ໃບໄມ້ທີ່ຫຼົ່ນ ມີປະໂຫຍດຕໍ່ລະບົບນິເວດຫຼາຍກວ່າທີ່ຄິດ.

ໃບໄມ້ທີ່ຫຼົ່ນມີບົດບາດສໍາຄັນ ນອກຈາກຈະສວຍງາມແລ້ວຍັງມີປະໂຫຍດໃນການຮັກສາລະບົບຂອງດິນແລະຄວາມອຸດົມສົມບູນ. ນອກນີ້ ເມື່ອໃບໄມ້ສະຫຼາຍຕົວພວກມັນປ່ອຍສານອາຫານທີ່ຈໍາເປັນອອກມາເຊັ່ນ: ຄາບອນ, ໄນໂຕຣເຈນ, ແລະ ຟັອດໂຟລັດ ກັບຄືນສູ່ດິນ. ສານອາຫານເຫຼົ່ານີ້ແມ່ນມີຄວາມສໍາຄັນຕໍ່ການເຕີບໂຕ ແລະ ການພັດທະນາຂອງພືດ ແລະ ຕົ້ນໄມ້ ເຊິ່ງຈິຊ່ວຍລະບົບນິເວດທັງໝົດ.

ໃບທີ່ຫຼົ່ນລົງຍັງເປັນບ່ອນຢູ່ອາໄສ ແລະ ເປັນອາຫານຂອງສິ່ງມີຊີວິດຫຼາຍຊະນິດ ແມງໄມ້ ເຊື້ອລາ ແລະ ແບັດທີເລີຍຫຼາຍຊະນິດຈະເຕີບໂຕໃນໃບເນົ່າ ເພື່ອທໍາລາຍໃບ ແລະ ສົ່ງກັບຄືນສູ່ດິນ. ລະບົບນິເວດນີ້ຈະຊ່ວຍຮັກສາຄວາມສົມດູນຂອງດິນ ເຊິ່ງມີຄວາມຈໍາເປັນສໍາລັບການໝູນວຽນຂອງສານອາຫາ ແລະ ການເຮັດວຽກຂອງລະບົບນິເວດໂດຍລວມ.

ສຸດ​ທ້າຍ​ໃບ​ທີ່​ຫຼົ່ນ​ແລ້ວ​ຍັງ​ສາມາດ​ນຳ​ໃຊ້​ເປັນ​ປຸຍໃນດິນ​ປູກ​ຝັງ​ຕາມ​ທຳ​ມະ​ຊາດ​ໃນ​ສວນ​ ແລະ ເອົສໄປປົກຄຸມສວນ ເພື່ອຍັບຍັ້ງຫຍ້າໄດ້ ພໍພຽງເທົ່ານັ້ນຍັງສາມາດຊ່ວຍປົກປ້ອງຮາກພືດຈາກອຸນຫະພູມທີ່ສູງ ເຊິ່ງໃບໄມ້ເປັນວັດສະດຸຄຸມດິນທີ່ຍ່ອຍໄປຕາມການເວລາ ເພີ່ມສານອາຫານທີ່ມີຄຸນຄ່າໃຫ້ກັບດິນ ແລະປັບປຸງສຸຂະພາບໂດຍລວມຂອງດິນ.

ນອກຈາກນັ້ນ, ການໃຊ້ໃບໄມ້ທີ່ຫຼົ່ນເປັນວັດສະດຸຄຸມດິນຈະຊ່ວຍຫຼຸດຜ່ອນຄວາມຕ້ອງການສໍາລັບຝຸ່ນສັງເຄາະ ແລະ ຢາຂ້າແມງໄມ້ ສົ່ງເສີມການເຮັດສວນແບບຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມອີກດ້ວຍ. ໂດຍລວມແລ້ວ, ໃບໄມ້ທີ່ຫຼົ່ນລົງມາໃຫ້ປະໂຫຍດຫຼາຍຢ່າງນອກຈາກຄວາມງາມ ນີ້ເຮັດໃຫ້ໃບເປັນຊັບພະຍາກອນທີ່ມີຄຸນຄ່າສໍາລັບການຮັກສາລະບົບນິເວດທີ່ດີ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...