Wednesday, March 26, 2025

ສະ​ຫຼຸບສົ່ງເສີມຄວາມກ້າວໜ້າແມ່ຍິງ,ສິດສະເໝີພາບຍິງ-ຊາຍ ແລະວຽກງານແມ່ແລະເດັກ

ທີ່ ໂຮງແຮມ ລາວພລາຊາ ຄະນະກໍາມາທິການ​ແຫ່ງ​ຊາດ ​ເພື່ອຄວາມກ້າວໜ້າຂອງແມ່ຍິງ ​ແລະ ​ແມ່-​ເດັກ (ຄຊກມດ) ​ໄດ້ຈັດກອງປະຊຸມຄົບ​ຄະນະ ຂອງ​ຕົນ​ຂຶ້ນ, ​ໂດຍການເປັນປະທານຂອງ ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາຍົກລັດຖະມົນຕີ ປະທານຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ​ແລະ ​ແມ່-​ເດັກ, ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ ລັດຖະມົນຕີ, ຮອງ​ລັດຖະມົນຕີ ທີ່​ເປັນຮອງ​ປະທານ ​ແລະ ກໍາມະການ ຄຊກມດ, ບັນດາ​ປະ ທານ ​ແລະ ຮອງ​ປະທານຄະນະກຳມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄກ ມດ) ກະຊວງ, ອົງການ, ບັນດາ​​ແຂວງ ​ແລະ ນະຄອນຫລວງວຽງຈັນ, ພ້ອມ​ດ້ວຍ​​ເສນາ​ທິການ​ຊ່ວຍວຽກ ຄກມດ ຂັ້ນ​ສູນ​ກາງ ​ແລະ ທ້ອງ​ຖິ່ນ ໃນຂອບເຂດທົ່ວປະເທດເຂົ້າຮ່ວມ.

ຈຸດປະສົງ​ກອງ​ປະຊຸມ​ຄັ້ງ​ນີ້​​​, ເປັນ​ການສະຫລຸບຕີ​ລາຄາຄືນ ການຈັດຕັ້ງປະຕິບັດວຽກງານສົ່ງ ເສີມຄວາມກ້າວໜ້າຂອງແມ່ຍິງ, ຄວາມສະເໝີພາບຍິງ-ຊາຍ ແລະ ວຽກງານແມ່ ແລະ ເດັກ ປະຈຳປີ 2018 ​ແລະ ​ເພື່ອປຶກສາ​ຫາລື ກ່ຽວ​ກັບທິດທາງແຜນ ການ​ເຄື່ອນ​ໄຫວສຳລັບ ປີ 2019.

ກອງ​ປະຊຸມ​ຄັ້ງ​ນີ້, ໄດ້​ຮັບ​ຟັງ​ການສະຫລຸບລາຍ​ງານ ​ການຈັດ​ຕັ້ງ​ປະຕິບັດວຽກງານ​ ຂອງ​ຄະນະ​ກຳມາ​ທິການ​ແຫ່ງ​ຊາດ ​ເພື່ອ​ຄວາມ​ກ້າວໜ້າຂອງ​ແມ່ຍິງ ​ແລະ ​ແມ່-​ເດັກ ​​ໃນ​ໜຶ່ງ​ປີຜ່ານ​ມາ​ (2018) ​ແລະ ທິດ​ທາງແຜນການປີ 2019,

2. ຜົນສຳ​ເລັດ​ໃນ​ການ​ເຂົ້າ​ຮ່ວມ​ປ້ອງ​ກັນ ​ບົດ​ລາຍ​ງານ​ແຫ່ງ​ຊາດ​ 2 ສະບັບ ພາຍ​ໃຕ້​ສົນ​ທິສັນຍາ​ທີ່ ສປປ ລາວ ​​ເປັນ​ພາຄີ ຄື: ບົ​ດລາຍ​ງານ​ແຫ່ງ​ຊາດ ສະບັບ​ທີ 3-6 ກ່ຽວ​ກັບ​ການຈັດ​ຕັ້ງ​ ປະຕິບັດ​ສົນທິສັນຍາ ວ່າ​ດ້ວຍ​ສິດທິ​ເດັກ ​ແລະ ບົດ​ລາຍ​ງານ​ແຫ່ງ​ຊາດ ​ປະຈຳ​ໄລຍະ​ທີ 8 ​ແລະ 9 ​ໃນ​ການຈັດ​ຕັ້ງ​ປະຕິບັດ​ສົນ​ທິສັນຍາ​ ວ່າ​ດ້ວຍ​ການ​ລຶບລ້າງ​ ທຸກ​ຮູບ​ການຈຳ​ແນ​ກຕໍ່​ແມ່ຍິງ (ຊີ​ດໍ),

3. ​ການສ້າງ​ກົດໝາຍ​ວ່າ​ດ້ວຍ​ ຄວາມ​ສະ​ເໝີ​ພາບ​ຍິງ-ຊາຍ;

4. ຮັບ​ຟັງ​ບາງ​ບົດຮຽນ ​ແລະ ຜົນສຳ​ເລັດຂອງ ຄະນະ​ກຳມາ​ທິການ ​ເພື່ອ​ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ ​ແລະ ​ແມ່-​ເດັກ ຂອງ 5 ​ຂະ​ແໜງ​ການ ​ໃນ​ຫົວ​ຂໍ້​ດັ່ງ​ນີ້: “ຍຸດ​ທະ​ສາດ​ສົ່ງ​ເສີມ ​ຄວາມ​ກ້າວໜ້າ​ຂອງ​​ແມ່ຍິງ ​ແລະ ​ແມ່-​ເດັກ 2019-2025”,ໂດຍກະຊວງ ສາທາລະນະສຸກ; “ມາດ​ຕະການການ ​ເພື່ອ​ສົ່ງ​ເສີມ​ໃຫ້ແມ່ຍິງ ແລະ ເດັກຍິງ ​ໃນ​ເຂດ​ຊົນນະບົດ​ ໃຫ້​ສາມາດ​ເຂົ້າ​ເຖິງ ​ການ​ສຶກສາ​ທຸກ​ຂັ້ນ”, ​ໂດຍກະຊວງ ສຶກສາທິການ ແລະ ກິລາ; “ໝາກຜົນ​ຂອງ​ກອງ​ປະຊຸມ​ ແລກປ່ຽນ​ຄວາມ​ເຂົ້າ​ໃຈ ​ບັນທັດຖານ​ບົດບາດ​ຍິງ​-ຊາຍ ທີ່​ສົ່ງ​ຜົນ​ໃຫ້​ເກີດ​ຄວາມ​ຮຸນ​ແຮງ ​ໃນ​ພາກ​ພື້ນ​ແມ່​ນ້ຳຂອງ”, ​ໂດຍກະ​ຊວງ ​ຖະ​ແຫລງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ, “ການ​ເຊື່ອມ​ສານບົດບາດ​ຍິງ-ຊາຍ ​ໃນ​ຍຸດ​ທະ​ສາດ​ແຫ່ງ​ຊາດ ​ວ່າ​ດ້ວຍ​​ການ​ປົກ​ປ້ອງ​ສັງຄົມ”, ໂດຍ ກະຊວງ ແຮງງານ ແລະ ສະຫວັດດີການ-ສັງຄົມ ​ແລະ “ການ​ພັດທະນາ​ແມ່ຍິງ ​ໃນ​ເຂດ​ຊົນນະບົດ”, ​ໂດຍກະຊວງ ກະສິກໍາ ແລະ ປ່າໄມ້.

ພິ​ເສດກອງ​ປະຊຸມ​ຄັ້ງ​ນີ້, ​ໄດ້​ຮັບຟັງ​ການ​ໂອ້​ລົມ​ຂອງ ​ທ່ານ​ ສອນ​ໄຊ ສີ​ພັນ​ດອນ ​​​ໂດຍທ່ານ​ກ່າວ​ວ່າ: ໃຫ້ ຄກມດ ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ ​ເອົາ​ໃຈ​ໃສ່ ສືບ​ຕໍ່​ປັບປຸງ​ກົງຈັກ​ການຈັດ​ຕັ້ງ​ ຂອງ ຄກມດ ຂັ້ນ​ກະຊວງ, ອົງການ, ​ແຂວງ ​ແລະ ນະຄອນຫລວງ ​ລວມທັງ​ຫ້ອງການ​ກອງ​ເລຂາ ຄຊກ ມດ ​ແລະ ​ເສນາ​ທິການ​ຊ່ວຍ​ວຽກ​ແຕ່ລະ​ຂັ້ນ, ໂດຍ​ສະ​ເພາະ​ແມ່ນ ວຽກ​ປະສານ​ງານ​ທັງ​ພາຍ​ໃນ ​ແລະ ພາຍ​ນອກ ​ໃຫ້​ເປັນ​ລະບົບ​ກົມ​ກຽວຂຶ້ນ; ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍ ບົດປະກອບຄຳເຫັນມ້ວນທ້າຍ ຂອງຄະນະກຳມະການຊີດໍສາກົນ ຕໍ່ບົດລາຍງານແຫ່ງຊາດ ປະຈຳໄລຍະທີ 8 ແລະ 9 ໃນການຈັດຕັ້ງ ປະຕິບັດ ສົນທິສັນຍາຊີດໍ ໃນ ສປປ ລາວ ແລະ ຂໍ້ສະເໜີແນະ ຂອງ ອົງການ ສປຊ ຕໍ່ບົດລາຍງານແຫ່ງຊາດປະຈຳໄລຍະທີ 3-6 ກ່ຽວກັບການຈັດຕັ້ງປະຕິບັດ ສົນທິສັນຍາວ່າດ້ວຍ ສິດທິເດັກ ໃຫ້ມີຜົນ ສຳເລັດ; ສ້າງກົດໝາຍວ່າດ້ວຍ ຄວາມສະເໝີພາບຍິງ-ຊາຍໃຫ້ສຳເລັດ ເພື່ອສາມາດ​ນຳ​ເຂົ້າ​ພິຈາລະນາ ​ຮັບຮອງ​ໃນ​ກອງ​ປະຊຸມ​ ສະ​ໄໝສາມັນ​ເທື່ອ​ທີ 8 ຂອງສະພາ​ແຫ່ງ​ຊາດ ຊຸດ​ທີ VIII ໃນທ້າຍປີ 2019. ສືບຕໍ່ໂຄສະນາເຜີຍແຜ່ ແລະ ປູກຈິດສຳນຶກ ກ່ຽວກັບການສົ່ງເສີມ ຄວາມກ້າວໜ້າໃຫ້ແມ່ຍິງ, ຄວາມສະເໝີພາບຍິງ-ຊາຍ, ການປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ ແລະ ເດັກ ກໍຄື ການລຶບລ້າງ ທຸກຮູບການຈຳແນກ ແລະ ການຕ້ານການໃຊ້ ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ໃຫ້ກວ້າງຂວາງ ແລະ ທົ່ວເຖິງ ເພື່ອເຮັດໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈ ເຖິງບັນຫາດັ່ງກ່າວຢ່າງຈະແຈ້ງ.

 ພ້ອມ​ນີ້, ທ່ານ ສອນ​ໄຊ ສີ​ພັນ​ດອນ ​ຍັງ​ໄດ້​ເນັ້ນ​ໜັກ​ໃຫ້ ຄກມດ ​ແຂວງ ຈັດ​ສັນ​ງົບປະມານ​ທີ່​ເໝາະ​ສົມ ​ເພີ່ມ​ໃຫ້​ສະຫະພັນ​ແມ່ຍິງ ​ເພື່ອ​ຮັບ​ໃຊ້​ວຽກ​ງານ ​ສົ່ງ​ເສີມ​ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ ​ແລະ ວຽກ​ແມ່-​ເດັກ; ​ໃນ​ຕອນ​ທ້າ​ຍຂອງ​ກອງ​ປະຊຸມ​ ບັນດາ​ຜູ້​ແທນ​ທັງ​ໝົດ​ ໄດ້​ພ້ອມ​ກັນ​ຮັບຮອງ​ເອົາ ​ມະຕິ​ຂອງ​ກອງ​ປະຊຸມ ​ເພື່ອ​ນຳ​ໄປ ຜັນ​ຂະຫຍາຍ​ຈັດ​ຕັ້ງ​ປະຕິບັດ; ທັງ​ໝົດ​ນີ້, ກໍ​ເພື່ອແນ​ໃສ່​ຮັບປະກັນ ໃຫ້ບັນດາຄະນະ ກຳມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ​ໃຫ້ມີ​ຄວາມ​ເຂັ້ມ​ແຂງ​ ​ແລະ ​ໃຫ້​ສຳ​ເລັດ​ຕາມ​ແຜນ ການ​ທີ່​ວາງ​ໄວ້ໃນ​ການ​ສົ່ງ​ເສີມ, ການ​ປົກ​ປ້ອງ​ສິດ ​ແລະ ຜົນ​ປະ​ໂຫຍ​ດຂອງ​ແມ່ ​ແລະ ​ເດັກ ລວມທັງການ​ລຶບລ້າງ​ ທຸກ​ຮູບ​ການຈຳ​ແນ​ກຕໍ່​ແມ່ຍິງ ​ແລະ ​ເດັກ ຕິດ​ພັນ​ກັບ​ການ​ສຶກສາ​ອົບຮົມ ​ແລະ ພັດທະນາ​ຢ່າງຮອບດ້ານ ​​​ເປັນ​ການ​ຊຸກຍູ້ສົ່ງ​ເສີມ​ໃຫ້​ແມ່ຍິງ ​ແລະ ​ເດັກ​ສາມາດ​ປະກອບ​ສ່ວນ​ເຂົ້າ​ໃນ ຂະ​ບວນການ​ປົກປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ ປະ​ເທດ​ຊາດ​​ໄດ້​ຢ່າງ​ເຕັມ​ສ່ວນ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

5 ວິທີຜ່ອນຄາຍ ຄວາມກົດດັນໃນບ່ອນເຮັດວຽກ

ເມື່ອຜ່ານຄວາມເມື່ອຍ ຄວາມກົດດັນ ຈາກຊ່ວງໄວຮຽນແລ້ວ ກໍຍັງຕ້ອງປະເຊີນໜ້າກັບຄວາມກົດດັນຈາກການເຮັດວຽກ ມື້ໜຶ່ງສະເລ່ຍແລ້ວເຮົາຢູ່ບ່ອນເຮັດວຽກຫຼາຍກວ່າຢູ່ເຮືອນ ບາງຄົນໂຊກດີໄດ້ເຮັດວຽກທີ່ມັກ ບ່ອນເຮັດວຽກສະພາບແວດລ້ອມດີ ກໍຊ່ວຍຫຼຸດຜ່ອນຄວາມຄຽດ ຄວາມກົດດັນ ຄວາມເມື່ອລ້າໄປໄດ້ເລັກນ້ອຍ ແຕ່ກໍຍັງມີຫຼາຍຄົນທີ່ຕ້ອງເຮັດວຽກພາຍໃຕ້ຄວາມກົດດັນ ທັງໜ້າວຽກ ເພື່ອນຮ່ວມງານ ແລະ ສະພາບແວດລ້ອມທີ່ບໍ່ເປັນໃຈ ສິ່ງເຫຼົ່ານີ້ຈະເປັນຕົວອັນຕະລາຍທີ່ກັດກິນເຮົາໄປໃນທຸກມື້.

VietJet ຂະຫຍາຍການເຊື່ອມຕໍ່ທົ່ວໂລກດ້ວຍການບໍລິການໃໝ່ເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ອິນເດຍ ແລະ ຍີ່ປຸ່ນ

(ນະຄອນຫຼວງວຽງຈັນ, 21 ມີນາ 2025) – VietJet ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນຳໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ໂຮ່ຈີມິນ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີມິນ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫຼົ່ານີ້ນຳເອົາຈຳນວນເສັ້ນທາງສາກົນໃໝ່ທັງໝົດຂອງ VietJet ຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ