Saturday, April 26, 2025
Kbank Laos โอน รับ จ่าย

ໃນທີ່ສຸດ! ກໍ່ມີ Emojis ສຽງ Soundmojis ໃນ Messenger

ເປີດໂຕໃຫ້ໃຊ້ງານໄດ້ແລ້ວມື້ນີ້, ສຳລັບຟີເຈີ້ໃໝ່ລ່າສຸດຈາກເຟສບຸກ. ໂດຍຜູ້ໃຊ້ງານສາມາດສະແດງຄວາມຮູ້ສຶກເທິງ Messenger ໄດ້ມ່ວນຍີ່ງຂຶ້ນຜ່ານ Soundmojis ຫຼື ອິໂມຈິແບບມີສຽງ ໂດຍເປັນສ່ວນໜຶ່ງຂອງການລົງທຶນໃນຟີເຈີ້ມ່ວນໆ ທີ່ທັນສະໄໝເພື່ອຊ່ວຍໃຫ້ຜູ້ຄົນສາມາດເຊື່ອມຕໍ່ກັນ ແລະ ມີອິດສະຫຼະໃນການສະແດງອອກເຖິງໂຕຕົນ

ໃນຖານະທີ່ເປັນອິໂມຈິຮຸ່ນໃໝ່ Soundmojis ນີ້ຈະຊ່ວຍໃຫ້ຜູ້ໃຊ້ງານສາມາດສົ່ງຄິບສຽງສັ້ນໆໃນແຊັດເທິງ Messenger ໄດ້ ໂດຍມີຕັ້ງແຕ່ສຽງຕົບມື ? ສຽງຈິ່ຫຼໍ່ ? ສຽງຕີກອງ ? ສຽງຫົວຂອງຜີສາດ ? ຄິບສຽງແຕ່ລະຄິບຈະມາພ້ອມກັບອິໂມຈິທີ່ສະທ້ອນສຽງນັ້ນໆ ເພື່ອຍັງຄົງເກັບການສົ່ງຕໍ່ຄວາມຮູ້ສຶກດ້ວຍພາບແບບທີ່ທຸກຄົນຮັກ ແຕ່ມີການເພີ່ມສຽງເຂົ້າໄປພ້ອມ

ການເປີດໂຕນີ້ ເກີດຂຶ້ນໃນຊ່ວງດຽວກັບວັນສະເຫຼີມສະຫຼອງອິໂມຈິສາກົນ ຫຼື World Emoji Day ເຊິ່ງກົງກັບວັນທີ 17 ກໍລະກົດ ຂອງທຸກໆປີ ຊຶ່ງໃນຊ່ວງເວລານີ້ເປັນເຫດການທີ່ສຳຄັນໂດຍ Facebook ເຜີຍວ່າ ມີຂໍ້ຄວາມຈຳນວນກວ່າ 2,400 ລ້ານຂໍ້ຄວາມທົ່ວໂລກຖືກສົ່ງພ້ອມໆກັນ ກັບອິໂມຈິເທິງ Messenger ໃນແຕ່ລະມື້ ແລະໂດຍໃນຊ່ວງ 3 ເດືອນ ທີ່ຜ່ານມາ ຄວາມນິຍົມການໃຊ້ງານທົ່ວໂລກສະແດງໃຫ້ເຫັນວ່າຜູ້ຍິງຈະສົ່ງຂໍ້ຄວາມທີ່ມີອິໂມຈິຫຼາຍກວ່າຜູ້ຊາຍ. ອິໂມຈິນັ້ນ ໄດ້ຊ່ວຍເພີ່ມສີສັນໃຫ້ກັບການແຊັດເທິງ Messenger ແລະ ທຸກຄົນກໍໃຊ້ອິໂມຈິ ໃນການສົ່ງຕໍ່ຄວາມຮູ້ສຶກ ທີ່ບໍ່ສາມາດໃຊ້ຄໍາເວົ້າໄດ້.

ທ່ານສາມາດລອງໃຊ້ຟີເຈີ້ Soundmojis ລ່າສຸດນີ້ໄດ້ງ່າຍໆ ພຽງເປີດແອັບ Messenger ແລ້ວເລີ່ມແຊັດ ຈາກນັ້ນແຕະທີ່ຮູບໜ້າຍິ້ມ ເພື່ອເປີດເມນູການສົ່ງຮູບພາບແທນຄວາມຮູ້ສຶກຂຶ້ນມາ ແຕະທີ່ປຸ່ມລຳໂພງ ພຽງເທົ່ານີ້ທ່ານກໍຈະສາມາດເລືອກເບິ່ງແລະສົ່ງ Soundmojis ທີ່ມັກໄດ້.

More from author

Related posts

Latest posts

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.

Vietjet ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ, ສະ​ເໜີ​ທາງ​ເລືອກ​ທີ່ຫຼາກຫຼາຍ​ ​ໃນການ​ທ່ອງ​ທ່ຽວ​ຫວຽດນາມ​ໃນ​ລະດູ​ຮ້ອນ​ນີ້

(ນະຄອນຫຼວງວຽງຈັນ, ວັນທີ 23 ເມສາ 2025) – Vietjet ເປີດຕົວ 2 ເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດຕົວເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.