ຊົມ​ເຊີຍ! ສ.ເກົາ​ຫຼີ ມອບລົດນຳສົ່ງຄົນເຈັບ ໃຫ້ກະຊວງສາທາລະນະສຸກ

ທີ່ກະຊວງສາທາລະນະສຸກ ນະຄອນຫລວງວຽງຈັນ, ທ່ານ ຊິນຊອງ ຊູນ (Mr Shin Sunh-soon), ເອກອັກຄະລັດຖະທູດ ສ ເກົາຫລີ ປະຈຳລາວ ໄດ້ມອບລົດ ນຳສົ່ງຄົນເຈັບ ຈຳນວນ 03 ຄັນ ລວມມູນ​ຄ່າ 1.357 ລ້ານກີບ ຫລື ປະມານ 156.000 ໂດລາສະຫະລັດ, ເຊິ່ງເປັນການຊ່ວຍເຫລືອລ້າ ຈາກອົງການກອຍກາ (KOICA) ໃຫ້ທ່ານ ດຣ.ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ເພື່ອນຳໃຊ້ເຂົ້າໃນ ການຊ່ວຍ ເຫລືອຜູ້ປະສົບໄພນ້ຳຖ້ວມ ທີ່ເມືອງສະໜາມໄຊ ແຂວງອັດຕະປື.

ທ່ານ ດຣ.ບຸນກອງ ສີຫາວົງ ໄດ້ກ່າວສະ​ແດງ​ຄວາມ​ຂອບ​ໃຈຕໍ່​ລັດຖະບານ ​ແລະ ປະຊາ ຊົນ ສ ​ເກົາຫລີ ​ໃນ​ການ​ຊ່ວຍ​ເຫລືອ​​ຄັ້ງ​ນີ້,​ ​ເຊິ່ງລົດທີ່ໄດ້ຮັບ ການຊ່ວຍເຫລືອຄັ້ງນີ້ ​ແມ່ນ​ຈະ​ຖືກນຳ​ໃຊ້​ການ​ຂົນ​ສົ່ງ​ຄົນ​ເຈັບ​ ໃນ​ວຽກ​ງານ​ພາກ​ສະໜາມ ​ເຂດ​ທີ່​ຖືກ​ຜົນ​ກະທົບ​ຈາກໄພພິບັດ ທີ່ເມືອງ​ສະໜາມ​ໄຊ ​ແຂວງ​ອັດ​ຕະປື ​ແລະ ​ເພື່ອ​ເປັນ​ການ​ຊ່ວຍ​ເຫລືອ​ ໃຫ້​​ພະນັກງານ​ແພດ​ໝໍ ນຳ​ສົ່ງ​ຄົນ​ເຈັບ ​ໄດ້​ຮັບ​ການ​ປິ່ນປົວ​ທັນເວລາ ແລະ ມີປະສິດທິພາບສູງກວ່າເກົ່າ, ພ້ອມ​ທັງຢືນຢັນຈະນຳໃຊ້ພາຫະ ນະດັ່ງກ່າວ ເພື່ອ​ຊ່ວຍ​ເຫລືອ​​ບໍລິການ ​ຄົນ​ເຈັບໃຫ້ໄດ້ຢ່າງຍາວນານ.

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...