ເປີດ​ເຜີຍ! ເປັນ​ຫຍັງ​ຜູ້​ຄົນ​ຈຶ່ງ​ມັກ​ອາ​ຊີບ​ທະ​ຫານ​ແຫ່ງກອງ​ທັບ​ປະ​ຊາ​ຊົນ​ລາວ

ບໍ່ຕ້ອງຖາມໃຜ?ໃຜກໍຮູ້ເນາະວ່າ ອາຊີບທະຫານເປັນຄວາມໄຝ່ຝັນໜຶ່ງທີ່ຫຼາຍຄົນຢາກເປັນ ແລະຢູ່ໃນປະເທດເຮົາ ບຸກຄະລາກອນທາງທະຫານກໍມີຫຼາຍກວ່າໝູ່. ມື້ນີ້ເຮົາມາຮູ້ນຳກັນວ່າ ອາຊີບທະຫານມັນມີດີແນວໃດ?

ອາ​ຊີບ​ທະ​ຫານ ​ຄື​ອາ​ຊີບ​ເປັນ​ແນວ​ຮົ້ວ​ຂອງ​ປະ​ເທ​ດ​ຊາດ ມີ​ໜ້າ​ທີ່​ປົກ​ປ້ອງ,ຄຸ້ມ​ຄອງ​ອະ​ທິ​ປະ​ໄຕ​ຂອງ​ຊາດ​ໃຫ້​ຄົງ​ຢູ່ ແລະ​ສອດ​ສ່ອງ​ເບິ່ງ​ຄວາມ​ສະ​ຫງົບ,ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຕາມ​ຊາຍ​ແດນ ບໍ່​ໃຫ້​ສັດ​ຕູ​ມາ​ຮຸກ​ຮານ.

ດັ່ງ​ນັ້ນ,ອາ​ຊີບ​ທະ​ຫານ​ຈຶ່ງ​ເປັນ​ອາ​ຊີບ​ທີ່​ເສຍ​ສະ​ຫຼະ​ເພື່ອ​ບ້ານ​ເພື່ອ​ເມືອງ ເພື່ອ​ໃຫ້​ເກີດ​ຄວາມ​ສະ​ຫງົບ​ສຸກ​ຂອງ​ປະ​ຊາ​ຊົນ​ທຸກ​ຊົນ​ເຜົ່າ.
ລັກ​ສະ​ນະ​ຂອງ​ອາ​ຊີບ​ທະ​ຫານ:

  1. ປ້ອງ​ກັນ ແລະ​ຮັກ​ສາ​ອະ​ທິ​ປະ​ໄຕ​ຂອງ​ຊາດ​ໃນ​ທາງ​ນ້ຳ.
  2. ປ້ອງ​ກັນ ແລະ​ຮັກ​ສາ​ອະ​ທິ​ປະ​ໄຕ​ຂອງ​ຊາດ​ໃນ​ທາງ​ບົກ.
  3. ປ້ອງ​ກັນ ແລະ​ຮັກ​ສາ​ອະ​ທິ​ປະ​ໄຕ​ຂອງ​ຊາດ​ໃນ​ທາງ​ອາ​ກາດ.
  4. ໃຫ້​ຄວາມ​ຮ່ວມ​ມື ແລະ​ສະ​ໜັບ​ສະ​ໜູນ​ທະ​ຫານ​ນາ​ນາ​ຊາດ ຕາມ​ທີ່​ໄດ້​ຮັບ​ຄຳ​ສັ່ງ​ຈາກ​ຜູ້​ບັນ​ຊາ​ການ.
  5. ແລະ​ອື່ນໆ​ທີ່​ກ່ຽວ​ຂ້ອງ.

ຄຸນ​ສົມ​ບັດ​ຜູ້​ທີ່​ເປັນ​ທະ​ຫານ:

  1. ມີ​ສຸ​ຂະ​ພາບ​ຮ່າງ​ກາຍ​ແຂງ​ແຮງ​ສົມ​ບູນ.
  2. ມີ​ຄວາມ​ອົດ​ທົນ.
  3. ມີ​ທັກ​ສະ​ທາງ​ດ້ານ​ການ​ກິ​ລາ ຫຼື​ກິດ​ຈະ​ກຳ​ຢ່າງ​ໃດ​ໜຶ່ງ.
  4. ມີ​ຄວາມ​ຊື່​ສັດ​ສຸດ​ຈະ​ລິດ.
  5. ມີ​ຄວາມ​ຍຸ​ຕິ​ທຳ.
  6. ມີ​ຄວາມ​ເສຍ​ສະ​ຫຼະ​ທາງ​ແຮງ​ກາຍ​ແລະ​ໃຈ.
  7. ມີ​ຄວາມ​ກ້າ​ຫານ.
  8. ມີ​ຄວາມ​ລະ​ອຽດ​ຮອບ​ຄອບ.
  9. ມີ​ລະ​ບຽບ​ວິ​ໄນ.
  10. ມີ​ບຸກ​ຄະ​ລິກ​ກະ​ພາບ ແລະ​ມີ​ຄວາມ​ສູງ​ຕາມ​ທີ່​ກຳ​ນົດ​ໄວ້.
  11. ຮັກ​ປະ​ເທດ​ຊາດ, ຢູ່​ພາຍ​ໃຕ້​ຮົ່ມ​ທຸງ​ພັກ ປ​ຊ​ຊ ລາວ.
  12. ອື່ນໆ.
InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...