Monday, May 19, 2025
Kbank Laos โอน รับ จ่าย

ໄດ້​ຕາມ​ເປົ້າ​ຫຼືບໍ່? ໄອຈ໋ອບ ຕັ້ງເປົ້າໝາຍຈັດຫາແຮງງານ 12.000 ກວ່າຄົນ ໃນປີ 2019

ບໍລິສັດ ໄອຈ໋ອບ ຈຳກັດ, ຊຶ່ງເປັນບໍລິສັດຈັດຫາງານຂອງ ສປປ ລາວ ຕັ້ງເປົ້າໝາຍຈັດຫາແຮງງານໃຫ້ໄດ້ຫລາຍກວ່າ 12.000 ຄົນໃນປີ 2019 ນັບທັງຕະຫລາດພາຍໃນ ແລະ ຕ່າງປະເທດ, ໂດຍມຸ່ງເນັ້ນໃສ່ຂະແໜງອຸດສາຫະກໍາ ແລະ ການບໍລິການເປັນຫລັກ.

ທ່ານ ບຸນທ່ຽງ ລັດຕະນະວົງ ຜູ້ອຳນວຍການບໍລິສັດ ໄອຈ໋ອບ ຈຳກັດ ກ່າວໃນໂອກາດເປີດໂຕການບໍລິການຂອງບໍລິສັດ ໃນວັນທີ 18 ມັງກອນ 2019 ນີ້ວ່າ: ບໍລິສັດ ຈະຕັ້ງໜ້າບຸກບືນຈັດຫາງານໃຫ້ໄດ້ຫລາຍກວ່າ 4.000 ຄົນ ສໍາລັບພາຍໃນປະເທດ, ໃນນັ້ນແຮງງານລະດັບສູງ 200 ຄົນ, ແຮງງານລະ ດັບນາຍຊ່າງເຕັກນິກ 800 ຄົນ ແລະ ແຮງງານກຳມະກອນ ໃຫ້ໄດ້ຫລາຍກວ່າ 3.000 ຄົນ ສຳລັບຂະ ແໜງໂຮງງານອຸດສາຫະກຳ ແລະ ບໍລິການໂຮງແຮມ-ຮ້ານອາຫານ. ໃນຂະນະດຽວກັນ, ບໍລິສັດ ກໍຕັ້ງເປົ້າໝາຍເພື່ອຈັດຫາງານໄປຕ່າງປະເທດ ໃຫ້ໄດ້ຫລາຍກວ່າ 8.000 ຄົນ. ໃນນັ້ນ, ຈັດຫາງານໄປປະ ເທດໄທ ໃຫ້ໄດ້ 8.000 ຄົນ ໃນຂະແໜງໂຮງງານ ແລະ ບໍລິການ ແລະ ຈັດຫາງານ ໄປປະເທດຍີ່ປຸ່ນໃຫ້ໄດ້ 100 ຄົນ.

ການບໍລິການຂອງ ບໍລິສັດ ໄອຈ໋ອບ ຈຳກັດ ປະກອບ ມີ: ບໍລິການຈັດຫາງານພາຍໃນປະເທດ ໂດຍຈັດຫາ ແລະ ສະໜອງແຮງງານທຸກລະດັບ, ບໍລິການນຳແຮງງານຕ່າງປະເທດ ເຂົ້າມາເຮັດວຽກຢູ່ ສປປ ລາວ, ບໍລິການຈັດສົ່ງແຮງງານລາວ ໄປເຮັດວຽກຢູ່ຕ່າງປະເທດ, ບໍລິການຝຶກອົບຮົມ ແລະ ພັດ ທະນາບຸກຄະລາກອນ, ບໍລິການຮັບເໝົາແຮງງານ, ບໍລິການປະກາດຮັບສະໝັກງານ ແລະ ບໍລິການທີ່ປຶກ ສາດ້ານແຮງງານ ແລະ ການຈັດອົງກອນ. ໃນປີ 2018 ບໍລິສັດດັ່ງກ່າວ, ສາມາດຈັດຫາແຮງງານພາຍໃນໄດ້ 350 ຄົນ ແລະ ສາມາດຈັດຫາງານໄປຕ່າງປະເທດໄດ້ 6.127 ຄົນ, ບໍລິການຝຶກອົບຮົມແຮງງານ 235 ຄົນ, ຈັດງານແນະນໍາດ້ານການຮຽນຕໍ່ວິຊາຊີບ 15 ຄັ້ງ, ມີຜູ້ເຂົ້າຮ່ວມຫລາຍກວ່າ 8.000 ຄົນ ແລະ ຈັດງານນັດພົບແຮງງານ 1 ຄັ້ງ, ໂດຍມີຜູ້ເຂົ້າຮ່ວມຫລາຍກວ່າ 4.000 ຄົນ.

ບໍລິສັດ ໄອຈ໋ອບ ຈຳກັດ ມີຄວາມມຸ່ງໝັ້ນພັດທະນາຢ່າງຕໍ່ເນື່ອງ ໃນການພັດທະນາແຮງງານໃຫ້ມີຄຸນນະພາບ ແລະ ພັດທະນາລະບົບການບໍລິການດ້ານຊັບພະຍາກອນມະນຸດ ໃຫ້ມີຄວາມທັນສະໄໝ, ວ່ອງໄວ ແລະ ມີຄວາມໜ້າເຊື່ອຖື ເພື່ອໃຫ້ກາຍເປັນສູນກາງການບໍລິການດ້ານແຮງງານ ດັ່ງຄຳຂວັນ “ຄົບເຄື່ອງເລື່ອງແຮງງານ”, ຊຶ່ງຈຸດເດັ່ນຂອງບໍລິສັດແມ່ນ ສາມາດຈັດຫາແຮງງານຄຸນນະພາບ ໄດ້ຈຳ ນວນຫລາຍດ້ວຍຄວາມວ່ອງໄວ, ແຮງງານໄດ້ຮັບການຝຶກອົບຮົມຢ່າງດີກ່ອນນຳສົ່ງ ແລະ ມີລະບົບການເຮັດວຽກທີ່ທັນສະໄໝ ແລະ ທິມງານແມ່ນລະດັບມືອາຊີບ.

ບໍລິສັດດັ່ງກ່າວ, ເປັນວິສາຫະກິດເອກະຊົນລາວ 100% ສ້າງຕັ້ງຂຶ້ນ ປີ 2013 ພາຍໃຕ້ການຊີ້ນຳຂອງກົມພັດ ທະນາສີມີແຮງງານ ແລະ ຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໂດຍມີສຳນັກງານຕັ້ງຢູ່ບ້ານຄຳຮຸ່ງ ເມືອງໄຊທານີ ນະຄອນຫລວງວຽງຈັນ.

ສໍາລັບຜູ້ທີ່ບໍ່ມີວຽກເຮັດງານທຳ ຫລື ຕ້ອງການປະກອບອາຊີບເສີມສາມາດຕິດຕໍ່ໄດ້ທີ່: 030 2002000, 021 563091 ຫລື www.ijobs.lawww.facebook.com/ijobs.la 

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້