຫຼາຍຄົນຢາກເປັນ ແລະຢູ່ໃນປະເທດເຮົາ ບຸກຄະລາກອນທາງທະຫານກໍມີຫຼາຍກວ່າໝູ່. ມື້ນີ້ເຮົາມາຮູ້ນຳກັນວ່າ ອາຊີບທະຫານມັນມີດີແນວໃດ? ອາ​ຊີບ​ທະ​ຫານ ​ຄື​ອາ​ຊີບ​ເປັນ​ແນວ​ຮົ້ວ​ຂອງ​ປະ​ເທ​ດ​ຊາດ ມີ​ໜ້າ​ທີ່​ປົກ​ປ້ອງ,ຄຸ້ມ​ຄອງ​ອະ​ທິ​ປະ​ໄຕ​ຂອງ​ຊາດ​ໃຫ້​ຄົງ​ຢູ່ ແລະ​ສອດ​ສ່ອງ​ເບິ່ງ​ຄວາມ​ສະ​ຫງົບ,ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຕາມ​ຊາຍ​ແດນ ບໍ່​ໃຫ້​ສັດ​ຕູ​ມາ​ຮຸກ​ຮານ. ດັ່ງ​ນັ້ນ,ອາ​ຊີບ​ທະ​ຫານ​ຈຶ່ງ​ເປັນ​ອາ​ຊີບ​ທີ່​ເສຍ​ສະ​ຫຼະ​ເພື່ອ​ບ້ານ​ເພື່ອ​ເມືອງ ເພື່ອ​ໃຫ້​ເກີດ​ຄວາມ​ສະ​ຫງົບ​ສຸກ​ຂອງ​ປະ​ຊາ​ຊົນ​ທຸກ​ຊົນ​ເຜົ່າ. ລັກ​ສະ​ນະ​ຂອງ​ອາ​ຊີບ​ທະ​ຫານ: ປ້ອງ​ກັນ ແລະ​ຮັກ​ສາ​ອະ​ທິ​ປະ​ໄຕ​ຂອງ​ຊາດ​ໃນ​ທາງ​ນ້ຳ.ປ້ອງ​ກັນ ແລະ​ຮັກ​ສາ​ອະ​ທິ​ປະ​ໄຕ​ຂອງ​ຊາດ​ໃນ​ທາງ​ບົກ.ປ້ອງ​ກັນ ແລະ​ຮັກ​ສາ​ອະ​ທິ​ປະ​ໄຕ​ຂອງ​ຊາດ​ໃນ​ທາງ​ອາ​ກາດ.ໃຫ້​ຄວາມ​ຮ່ວມ​ມື ແລະ​ສະ​ໜັບ​ສະ​ໜູນ​ທະ​ຫານ​ນາ​ນາ​ຊາດ ຕາມ​ທີ່​ໄດ້​ຮັບ​ຄຳ​ສັ່ງ​ຈາກ​ຜູ້​ບັນ​ຊາ​ການ.ແລະ​ອື່ນໆ​ທີ່​ກ່ຽວ​ຂ້ອງ. ຄຸນ​ສົມ​ບັດ​ຜູ້​ທີ່​ເປັນ​ທະ​ຫານ: ມີ​ສຸ​ຂະ​ພາບ​ຮ່າງ​ກາຍ​ແຂງ​ແຮງ​ສົມ​ບູນ.ມີ​ຄວາມ​ອົດ​ທົນ.ມີ​ທັກ​ສະ​ທາງ​ດ້ານ​ການ​ກິ​ລາ...

ໄດ້​ຕາມ​ເປົ້າ​ຫຼືບໍ່? ໄອຈ໋ອບ ຕັ້ງເປົ້າໝາຍຈັດຫາແຮງງານ 12.000 ກວ່າຄົນ ໃນປີ 2019

ບໍລິສັດ ໄອຈ໋ອບ ຈຳກັດ, ຊຶ່ງເປັນບໍລິສັດຈັດຫາງານຂອງ ສປປ ລາວ ຕັ້ງເປົ້າໝາຍຈັດຫາແຮງງານໃຫ້ໄດ້ຫລາຍກວ່າ 12.000 ຄົນໃນປີ 2019 ນັບທັງຕະຫລາດພາຍໃນ ແລະ ຕ່າງປະເທດ, ໂດຍມຸ່ງເນັ້ນໃສ່ຂະແໜງອຸດສາຫະກໍາ ແລະ ການບໍລິການເປັນຫລັກ. ທ່ານ ບຸນທ່ຽງ...

ຊົມ​ເຊີຍ​ສຸດ​ໃຈ! ປະທານປະເທດ ປະດັບຫຼຽນຄຳແຫ່ງຊາດໃຫ້ກອງທັບປະຊາຊົນລາວ

ເນື່ອງໃນໂອກາດ ສະເຫລີມສະຫລອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ, ໃນວັນທີ 18 ມັງກອນ 2019, ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ, ໄດ້ຈັດພິທີປະດັບຫລຽນຄຳແຫ່ງ ຊາດ ໃຫ້ກອງທັບປະຊາຊົນລາວ, ເຊິ່ງເປັນຫລຽນທີ 5 ຂອງກອງທັບ,...

ສື່ມວນຊົນຖອດຖອນບົດຮຽນການບໍລິຫານຫ້ອງຂ່າວ

ມື້ນີ້ ບັນນາທິການ ແລະ ນັກຂ່າວອາວຸໂສ ຈາກສື່ສິ່ງພິມ ແລະ ອີເລັກໂຕຣນິກຫຼາຍສິບທ່ານ ໄດ້ເຂົ້າຮ່ວມແລກປ່ຽນຖອດຖອນບົດຮຽນໃນກອງປະຊຸມສຳມະນາໃນຫົວຂໍ້ກ່ຽວກັບການບໍລິຫານຫ້ອງຂ່າວ ພາຍໃຕ້ການເປັນປະທານຂອງທ່ານ ສະຫວັນຄອນ ລາດຊະມຸນຕີ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ.  ໃນກອງປະຊຸມຄັ້ງນີ້ ບັນດາຜູ້ເຂົ້າຮ່ວມໄດ້ແລກປ່ຽນຄຳຄິດຄຳເຫັນ ແລະ...

ຊົມ​ເຊີຍ! ຄະນະຜູ້ແທນຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ

ໃນມື້​ວານນີ້ ທີ່ຊຽງໃໝ່ ປະເທດໄທ, ທ່ານ ລັດສະໝີ ແກ້ວມະນີ ຫົວໜ້າກົມອາຊຽນ, ຕາງໜ້າຫົວໜ້າເຈົ້າ ໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນແບບວົງແຄບ ໃນວັນທີ...

ລາວໂຄ! ອາ​ນຸ​ສອນ​ສະ​ຖານ ແຫ່ງນ້ຳໃຈສາມັກຄີ-ຊ່ວຍເຫຼືອເຊິ່ງກັນລະຫວ່າງທະຫານ ແລະປະຊາຊົນຫວຽດນາມ – ລາວ

ເຂດອະນຸສອນສະຖານປະຫວັດສາດ ການປະຕິວັດ ຫວຽດນາມ - ລາວ ຢູ່ ບ້ານລາວໂຄ, ຕາແສງ ພຽງຄ໋ວາຍ, ເມືອງ ອຽນເຈົາ, ແຂວງ ເຊີນລາ ສສ ຫວຽດນາມ ແມ່ນສະຖານທີ່ເປັນສັນຍະລັກແຫ່ງນ້ຳໃຈສາມັກຄີ-ຊ່ວຍ ເຫລືອເຊິ່ງກັນລະຫວ່າງທະຫານ...

ສະ​ຫຼຸບສົ່ງເສີມຄວາມກ້າວໜ້າແມ່ຍິງ,ສິດສະເໝີພາບຍິງ-ຊາຍ ແລະວຽກງານແມ່ແລະເດັກ

ທີ່ ໂຮງແຮມ ລາວພລາຊາ ຄະນະກໍາມາທິການ​ແຫ່ງ​ຊາດ ​ເພື່ອຄວາມກ້າວໜ້າຂອງແມ່ຍິງ ​ແລະ ​ແມ່-​ເດັກ (ຄຊກມດ) ​ໄດ້ຈັດກອງປະຊຸມຄົບ​ຄະນະ ຂອງ​ຕົນ​ຂຶ້ນ, ​ໂດຍການເປັນປະທານຂອງ ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາຍົກລັດຖະມົນຕີ ປະທານຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ...