Monday, April 21, 2025

ເປັນຄັ້ງທີ 7 ທີ່ສືບຕໍ່ມາດຕະການປ້ອງກັນໂຄວິດ-19 ໄປຕື່ມອີກ 15 ມື້

ທ່ານ ນ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ,ຮອງຫົວໜ້າຄະນະສະເພາະກິດ, ຜູ້ປະຈຳການ ໄດ້ໃຫ້ຮູ້ວ່າ: ເນື່ອງຈາກສະພາບການໃນປັດຈຸບັນ ມີແຮງງານນຳເຂົ້າເປັນຈຳນວນຫຼາຍ ເລີຍເຮັດໃຫ້ຍອດຜູ້ຕິດເຊື້ອສະສົມສູງຂຶ້ນຫຼາຍ

ເຊິ່ງຈະໄດ້ສືບຕໍ່ມາດຕະການປ້ອງກັນໂຄວິດ-19 ຄືກັບທີ່ຜ່ານມາ ປະຕິບັດມາດຕະການຕ່າງໆໃນຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021, ແຈ້ງການ ສະບັບເລກທີ 745/ຫສນຍ, ລົງວັນທີ 05 ກໍລະກົດ 2021 ແລະ ມາດຕະການຕ່າງໆ ທີ່ໄດ້ວາງອອກອີກ 15 ມື້ ໂດຍຈະເລີ່ມແຕ່ວັນທີ 20 ກໍລະກົດ 2021 ໄປຈົນເຖິງ 3 ສິງຫາ 2021

ເຊິ່ງມີມາດຕະການສືບຕໍ່ ແລະ ຜ່ອນຜັນໂດຍຫຍໍ້ມີດັ່ງນີ້:

  • ເພີ່ມທະວີສືບຕໍ່ຫາຜູ້ຕິດເຊື້ອ
  • ສືບຕໍ່ປິດຮ້ານກິນດື່ມ, ຮ້ານອິນເຕີເນັດ
  • ສືບຕໍ່ຫ້າມຫຼິ້ນກິລາທີ່ຮ່າງກາຍມີການສຳພັດກັນ
  • ສືບຕໍ່ປິດໂຮງງານອຸດສາຫະກຳໃນບ້ານເຂດແດງ ຍົກເວັ້ນ ຢູ່ຫົວໜ່ວຍການຜະລິດຕ່າງໆທີ່ພະນັກງານ, ກໍາມະກອນ ໄດ້ສັກວັກຊີນຄົບໂດສແລ້ວ
  • ສືບຕໍ່ຫ້າມເດີນທາງເຂົ້າ-ອອກເຂດແດງ
  • ສືບຕໍ່ຫ້າມຈັດລ້ຽງສັງສັນ
  • ເພີ່ມທະວີມາດຕະການຕ່າງໆຢ່າງເຂັ້ມງວດ
  • ຜ່ອນຜັນສາມາດເປີດສູນການຄ້າ, ຮ້ານຂາຍຍົກ-ຂາຍຍ່ອຍ, ຮ້ານຊຸບເປີມາເກັດ, ຮ້ານມິນິມາດ, ຕະຫຼາດສົດ, ຕະຫຼາດຂາຍອາຫານ, ຕະຫຼາດກາງຄືນ ໂດຍໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ
  • ສືບຕໍ່ອະນຸຍາດໃຫ້ເປີດຮ້ານຕັດຜົມ ແລະ ຮ້ານເສີມສວຍ ຢູ່ນອກເຂດແດງ
  • ສືບຕໍ່ອະນຸຍາດໃຫ້ເປີດຮ້ານອາຫານ, ຮ້ານກາເຟ, ສະຖານທີ່ທ່ອງທ່ຽວ ແລະ ສວນອາຫານ ຢູ່ແຂວງທີ່ບໍ່ມີການລະບາດໃນຊຸມຊົນ
  • ສືບຕໍ່ອະນຸຍາດໃຫ້ຈັດກອງປະຊຸມ ຢູ່ສະຖານທີ່ນອກເຂດແດງ ແຕ່ຕ້ອງປະຕິບັດຕາມມາດຕະການ ຂອງຄະນະສະເພາະກິດວາງອອກ
  • ສືບຕໍ່ອະນຸຍາດໃຫ້ນຳໃຊ້ເຮືອຫາປາ ເພື່ອຫາປາຕາມລຳນໍ້າເຂດຊາຍແດນລະຫວ່າງປະເທດ ໃນໄລຍະເວລາ ແຕ່ 06:00 ໂມງ ຫາ 18:00 ໂມງ
  • ສືບຕໍ່ອະນຸຍາດໃຫ້ເດີນ​ທາງ​​ເຂົ້າ​-ອອກ​ ຢູ່​ພາຍ​ໃນ​ທ້ອງຖິ່ນ ​ທີ່ບໍ່​ມີ​ການ​ລະ​ບ​າດໃນ​ຊຸມ​ຊົນ ໄດ້ປົກ​ກະ​ຕິ
  • ສືບຕໍ່ອະນຸຍາດໃຫ້ດຳເນີນການຂົນສົ່ງໂດຍສານ​ທາງບົກ, ທາງນໍ້າ ແລະ ທາງອາກາດ ລະຫວ່າງ​ ແຂວງ​ຕໍ່​ແຂວງ​
  • ສືບຕໍ່ອະ​ນຸ​ຍາດ​ໃຫ້ຜູ້ຂັບຂີ່ລົດ ແລະ ພະນັກງານຂົນສົ່ງສິນ​ຄ້າ​ ເຂົ້າ​-ອອກ ລະ​ຫວ່າງ ​ແຂວງ​ ຫາ ແຂວງ ແລະ ນະຄອນຫຼວງວຽງຈັນ ຫາ ແຂວງ ສາມາດສົ່ງສິນຄ້າ ເຖິງປາຍທາງໄດ້ ໂດຍບໍ່ຈຳເປັນຕ້ອງຄ່ຽນຖ່າຍສິນຄ້າໃນໄລຍະເດີນທາງຢູ່
  • ໃຫ້ບັນດາກະຊວງ, ອົງການທຽບເທົ່າ, ລວມທັງສຳນັກງານ, ວິສາຫະກິດຕ່າງໆ ທົ່ວນະຄອນຫຼວງວຽງຈັນ ພິຈາລະນາໃຫ້ພະນັກງານ, ລັດຖະກອນ, ກຳມະກອນຂອງຕົນ ມາປະຈຳການປົກກະຕິ
  • ສືບຕໍ່ອະນຸຍາດໃຫ້ເປີດການຮຽນ-ການສອນ ສຳລັບການສຶກສາກ່ອນໄວຮຽນ, ສາມັນສຶກສາ, ອາຊີວະສຶກສາ, ວິທະຍາໄລ ແລະ ການສຶກສາຊັ້ນສູງ ຢູ່ແຂວງທີ່ບໍ່ມີການລະບາດໃນຊຸມຊົນ
  • ອະນຸຍາດໃຫ້ສູນກິລາໃນຮົ່ມ ແລະ ກາງແຈ້ງທຸກປະເພດ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ທີ່ບໍ່ມີການລະບາດໃນຊຸມຊົນ
  • ອະນຸຍາດໃຫ້ເປີດຮ້ານນວດ ຢູ່ນະຄອນຫຼວງວຽງຈັນ ແລະ ແຂວງທີ່ບໍ່ມີການລະບາດໃນຊຸມຊົນ

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.