ວິກິດຂີ້ເຫຍື້ອພາສຕິກ ໄພຄຸກຄາມຕໍ່ໂລກທີ່ພວກເຮົາຄວນລະວັງ

ພາສຕິກເປັນວັດສະດຸທີ່ສະດວກ, ທົນທານ ແລະຖືກນໍາໃຊ້ຢ່າງກວ້າງຂວາງ ມັນໄດ້ກາຍເປັນດາບສອງຄົມທີ່ກັບມາທຳລາຍໂລກຂອງພວກເຮົາ ເຊິ່ງມີປະໂຫນດກໍຕ້ອງມີຜົນກະທົບ ເຊິ່ງທີ່ເຮົາເຫັນໆກັນແມ່ນ ທໍ່ລະບາຍນໍ້າອຸດຕັນເຮັດໃຫ້ນໍ້າຖ້ວມ, ລອຍຢູ່ເທິງແມ່ນ້ໍາ ແລະ ເຮັດໃຫ້ທິວທັດງາມໆຕາມແຫຼ່ງທ່ອງທ່ຽວເສຍຫາຍ.

ນອກນັ້ນ, ຍັງມີຂ່າວທີ່ສັດນໍ້າກິນ Microplastics ເຂົ້າໄປ ແລະ ເຮັດໃຫ້ເຈັບປ່ວຍ ຫຼືຕາຍ ເຊິ່ງ Microplastics ມີຢູ່ທຸກທີ່ ປົນເປື້ອນດິນ, ນ້ໍາ, ອາກາດ ແລະອາຫານ ເຮັດໃຫ້ຜົນກະທົບຕໍ່ລະບົບນິເວດ ແລະ ອາດຈະເຂົ້າໄປໃນຮ່າງກາຍຂອງມະນຸດມີຜົນກະທົບຕໍ່ລະບົບພູມຕ້ານທານຈົນເສຍສຸຂະພາບໄດ້.

ສະນັ້ນນແລ້ວ, ເຮົາໃນຖານະຄົນຜູ້ໜຶ່ງໃນໂລກ ແລະ ອາໄສໃນປະເທດລາວ ຖ້າຢາກໃຫ້ປະເທດມີແຫຼ່ງທ່ອງທ່ຽວທີ່ສວຍງາມ ມີທຳມະຊາດທີ່ອຸດົມສົມບູນ ມີສຸຂະພາບທີ່ດີ ເຮົາຄວນແກ້ໄຂ ແລະ ຫຼຸດ​ຜ່ອນ​ການ​ນໍາ​ໃຊ້ຖົງຢາງ, ກ່ອງໂຟມ, ເຟືອງພາດສະຕິກ ແລະ ຖົງຢາງທີ່ໃຊ້ເທື່ອດຽວ. ເຮົາຄວນເລືອກຜະລິດຕະພັນທີ່ມີການຫຸ້ມຫໍ່ໜ້ອຍ, ໃຊ້ຖົງຜ້າ ແລະ ພາຊະນະສ່ວນຕົວທີ່ສາມາດເອົາມາໃຊ້ໃໝ່ໄດ້.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...