Lifestyle

ເຈົ້າເຄີຍຖືກຄົນຈົ່ມຂວັນບໍ່! ເປັນຫຍັງຄົນເຮົາຈຶ່ງມັກຈົ່ມຂວັນນິນທາກັນ

ເຄີຍສົງໄສບໍວ່າ ເປັນຫຍັງເຮົາຈຶ່ງມີຄວາມສຸກເວລາໄດ້ເວົ້າເລື່ອງຂອງຄົນອື່ນ? ຫຼາຍຄົນອາດຈະເຄີຍຕັ້ງຄຳຖາາມນີ້ກັບຕົນເອງ ເພາະປະຕິເສດບໍ່ໄດ້ເລີຍວ່າເຮົາຈະບໍ່ຖືກຈົ່ມຂວັນນິນທາ ແລະ ເຮົາເອງກໍຍັງມັກເວົ້າເລື່ອງຂອງຄົນອື່ນເຊັ່ນດຽວກັນ.

ປະເທດລາວໄດ້ອັນດັບທີ 94 ຂອງປະເທດທີ່ມີຄວາມສຸກທີ່ສຸດໃນໂລກ.

World Happiness Report ໄດ້ມີການລາຍງານປະເທດທີ່ມີຄວາມສຸກທີ່ສຸດໃນໂລກ ປະຈຳປີ 2024 ຈາກ 143 ປະເທດ ແລະ ປະເທດລາວແມ່ນໄດ້ອັນດັບທີ 94 ຂອງປະເທດທີ່ມີຄວາມສຸກທີ່ສຸດໃນໂລກ (ສຳລັບອັນດັບໜຶ່ງແມ່ນປະເທດ ຟິນແລນ) ການສຳຫຼວດດັ່ງກ່າວ, ຈະເປັນການສອບຖາມຄວາມຮູ້ສຶກຂອງປະຊາຊົນວ່າມີຄວາມສຸກຫຼາຍ ຫຼື ໜ້ອຍເທົ່າໃດ ລວມໄປເຖິງຂໍ້ມູນທາງເສດຖະກິດ ແລະ ສັງຄົມ ເປັນຕົ້ນແມ່ນ GDP.

ຫຼາຍສິ່ງທີ່ທ່ານຄວນເຮັດ ກ່ອນຮອດອາຍຸ 30 ປີ.

ໃນຊ່ວງອາຍຸ 20-30 ປີ ເປັນຊ່ວງໄລຍະເວລາທີ່ສຳຄັນຂອງຊີວິດ ໃນການເຂົ້າສູ່ໄວເຮັດວຽກຢ່າງເຕັມໂຕ ມີເງິນເດືອນ, ມີສັງຄົມ ແລະ ເພື່ອຮ່ວມງານກຸ່ມໃໝ່ ເຊິ່ງເປັນຊ່ວງເວລາທີ່ທ້າທາຍ ແລະ ອາດຈະເຮັດໃຫ້ຫຼາຍຄົນຮູ້ສຶກກັງວົນໄປໃນຂະນະດຽວກັນ.

ຄ່ານິຍົມຊີວິດຄູ່ແບບ D I N K ເກີດຂຶ້ນໄດ້ແນວໃດ?

ການໃຊ້ຊີວິດຄູ່ແບບ DINK ແມ່ນການໃຊ້ຊີວິດຄູ່ແບບບໍ່ມີລູກ ຊ່ວຍກັນຫາເງິນ ແລະ ໃຊ້ເງິນຮ່ວມກັນ ຈົນກວ່າຈະແຍກທາງ ຫຼື ຕາຍຈາກກັນ ເຊິ່ງໃນປັດຈຸບັນກໍມີຫຼາຍໆ ຄູ່ຮັກທີ່ເລືອກໃຊ້ຊີວິດຄູ່ແບບນີ້.

ນິໄສການດື່ມຂອງເຮົາ ສາມາດບອກໄດ້ວ່າເຮົາເປັນຄົນແບບໃດ

ມາລອງ​ເດົາ​ບຸກ​ຄະ​ລິກ​ລັກ​ສະ​ນະ​ຂອງ​ຕົນ​ເອງຈາກ​ການ​ເມົາ​ເຫຼົ້າ​ເບິ່ງ​ວ່າ​ຕົວ​ຕົນ​ທີ່​ເຊື່ອງ​ໄວ້​ຂອງ​ເຮົາເປັນແບບໃດ ຈາກ​ຈິດ​ຕະ​ສາດ​ຂອງ​ການ​ທົດ​ສອບ​ບຸກ​ຄະ​ລິກ​ເຮົາຈະຮູ້​ສິ່ງ​ທີ່​ຢູ່​ໃນ​ເລິກໃນຈິດໃຈວ່າເປັນຄົນແບບໃດ ໃນເວລາທີ່ເຮົາບໍ່ຮູ້ສຶກໂຕ.

ເຄັດລັບເບິ່ງແຍງສັດລ້ຽງ ໃນຊ່ວງທີ່ອາກາດຮ້ອນ.

ຊ່ວງນີ້ປະເທດລາວໄດ້ເຂົ້າສູ່ລະດູຮ້ອນຢ່າງເປັນທາງການ ມີອາກາດຮ້ອນທີ່ສຸດໃນຮອບຫຼາຍປີ. ດັ່ງນັ້ນ, ເຈົ້າຂອງສັດລ້ຽງຕ້ອງຄຳນຶງເຖິງສັດລ້ຽງເປັນພິເສດ ເຊັ່ນ: ໝາ ແລະ ແມວ ທີ່ອາດເກີດຄວາມວຸ້ນວາຍ, ຄຽດ, ກະວົນກະວາຍ ແລະ ອາດເກີດອາການຄວາມຮ້ອນ ຫຼື ຫຼອດລົມຮ້ອນ, ຮ້ອນຫຼືເຢັນເກີນໄປ ມັນອາດຈະສົ່ງຜົນກະທົບຕໍ່ຮ່າງກາຍຂອງສັດລ້ຽງໂດຍກົງ ນໍາໄປສູ່ການເປັນພະຍາດຕ່າງໝ ເຊິ່ງມັກຈະເກີດຂຶ້ນໃນຊ່ວງລະດູຮ້ອນ.

8 ມີນາ ເລື່ອງໃດທີ່ເຈົ້າຢາກຂໍໂທດແມ່ຫຼາຍທີ່ສຸດ

ເຊື່ອວ່າ ຫຼາຍຄົນກໍອາດຈະເຄີຍຫຼົງເຮັດໃຫ້ແມ່ເສຍໃຈບໍ່ວ່າຈະເປັນຄຳເວົ້າ ຫຼື ການກະທຳ ລອງກັບໄປຕັ້ງແຕ່ຕອນທີ່ເຮົາຍັງນ້ອຍ ໄຮ້ດຽງສາ ຈົນຕອນທີ່ເຮົາໃຫຍ່ກ້າໜ້າບານ ວ່າເຮົາເຮັດໂຕດີກັບແມ່ຜູ້ໃຫ້ກຳເນີດເຮົາແລ້ວຫຼືບໍ?  ມືນ້ອຍໆ ທີ່ແມ່ຄ່ອຍເບິ່ງແຍງຖະນຸຖະນອມ ບາງຄົນໃຫຍ່ມາກັບໃຊ້ມືນັ້ນເຮັດສິ່ງບໍ່ໍດີເຮັດໃຫ້ແມ່ເສຍໃຈ.

ບັນດາອາຊີບ ແລະ ທຸລະກິດ ທີ່ສະຫງວນໄວ້ສໍາລັບພົນລະເມືອງລາວ.

ເພື່ອຮັກສາບາງປະເພດທຸລະກິດທີ່ມີຄວາມສໍາຄັນ ແລະ ຈຳເປັນສໍາລັບປະຊາຊົນລາວບັນດາເຜົ່າ ໃນການປະກອບທຸລະກິດ ສ້າງວຽກເຮັດງານທໍາ ສ້າງລາຍໄດ້ໃຫ້ມີຄວາມໝັ້ນຄົງ ແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນ ກະຊວງອຸດສາຫະກຳ ແລະ ການຄ້າ ຈຶ່ງໄດ້ສະຫງວນທຸລະກິດໄວ້ສໍາລັບພົນລະເມືອງລາວ.