Thursday, November 13, 2025
Kbank Laos โอน รับ จ่าย

ນາ​ຍົກ​ເນັ້ນ! ຕ້​ອງແກ້​ໄຂ​ເສດຖະກິດ-​ການ​ເງິນ ແລະສ້າງ​ຄວາມ​ເຂັ້ມ​ແຂງ​ໃນການ​ຄຸ້ມ​ຄອງ​ມະຫາ​ພາກ

ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຊື່ອມຊຶມ, ຜັນຂະຫຍາຍມະຕິ ກອງປະຊຸມຄົບຄະນະ ບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ X ໃນລະຫວ່າງ​ວັນ​ທີ 17-18 ມັງກອນ 2019 ພາຍ​ໃຕ້​ການ​ເປັນ​ປະທານ​ ຂອງ ສະຫາຍ​ ທອງ​ລຸນ ສີ​ສຸ​ລິດ ກຳມະການກົມ​ການ ​ເມືອງ​ສູນ​ກາງ​ພັກ, ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ, ມີ​ບັນດາພະນັກງານການນຳ, ຄະນະບໍລິຫານງານພັກ ແລະ ຂັ້ນຫົວໜ້າກົມ ມາ​ຈາກບັນດາກະຊວງ, ອົງການໃນ​ຂົງ​ເຂດ ​ເສດຖະກິດ-​ການ​ຕ່າງ​ປະ​ເທດ ຫລາຍ​ກວ່າ 200 ສະຫາຍ ​ເຂົ້າ​ຮ່ວມ.

ກອງ​ປະຊຸມ​ໄດ້​ເຊື່ອມ​ຊຶມ ​2 ເອກະສານ​ສໍາຄັນ ​ຄື: ມະຕິກ່ຽວກັບການ​ເພີ່ມ​ທະວີ ​ການ​ນໍາພາແກ້​ໄຂ​ຄວາມ​ຫຍຸ້ງຍາກ ທາງ​ດ້ານ​ເສດຖະກິດ-​ການ​ເງິນ ​ແລະ ​ສ້າງ​ຄວາມ​ເຂັ້ມ​ແຂງ ຂອງ​ການ​ຄຸ້ມ​ຄອງ​ມະ ຫາ​ພາກ ​ແນ​ໃສ່​ເຊື່ອມ​ຊຶມ ​ແລະ ​ເປັນ​ເອກະ​ພາບ​ໃນ​ລະດັບ​ສູງກັບ​ທິດ​ທາງ, ວິທີ​ການ ​ແລະ ​ມາດ​ຕະ ການ​ທີ່​ສູນ​ກາງ​ວາງ​ອອກ; ສ້າງ​ຄວາມ​ຕັດສິນ​ໃຈ​ເດັດດ່ຽວ ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ ທາງ​ດ້ານ​ເສດຖະກິດ-​ກາ​ນ​ເງິນ​ໃນ​ຕໍ່ໜ້າ, ພ້ອມ​ທັງຄົ້ນຄວ້າ​ກໍາ​ນົດ ບັນດາ​ມາດ​ຕະການ​ ໃຫ້​​ເເທດ​ກັບ​ຕົວ​ຈິງ ​ແລະ​ ມີ​ປະສິດ​ທິຜົນ​ສູງ ​ເພື່ອ​ແກ້​ໄຂ​ສະພາບ​ການ​ດັ່ງກ່າວ ສ້າງ​ຂະ​ບວນການຈັດຕັ້ງ ປະຕິບັດ​ຢ່າງ​​ແຂງ​ແຮງ, ທົ່ວ​ເຖິງ​ ກໍ່​ໃຫ້​ເກີດ​ການ​ຫັນປ່ຽນ​ຕົວ​ຈິງ ທີ່​ມີ​ລັກ​ສະ​ນະ​ບຸກທະ​ລຸ​ ໃນ​ທຸກ​ຂົງ​ເຂດ​ວຽກ​ງານ ເພື່ອ​ຍູ້​ແຮງ​ດ້ານ​ການ​ພັດທະ ນາໃນ​ດ້ານ​ຕ່າງ​ໆ ​ໃຫ້​ບັນລຸ​ຄາດໝາຍ ທີ່ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ X ຂອງ​ພັກ​ວາງ​ອອກ ແລະ ​ເອກະ ສານ​ສະບັບ​ທີສອງ ​ແມ່ນ​ມະຕິ​ວ່າ​ດ້ວຍ ​ການ​ປັບປຸງ​ຮາກ​ຖານການ​ເມືອງ ຂອງ​ລະບອບ​ປະຊາທິປະ​ໄຕ ປະຊາຊົນ​ໃຫ້​ເຂັ້ມ​ແຂງ ​ແລະ​ ໜັກ​ແໜ້ນ.


ພ້ອມ​ດຽວ​ກັນ​ນັ້ນ, ຜູ້​ເຂົ້າຮ່ວມຍັງ​ໄດ້ປະກອບ​ຄໍາຄິດຄຳ​ເຫັນ​ ແລະ ຂໍ້ສະ​ເໜີ​ແນະ​ຕ່າງໆ ກ່ຽວ​ກັບ​ການ​ປັບປຸງ​ພາຍ​​ໃນ, ແກ້​ໄຂ​ບັນດາ​ຈຸດ​ອ່ອນ ຂໍ້ຄົງຄ້າງ, ຊອກ​ໃຫ້​ເຫັນ​ບັນດາ ​ສາ​ເຫດ​ທີ່​ເປັນ​ພື້ນຖານ ​ແລະ ​ຕົ້ນຕໍ ​ເພື່ອ​ວາງ​ມາດ​ຕະການ, ​ທິດ​ທາງ, ວິທີ​ການແກ້ໄຂ​ທີ່​ຖືກຕ້ອງ, ​ແທດ​ຕົວ​ຈິງ ​ແລະ​ ສາມາດ​ປະ​ຕິ​ບັດ ​ໄດ້​ຢ່າງ​ມີ​ປະສິດທິ​ຜົນ ​ໃນ​ການຈັດ​ຕັ້ງ​ປະຕິບັດ ​ວຽກ​ງານ​​ໃນ​ສະເພາະໜ້າ ແລະ ​ຍາວ​ນານ.

​ໂອກາດ​ດັ່ງກ່າວ, ສະຫາຍ​ ທອງ​ລຸນ ສີ​ສຸ​ລິດ ກໍໄດ້​ຮຽກຮ້ອງ​ມາ​ຍັງ​ຄະນະ​ພັກ-ຄະນະ​ນໍ​າ ແຕ່ລະ​ຂັ້ນ ຈົ່ງ​ເພີ່ມ​ທະວີ​ຄວາມ​ຮັບຜິດຊອບ, ຄວາມ​ເປັນ​ເຈົ້າ​ການ ໃນການຈັດ​ຕັ້ງ​ເຊື່ອມ​ຊຶມ ​ເພື່ອ​ກໍາ​ແໜ້ນ ແລະ ນຳໄປຈັດ​ຕັ້ງ​ປະຕິບັດ ມະຕິ​ກອງ​ປະຊຸມ​ຄົບ​ຄະນະ ​ບໍລິ​ຫານງານສູນກາງ​ພັກ ຄັ້ງທີ 7 ສະໄໝທີ X ​ຢ່າງເປັນຂະບວນ​ຟົດຟື້ນ, ແຂງ​ແຮງ, ​ແທດ​​ເໝາະຕົວ​ຈິງ​ ​ແລະ ມີ​ຜົນ​ສໍາ​ເລັດ​ຕາມ​ຄາດໝາຍ.

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.