Tag: ເມືອງເຟືອງ

ມົນສະເໜ່ເມືອງເຟືອງ

ເມືອງເຟືອງ, ແຂວງ ວຽງຈັນ ເປັນອີກເມືອງໜຶ່ງທີ່ມີທິວທັດສວຍສົດງົດງາມ ເຊິ່ງເຕັມໄປດ້ວຍມົນສະເໜ່ທາງດ້ານທຳມະຊາດແບບທ້ອງຖິ່ນ ແລະ ຖືວ່າເປັນສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຢູ່ຕະຫຼອດ ທັງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ, ເນື່ອງຈາກວ່າ ການເດີນທາງຄ່ອນຂ້າງສະດວກສະບາຍ ໄລຍະທາງກໍບໍ່ໄກຈາກ ນະຄອນຫຼວງ ວຽງຈັນຫຼາຍ. ນອກຈາກນີ້, ເມືອງເຟືອງ ຍັງອ້ອມຮອບໄປດ້ວຍພູຜາປ່າໄມ້ ແລະ ສາຍນ້ຳ ທີ່ອຸດົມສົມບູນ ໃຫ້ຄວາມຮູ້ສຶກສົດຊື່ນ, ສະຫງົບ ກັບທິວທັດທຳມະຊາດອັນສວຍງາມທີ່ເຮັດໃຫ້ຫຼົງໄຫຼ.

“ຜາທໍ່ໜໍ່ຄຳ” ມິ່ງຂວັນຊາວເມືອງເຟືອງ

ຜາທໍ່ໜໍ່ຄຳ ເປັນຜາຫີນປູນທີ່ຕັ້ງສະຫງ່າຢູ່ຈຸດໃຈກາງເມືອງເຟືອງ ແຂວງວຽງຈັນ ສປປລາວ ພູຜາໜ່ວຍນີ້ແມ່ນຕັ້ງໂດດດ່ຽວ ເຊິ່ງມີຮູບຮ່າງເປັນເອກະລັກສະເພາະບົ່ງບອກຮູບຮ່າງສັນຖານຂອງເມືອງເຟືອງ, ປຽບດັ່ງສຽງເພງສາມໝື່ນເມືອງເຟືອງ ທີ່ມີຊື່ສຽງໂດ່ງດັງຢູ່ລາວ ໄດ້ເຮັດໃຫ້ຜາທໍ່ໜໍ່ຄຳ ເປັນມີ່ງຂວັນຂອງເມືອງ.

ເມືອງເຟືອງ ປິດການສັນຈອນຜ່ານຂົວເຫຼັກບ້ານນາທອງຊົ່ວຄາວ 3 ວັນ

ຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງເຟືອງ ໄດ້ໃຫ້ຮູ້ວ່າ: ໃນວັນທີ 14-16 ມັງກອນ 2023 ທາງບໍລິສັດ ເຮືອງສີກໍ່ສ້າງຊົວ-ທາງ ຈຳກັດ ຈະໄດ້ມ້າງໄມ້ຂົວອອກ ແລ້ວເອົາຜແຜ່ນໂຕ່ນມາໃສ່ເພື່ອຮັບປະກັນການສັນຈອນໄປມາ ຊົ່ວຄາວ.

ມອບປຶ້ມ 2.000 ກວ່າເຫຼັ້ມ! ໃຫ້ກັບໂຮງຮຽນບູນປາກງ້ວາ ເມືອງເຟືອງ

ໂຄງການຫ້ອງສະໝຸດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ເປັນອີກໂຄງການໜຶ່ງທີ່ຊ່ວຍໃຫ້ຫຼາຍໆຄົນມີຄວາມຮູ້ຫຼາຍຂຶ້ນ ເຊິ່ງໃນວັນທີ 9 ກັນຍາ 2022 ທີ່ຜ່ານມາ ໄດ້ສ້າງຫ້ອງສະໝ໌ດໃຫ້ແກ່ໂີຮງຮຽນມັດທະຍົມສຶກສາສົມບູນ ບູນປາກງ້ວາ ເມືອງເຟືອງ ແຂວງວຽງຈັນ ແລະ ບໍ່ໄດ້ມີພຽງເທົ່ານັ້ນ ຍັງໄດ້ມອບເອົາປຶ້ມຈໍານວນ 2000 ກວ່າຫົວໃຫ້ຕື່ມອີກ.