ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນທີ 16 ກໍລະກົດ 2021 | ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ສະຫວັນນະເຂດ ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ເປັນແຮງງານນໍາເຂົ້າຫຼາຍກວ່າ 1 ພັນຄົນ

ທົ່ວແຂວງສະຫວັນນະເຂດ ໄດ້ມີແຮງງານທີ່ກັບມາຈາກຕ່າງປະເທດມີທັງໝົດ 1.374 ຄົນ ໃນນີ້ມີແຮງງານທີ່ເປັນເພດຍິງຫຼາຍເຖິງ 653 ຄົນ ແລະ ມີເດັກນ້ອຍອີກປະມານ 70 ຄົນ ມີຜູ້ຕິດເຊື້ອພະຍາດໂຄວິດ 19 ທັງໝົດ 494 ກໍລະນີ,ກຳລັງປິ່ນປົວ 348 ກໍລະນີ

ສຳລັບກໍລະນີຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ເປັນເພດຍິງ ແລະ ເດັກນ້ອຍ ທາງພະແນກສາທາລະນະສຸກແຂວງ ກໍ່ຄືຄະນະສະເພາະກິດຂັ້ນແຂວງ ແມ່ນໄດ້ເອົາໃຈໃສ່ເປັນພິເສດ ໃນເລື່ອງການດູແລທາງດ້ານສຸຂະພາບ…ອ່ານຕໍ່

ພະແນກແຮງງານສະຫວັດດີການ ແລະ ສັງຄົມແຂວງຈຳປາສັກ ມອບເຂົ້າສານ 5 ໂຕນໃຫ້ເມືອງໂຂງ

ທ່ານ ຍົກດາ ໄຊຍະຈັກ ຮອງຫົວໜ້າພະແນກແຮງງານສະຫວັດດີການ ແລະ ສັງຄົມແຂວງຈຳປາສັກ ພ້ອມຄະນະໄດ້ນຳເອົາເຂົ້າສານໜຽວຈຳນວນ 5 ໂຕນມອບໃຫ້ກັບເມືອງໂຂງ

ດ້ວຍຄວາມເປັນຫ່ວງເປັນໄຍຂອງການນຳຂັ້ນສູນກາງ ກໍຄືຂັ້ນແຂວງຕໍ່ກັບຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າຊາວເມືອງໂຂງທີ່ໄດ້ຮັບຜົນກະທົບຈາກໄພພິບັດຕ່າງໆທີ່ເກີດຂຶ້ນໄລຍະຜ່ານມາ…ອ່ານຕໍ່

ໂຄງການກໍ່ສ້າງຕະຫຼາດປາກຊັນ ແຂວງບໍລິຄຳໄຊ ຄາດວ່າໃກ້ຈະສຳເລັດເດືອນກັນຍາ

ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາກວດກາໂຄງການກໍ່ສ້າງຕະຫຼາດປາກຊັນ ເຊິ່ງມີຂະໜາດ 46,8 x 140 ແມັດ ໜ້າວຽກສຳເລັດແລ້ວ 46%

ໄລຍະນີ້ ແມ່ນກຳລັງຕິດຕັ້ງຫຼັງຄາອາລູຊີ່ງ ແລະ ເທພື້ນເປຕົ່ງ, ຫຼັງຈາກນັ້ນແມ່ນຈະໄດ້ຂັ້ນຫ້ອງຈັດລອ໋ກ ເປັນຮ້ານຂາຍເຄື່ອງທົ່ວໄປ ເຊັ່ນ: ຮ້ານຂາຍເສື້ອຜ້າ, ຂາຍເຄື່ອງຫຍ່ອຍ, ຂາຍເຂົ້າ, ຂາຍຜັກ-ໝາກໄມ້, ຂາຍຊີ້ນ ແລະ ອື່ນໆ ລວມທັງໝົດ 204 ຫ້ອງ, ຄາດວ່າຈະໃຫ້ສຳເລັດ ໃນວັນທີ 11 ກັນຍາ 2021…ອ່ານຕໍ່

ເຈົ້ານະຄອນ ໄກສອນ ພົມວິຫານ ລົງຕິດຕາມຊຸກຍູ້ການຄຸ້ມຄ້ອງການນຳໃຊ້ເຮືອຕາມລຳແມ່ນ້ຳຂອງແຕ່ລະຈຸດ

ທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນ ໄກສອນ ພົມວິຫານ ພ້ອມຄະນະກຳມະການຄຸ້ມຄ້ອງເຮືອຂອງນະຄອນ,ກໍ່ໄດ້ສຶບຕໍ່ລົງເຄື່ອນໄຫວຊຸກຍູ້ວຽກງານການຄຸ້ມຄອງການນຳໃຊ້ເຮືອປະຕ່າງໆຕາມລຳແມ່ນ້ຳຂອງໃນບ້ານ 2 ບ້ານຄື: ບ້ານນາແກ ແລະບ້ານທ່າຫົວຊ້າງ

ໄດ້ວາງກ້ອນກໍາລັງທະຫານຊາຍແດນສົມທົບກັບກໍາລັງ ປກສ – ປກຊ ກຸ່ມ, ປກຊ ບ້ານ ແລະການການຈັດຕັ້ງຂັ້ນບ້ານຜັດປ່ຽນກັນເຝົ້າວຽນຍາມ, ໃນກອງກອງປະຊຸມ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ສະເໜີຂໍ້ສະດວກ ແລະຂໍ້ຫຍຸ້ງຍາກໃນການຄຸ້ມຄ້ອງເຮືອຫາປາຂອງປະຊາຊົນ…ອ່ານຕໍ່

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,