ຈ​ວາດ! ກຽມສ້າງແຫຼ່ງທ່ອງທ່ຽວທຳມະຊາດ ຢູ່ເມືອງຈອມເພັດ

ສະຖານີຂົນສົ່ງໂດຍສານທາງໄກ ສາຍໃຕ້-ສາຍຕ່າງປະເທດ ນະຄອນຫລວງວຽງຈັນ ຈຳກັດຜູ້ດຽວ ໄດ້ລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ກັບພະແນກແຜນການ ແລະ ການລົງທຶນແຂວງ ຫລວງພະບາງ ເພື່ອສຳຫລວດ ແລະ ສຶກສາຄວາມເປັນໄປໄດ້ ໃນການສຳປະທານເນື້ອທີ່ດິນຂອງລັດ ເຂດປາກຫ້ວຍອ່າງ ບ້ານຈ່ານໃຕ້ ເມືອງຈອມເພັດ ແຂວງ ຫລວງພະບາງ ເພື່ອພັດທະນາເປັນ ແຫລ່ງທ່ອງທ່ຽວທຳມະຊາດ.

ພິທີລົງນາມໄດ້ຈັດຂຶ້ນໃນແຂວງຫລວງພະບາງ ລະຫວ່າງ ທ່ານ ນາງ ສີລິພອນ ສຸພັນທອງ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງຫລວງພະບາງ ແລະ ທ່ານ ວັນເພັນ ສີສຸກ ຜູ້ອຳ ນວຍການສະຖານີ ຂົນສົ່ງໂດຍສານທາງໄກ ສາຍໃຕ້-ສາຍຕ່າງປະ ເທດ ນະຄອນຫລວງວຽງຈັນ ຈຳກັດຜູ້ດຽວ, ໂດຍມີ ທ່ານ ສິງຕັນ ໄຊລືຊົງ ຮອງປະທານສະພາປະ ຊາຊົນແຂວງຫລວງພະບາງ, ທ່ານ ຈັນ ວັນນະສີ ເຈົ້າເມືອງຈອມເພັດ, ພ້ອມດ້ວຍບັນດາຜູ້ຕາງໜ້າ ພະແນກການກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

ບໍລິສັດດັ່ງກ່າວ, ຈະໃຊ້ເວລາ 12 ເດືອນ ໃນການດໍາເນີນການສໍາຫລວດ ແລະ ສຶກສາຄວາມເປັນໄປໄດ້ຂອງໂຄງການ ນັບແຕ່ມື້ເຊັນບົດບັນທຶກເປັນຕົ້ນໄປ ເປັນຕົ້ນແມ່ນສຶກສາຜົນກະທົບ ທາງດ້ານສິ່ງແວດລ້ອມ, ສັງຄົມ ແລະ ເຕັກນິກທີ່ຢູ່ພາຍໃນໂຄງການ ແລະ ອ້ອມຂ້າງ. ຜູ້ສຳປະທານ ມີເປົ້າໝາຍພັດທະນາໂຄງການນີ້ ໃຫ້ເປັນແຫລ່ງທ່ອງທ່ຽວ ທຳມະຊາດແບບຄົບວົງຈອນ, ຊຶ່ງປະກອບ ມີຮ້ານອາຫານ, ເຮືອນພັກຊົງລາວ, ສິ່ງອໍານວຍຄວາມສະດວກ, ຮ້ານບັນເທີງ, ຮົມຢາ, ນວດແຜນບູຮານ, ສ້າງຈຸດຊົງວິວ, ສ້າງສວນດອກໄມ້, ບ່ອນຕາກແດດ, ຂີ່ກົງເບັງ, ຂີ່ເຮືອຕາມລໍາແມ່ນໍ້າຂອງ ຊົມທຳມະຊາດ ແລະ ຮຽນຮູ້ສຳພັດວິຖີຊີວິດ ຂອງປະຊາຊົນ ແລະ ອື່ນໆ.

ທ່ານ ວັນເພັນ ສີສຸກ ກ່າວວ່າ: ການເຊັນບົດບັນທຶກຄັ້ງນີ້, ແມ່ນເພື່ອຢາກມາພັດທະນາສະ ຖານທີ່ທ່ອງທ່ຽວ ຢູ່ບ້ານເກີດຂອງຕົນເອງ ທັງເປັນການເພີ່ມສະຖານທີ່ທ່ອງທ່ຽວ ຮອງຮັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະ ເທດ ທີ່ມາທ່ຽວແຂວງຫລວງພະບາງ ກໍຄືເມືອງມໍລະດົກໂລກ. ພ້ອມດຽວກັນນີ້, ເມືອງຈອມເພັດ ກໍມີທ່າແຮງຫລາຍດ້ານ ເນື່ອງຈາກວ່າເປັນເມືອງ ທີ່ຕັ້ງຕິດກັບແມ່ນໍ້າຂອງ ເຊິ່ງນັກທ່ອງທ່ຽວ ສາມາດເດີນທາງດ້ວຍເຮືອ.

ຖ້າຫາກໂຄງການສ້າງ ແຫລ່ງທ່ອງທ່ຽວແຫ່ງນີ້ເກີດຂຶ້ນ ຈະເຮັດໃຫ້ພື້ນທີ່ດິນ ຂອງປະຊາຊົນເຂດອ້ອມຂ້າງໂຄງການມີລາຄາສູງຂຶ້ນ, ປະຊາຊົນຈະມີວຽກເຮັດງານທໍາ ແລະ ມີລາຍຮັບເພີ່ມຂຶ້ນ.

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...