ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນທີ 17 ກໍລະກົດ 2021 | ໜັງສືພິມວຽງຈັນທາຍໄດ້ໃຫ້ຮູ້ວ່າ:

ລາວໄດ້​ຮັບ​ວັກ​ຊິນ​ຕ້ານ​ພະ​ຍາດ​ໂຄວິດ-19 ລວມທັງໝົດ 3.147.620 ໂດ​ສ​

ສ​ປ​ປ ລາວໃຊ້​ວັກ​ຊິນ 5 ຊະ​ນິ​ດເພື່ອ​ສ້າງ​ພູມ​ຕ້ານ​ທານ​ພະ​ຍາດ​ໂຄວິດ-19 ຄື: ​ວັກ​ຊິນສະປຸກນິກ, ຊີ​ໂນ​ຟາມ, ​ແອ​ສ​ຕຣາ ເຊ​ເນ​ກາ, ໄຟ​ເຊີ ແລະ ຈອນ​ສັນ ແອນ ຈອນ​ສັນ​ ໂດຍ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ໂຄງ​ການ COVAX

ສ​ປ​ປ ລາວ ໄດ້ຮັບ​ຢາ​ວັກ​ຊິນ​ດັ່ງ​ກ່າວແລ້ວລວມ​ແລ້ວມີທັງ​ໝົດ​ແລ້ວ 3.147.620 ໂດ​ສ ຈາກວັກ​ຊິນສະປຸກນິກ 5.000 ໂດສ, ຊີໂນຟາມ 1.902.000 ໂດສ, ແອສຕຣາເຊເນກາ 132.000 ໂດສ, ໄຟເຊີ 100.620 ໂດສ ແລະ ຈອນ​ສັນ ແອນ ຈອນ​ສັ​ນ 1.008.000 ໂດ​ສ…ອ່ານຕໍ່

ໃນວັນອະນຸລັກສັດນໍ້າ-ສັດປ່າທີ່ຜ່ານມາ ລາວປ່ອຍສັດສູ່ທຳມະຊາດບໍ່ຕໍ່າກວ່າ 58 ລ້ານໂຕ

ສັດ​ນ້ຳ- ສັດ​ປ່າ ບໍ່​ຕ່ຳ​ກວ່າ 58 ລ້ານ​ໂຕ​ເພື່ອປ່ອຍລົງ​ສູ່​ຫ້ວຍ​ນ້ຳລຳ​ເຊ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ເນື່ອງ​ໃນ​ວັນ​ອະ​ນຸ ​ລັກ​ສັດ​ນໍ້າ-ສັດ​ປ່າ​ແຫ່ງ​ຊາດຄົບຮອບ 24 ປີ ທີ່ຜ່ານມາ

​ສະ​ເພາະ​ການ​ປ່ອຍ​ປາ​ເພື່ອ​ເປັນ​ທຸ​ລະ​ກິດ​ໃສ່​ໃນກະຊັງ, ນາເຂົ້າ ແລະ ສະຖານທີ່ລ້ຽງອື່ນໆຈະ​ປ່ອຍໃຫ້ໄດ້ 320 ລ້ານໂຕ ຊຶ່ງ​ປະ​ກອບ​ມີປານິນ, ປາໄນ, ປາເກັດແລບ, ປາຫົວໃຫຍ່, ປາກິນຫຍ້າ, ປາ​ນວນ ​ຈັນ, ປາ​ປາກ ແລະ ປາອື່ນໆ…ອ່ານຕໍ່

ປະຊາຊົນທຸກຍາກ ໃນ 4 ແຂວງ ພາກເໜືອໄດ້​ຮັບ​ເງິນອຸດ​ໜູນ 1,3 ຕື້ກ່ວາກີບ

ໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການ ໄດ້ສໍາເລັດການເບີກຈ່າຍເງິນອຸດໜູນ ງວດທີ I ໃຫ້ປະຊາ ຊົນທຸກຍາກໃນ 4  ແຂວງ ພາກເໜືອ ມູນຄ່າ 1,3 ຕື້ກ່ວາກີບ

ເຊີ່ງລວມມີທັງໝົດ 12  ເມືອງ,  241 ບ້ານ, 3.861 ຄົນ, ການຊ່ວຍຜູ້​ທຸກ​ຍາກ​ພາຍ​ໃຕ້ໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການນີ້ ຈະໄດ້ຮັບ 180.000 ກີບ / ເດືອນ ຕໍ່ 1 ຄົນ…ອ່ານຕໍ່

ລາວເຂົ້າຮວມກອງປະຊຸມອາຊຽນທາງໄກ ແລກປ່ຽນຄຳຄິດເຫັນກັບຫຼາຍຝ່າຍ

ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາອາຊຽນ ວ່າດ້ວຍ ການຍຶດຖືຫຼັກການຮ່ວມມືຫຼາຍຝ່າຍ

ກອງປະຊຸມສຳມະນາຄັ້ງນີ້ ໄດ້ຮັບຟັງການແລກປ່ຽນຄຳຄິດເຫັນກ່ຽວພັນກັບການສົ່ງເສີມການຮ່ວມມືຫຼາຍຝ່າຍ ໃນທ່າມກາງການປ່ຽນແປງທາງດ້ານພູມສາດການເມືອງ​; ການເສີມສ້າງຄວາມເຂັ້ມແຂງດ້ານລະບົບການຄ້າຫຼາຍຝ່າຍ ແລະ ບົດບາດຂອງສົນທິສັນຍາຄູ່ຮ່ວມເສດຖະກິດແບບຮອບດ້ານລະດັບພາກພື້ນ…ອ່ານຕໍ່

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,