General

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ທົ່ວແຂວງສະຫວັນນະເຂດ ໄດ້ມີແຮງງານທີ່ກັບມາຈາກຕ່າງປະເທດມີທັງໝົດ 1.374 ຄົນ ໃນນີ້ມີແຮງງານທີ່ເປັນເພດຍິງຫຼາຍເຖິງ 653 ຄົນ ແລະ ມີເດັກນ້ອຍອີກປະມານ 70 ຄົນ ມີຜູ້ຕິດເຊື້ອພະຍາດໂຄວິດ 19 ທັງໝົດ 494 ກໍລະນີ,ກຳລັງປິ່ນປົວ 348 ກໍລະນີ

ໃນທີ່ສຸດ! ກໍ່ມີ Emojis ສຽງ Soundmojis ໃນ Messenger

Mark Zuckerberg ໄດ້ໂພສວີດີໂອສັ້ນໆໃນ Facebook ເຊິ່ງມີຈຸດໜ້າສົນໃຈກໍ່ຄື ການໃຊ້ສະຕິກເກີ້ທີ່ສົ່ງແລ້ວມີສຽງອອກມາພ້ອມ, ການສົ່ງສະຕິກເກີ້ພ້ອມກັບມີສຽງນີ້ເອີ້ນວ່າ Soundmojis ເຊິ່ງຈະເຮັດໃຫ້ການສົ່ງສະຕິກເກີ້ ຫຼື Emoji ຍົກລະດັບສີສັນໃນການແຊັດຂຶ້ນໄປອີກ

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ລັດຖະບານ ແຫ່ງ ສປປ ລາວ ແລະ ບໍລິສັດໄຟຟ້າຝຣັ່ງ (EDF) ໄດູ້ຮ່ວມລົງນາມໃນສັນຍາວ່າດ້ວຍການພັດທະນາໂຄງການ (PDA) ພະລັງງານໄຟຟ້າແສງຕາເວັນ ແບບປະສົມປະສານ ທີ່ອ່າງເກັບນໍ້າຂອງເຂື່ອນໄຟຟ້ານໍ້າເທີນ 2 ຢູ່ແຂວງຄໍາມ່ວນ

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ການຈັດພິທີປ່ອຍປາຄືນສູ່ທຳມະຊາດຄັ້ງນີ້ ເພື່ອສືບຕໍ່ປົກປັກຮັກສາອານຸລັກ ສັດນ້ຳ-ສັດປ່າ ແລະ ເພີ້ມປະຊາກອນສັດນ້ຳໃຫ້ມີຄວາມອຸດົມສົມບູນ ນັບມື້ນັບຫຼາຍຂື້ນທັງເປັນການປູກຈິດສຳນຶກໃຫ້ແກ່ນັກທຸລະກິດ ພໍ່ຄ້າ-ຊາວຂາຍ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ເຂົ້າໃຈເຖິງ ຄວາມໝາຍຄວາມສຳຄັນຂອງວັນອານຸລັກສັດນ້ຳ-ສັດປ່າ ແລະ ວັນປ່ອຍປາແຫ່ງຊາດ

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ພະແນກສາທາລະນະສຸກແຂວງເຊກອງ ນໍາໂດຍທ່ານ ນ ມະໂນລາ ສຸດທິຈັກ ຮອງຫົວໜ້າພະແນກສາທາແຂວງ, ທ່ານ ສີກອນ ພົມມະໄລລຸນ  ຮອງຫົວໜ້າຂະແໜງອາຫານ ແລະຢາແຂວງເຊກອງ ລົງກວດກາຮ້ານອາຫານສົດ ແລະຮ້ານອາຫານສໍາເລັດຮູບຂາຍຍົກ-ຍ່ອຍຢູ່ຕະຫຼາດເທສະບານເມືອງ

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ພ້ອມຄະນະ, ໃນໂອກາດລົງຕິດຕາມຊຸກຍູ້ ວຽກງານ ຢູ່ ແຂວງຈຳປາສັກ

ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ຈາກກໍລະນີ ທີ່ ສປປ ລາວໄດ້ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມແລ້ວຫຼາຍກວ່າ 2.000 ຄົນໃນປັດຈຸບັນຢູ່ໃນຂອບເຂດທົ່ວປະເທດນັ້ນ ພົບວ່າ ມີ 4 ສາຍພັນ ຈາກ 11 ສາຍພັນຂອງພະ ຍາດໂຄວິດ-19 ທີ່ພົບ ຢູ່ລາວ ຄື: ສາຍພັນ ດັ່ງເດີມ, ສາຍພັນອາວຟາ, ສາຍພັນເດວຕາ ແລະ ສາຍພັນແຄັບປາ

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ທ່ານ ອຸດົມສັກ ດີວິໄຊ ກຳມະການພັກແຂວງ ຫົວໜ້າພະແນກ ແຮງງານສະຫວັດດີການສັງຄົມ  ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະ ມອບເຄື່ອງອຸປະໂພກບໍລິໂພກໃຫ້ອົງການປົກຄອງເມືອງປະທຸມພອນ ເຊິ່ງມີ ສັງກະສີຈໍານວນ 100 ແຜ່ນ, ຕະປູ 1 ແກັດ ແລະ ເຂົ້າສານໜຽວ 5 ໂຕນ,ໃນນັ້ນເຂົ້າສານໜຽວ 5 ໂຕນແມ່ນມອບເຂົ້າເປັນຄັງແຮຂອງເມືອງ