General

10 ອາຊີບໃໝ່ ທີ່ເກີດຂຶ້ນໃນຍຸກຂອງ AI

ອາຊີບໃຫມ່ທີ່ເກີດຂື້ນໃນຍຸກ AI ໃນຍຸກທີ່ເທັກໂນໂລຍີປັນຍາປະດິດ (AI) ພັດທະນາໄປຢ່າງໄວວາ, AI ກໍາລັງເລີ່ມເຂົ້າມາມີບົດບາດໃນຫຼາຍອຸດສາຫະກຳ, ເຮັດໃຫ້ເກີດມີອາຊີບໃໝ່ໆອອກມາຫຼາຍອາຊີບ, ອາຊີບເຫຼົ່ານີ້ເປັນການລວມເອົາທັກສະ AI ແລະ ທັກສະສະເພາະຕ່າງໆ.

ວິກິດຂີ້ເຫຍື້ອພາສຕິກ ໄພຄຸກຄາມຕໍ່ໂລກທີ່ພວກເຮົາຄວນລະວັງ

ພາສຕິກເປັນວັດສະດຸທີ່ສະດວກ, ທົນທານ ແລະຖືກນໍາໃຊ້ຢ່າງກວ້າງຂວາງ ມັນໄດ້ກາຍເປັນດາບສອງຄົມທີ່ກັບມາທຳລາຍໂລກຂອງພວກເຮົາ ເຊິ່ງມີປະໂຫນດກໍຕ້ອງມີຜົນກະທົບ ເຊິ່ງທີ່ເຮົາເຫັນໆກັນແມ່ນ ທໍ່ລະບາຍນໍ້າອຸດຕັນເຮັດໃຫ້ນໍ້າຖ້ວມ, ລອຍຢູ່ເທິງແມ່ນ້ໍາ ແລະ ເຮັດໃຫ້ທິວທັດງາມໆຕາມແຫຼ່ງທ່ອງທ່ຽວເສຍຫາຍ.

ບັນດາອາຊີບ ແລະ ທຸລະກິດ ທີ່ສະຫງວນໄວ້ສໍາລັບພົນລະເມືອງລາວ.

ເພື່ອຮັກສາບາງປະເພດທຸລະກິດທີ່ມີຄວາມສໍາຄັນ ແລະ ຈຳເປັນສໍາລັບປະຊາຊົນລາວບັນດາເຜົ່າ ໃນການປະກອບທຸລະກິດ ສ້າງວຽກເຮັດງານທໍາ ສ້າງລາຍໄດ້ໃຫ້ມີຄວາມໝັ້ນຄົງ ແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນ ກະຊວງອຸດສາຫະກຳ ແລະ ການຄ້າ ຈຶ່ງໄດ້ສະຫງວນທຸລະກິດໄວ້ສໍາລັບພົນລະເມືອງລາວ.

ໃບໄມ້ທີ່ຫຼົ່ນ ມີປະໂຫຍດຕໍ່ລະບົບນິເວດຫຼາຍກວ່າທີ່ຄິດ.

ໃບໄມ້ທີ່ຫຼົ່ນມີບົດບາດສໍາຄັນ ນອກຈາກຈະສວຍງາມແລ້ວຍັງມີປະໂຫຍດໃນການຮັກສາລະບົບຂອງດິນແລະຄວາມອຸດົມສົມບູນ. ນອກນີ້ ເມື່ອໃບໄມ້ສະຫຼາຍຕົວພວກມັນປ່ອຍສານອາຫານທີ່ຈໍາເປັນອອກມາເຊັ່ນ: ຄາບອນ, ໄນໂຕຣເຈນ, ແລະ ຟັອດໂຟລັດ ກັບຄືນສູ່ດິນ. ສານອາຫານເຫຼົ່ານີ້ແມ່ນມີຄວາມສໍາຄັນຕໍ່ການເຕີບໂຕ ແລະ ການພັດທະນາຂອງພືດ ແລະ ຕົ້ນໄມ້ ເຊິ່ງຈິຊ່ວຍລະບົບນິເວດທັງໝົດ.

“ການແຕ່ງກາບ” ຫຼື “ກະວີ” ທີ່ໃຊ້ໃນບຸນປະເພນີຕ່າງໆຂອງລາວ.

"ກາບ" ຄໍານີ້ໃນພາສາສັນສະກິດ ແປວ່າຄໍາຂອງ "ກະວີ" ໃນພາສາລາວເຮົາ ແມ່ນໝາຍເຖິງຂອງ ທີ່ເປັນກີບບາງໆ ແລະ ຊ້ອນເລື່ອມກັນເປັນຊັ້ນໆເຊັ່ນ: ກາບດອກໄມ້, ກາບລາງ, ກາບໝາກ ເປັນຕົ້ນ. ສ່ວນຄວາມໝາຍທາງໄວຍາກອນນັ້ນ ຄໍາ "ກາບ” ກໍຈະໝາຍເຖິງຄໍາທີ່ມີການສຳຜັດ ສັບຊ້ອນກັນຢ່າງ ເປັນລະບຽບ, ສະນັ້ນ, ກາບ” ຈຶ່ງແມ່ນກອນປະເພດໜຶ່ງທີ່ມີກຳນົດລັກສະນະເຈັດຄໍາ ແລະ ໃຊ້ສຳຜັດ ຄໍາທີ່ເຈັດກັບຄໍາທີ່ສາມໃນວັກຕໍ່ໄປ. ເພິ່ນມັກໃຊ້ກາບສໍາລັບອ່ານ, ເຊິ່ງໃນບຸນປະເພນີຕ່າງໆເຊັ່ນ: ບຸນຊ່ວງເຮືອ, ບຸນບັ້ງໄຟ, ບຸນ ໂຮງຮຽນ, ຂຶ້ນເຮືອນໃໝ່ ຫຼື ເຊິ່ງໃນງານພິທີອື່ນໆ.

4 ເລື່ອງໜ້າຮູ້ ຂອງປີ “ອະທິກະມາດ”

ປີ “ອະທິກະມາດ” ຫຼື ເອີ້ນແບບເຂົ້າໃຈງ່າຍໆວ່າ ເປັນປີທີ່ “ເດືອນ ກຸມພາ ມີ 2 ມື້” ເຊິ່ງມີອີ່ຫຍັງຫຼາຍກວ່າການສະຫຼອງວັນເກີດໃນຮອບ 4 ປີ.

ຮູ້ຈັກກັບ “ຄຳທວາຍ” ກາບກອນພື້ນເມືອງປະເພດໜຶ່ງ.

ເຊື່ອວ່າຄົນລາວຫຼາຍຄົນຕ້ອງຜ່ານຈຸດທີ່ແຕ່ງຄຳທວາຍ ແລະ ເອົາຄຳທວາຍໄປໃຊ້ຫຼິ້ນກັບໝູ່ມາແລ້ວໃນສະໄໝກ່ອນ ເນື່ອງຈາກຄຳທວາຍແມ່ນກາບກອນພື້ນເມືອງປະເພດໜຶ່ງ ທີ່ເຮົາເຄີຍຮຽນ ແລະ ຖືກສອນກັນມາແຕ່ສະໄໝມັດຖະຍົມ.

ຍຸງລາຍຮ້າຍກວ່າເສືອ! 2024 ເສຍຊີວິດແລ້ວ 1 ຄົນຈາກໄຂ້ຍຸງລາຍ

ປັດຈຸບັນ ສະພາບການລະບາດຂອງໄຂ້ຍຸງລາຍ ຍັງສືບຕໍ່ລະບາດໃນຂອບເຂດທົ່ວປະເທດ ບໍ່ວ່າຈະຢູ່ໃນໄລຍະລະດູຝົນ ແລະ ລະດູໜາວ, ໂດຍສະເພາະ ປີ 2024 ມີຜູ້ເສຍຊິວິດຍ້ອນໄຂ້ຍຸງລາຍ ແລ້ວ 1 ຄົນ, ເປັນເພດຊາຍ ອາຍຸ 33 ປີ, ພັກຢູ່ຫ້ອງແຖວຫໍພັກບຸນເກີດ, ບ້ານສີເກີດ, ເມືອງ ນາຊາຍທອງ, ນະຄອນຫຼວງ ວຽງຈັນ ໃນວັນທີ 20 ກຸມພາ 2024 ຜ່ານມາ.