Saturday, April 26, 2025
Kbank Laos โอน รับ จ่าย

ຊົມ​ເຊີຍຢ່າງ​ສຸດ​ໃຈ! ອັງກິດຊ່ວຍເຫຼືອເກັບກູ້ລະເບີດບໍ່ທັນແຕກຢູ່ລາວ

ພິທີເຊັນບົດບັນທຶກເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ລາວ (ຄຊກລ) ແລະ ອົງການເກັບກູ້ລະເບີດແມັກປະຈຳລາວ ຈັດຂຶ້ນທີ່ ນະຄອນຫຼວງວຽງຈັນ.

ໂຄງການດັ່ງກ່າວມີມູນຄ່າ 38,54 ຕື້ກີບ ຫຼື 4,5 ລ້ານໂດລາສະ ຫະລັດ ໄລະຍະເວລາໃນການ ຈັດຕັ້ງປະຕິບັດ 13 ເດືອນ ແລະ ຈັດຕັ້ງປະຕິບັດຢູ່ແຂວງຊຽງຂວາງ ປະກອບມີເມືອງໜອງແຮດ ເມືອງຄູນ ແລະ ເມືອງຜາໄຊ.

ນອກນັ້ນຈະໄດ້ກວດກູ້ລະເບີດ ແຂວງຄຳມ່ວນຄື: ເມືອງຍົມມະລາດ ແລະ ເມືອງບົວລະພາ ຄາດໝາຍໃຫ້ສຳເລັດການສຳຫຼວດບໍ່ແມ່ນທາງດ້ານວິຊາການຈຳນວນ 39 ບ້ານ ກວດກູ້ລະເບີດອອກຈາກເນື້ອທີ່ດິນຫຼາຍກວ່າ 8,5 ຕາແມັດ.

ທີ່ມາ: ​ວຽງ​ຈັນ​ໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາ “ພຣະກິ່ວ” ແຫ່ງນະຄອນຫຼວງພະບາງ

"ພຣະກິວ" ຕາມປະຫວັດຄວາມເປັນມາ ໄດ້ມາຈາກ ລຳນ້ຳກິວ ທີ່ຫລວງນ້ຳທາ ຊົນເຜົ່າລາວເທິງໄດ້ໄປຂຸດມັນ ຢູ່ນ້ຳກິວ ຫລວງນ້ຳທາ ໄດ້ເອົາສຽມໄປຂຸດ ແລະ ໄປທັ່ງໃສ່ແທ່ນພຼະ ແລະ ໄດ້ພົບເຫັນພຼະ ຫລັງຈາກນັ້ນໄດ້ຫາເອົາຜ້າຫໍ່ໄວ້.

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.