ມົນສະເໜ່ເມືອງເຟືອງ

ເມືອງເຟືອງ, ແຂວງ ວຽງຈັນ ເປັນອີກເມືອງໜຶ່ງທີ່ມີທິວທັດສວຍສົດງົດງາມ ເຊິ່ງເຕັມໄປດ້ວຍມົນສະເໜ່ທາງດ້ານທຳມະຊາດແບບທ້ອງຖິ່ນ ແລະ ຖືວ່າເປັນສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຢູ່ຕະຫຼອດ ທັງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ, ເນື່ອງຈາກວ່າ ການເດີນທາງຄ່ອນຂ້າງສະດວກສະບາຍ ໄລຍະທາງກໍບໍ່ໄກຈາກ ນະຄອນຫຼວງ ວຽງຈັນຫຼາຍ. ນອກຈາກນີ້, ເມືອງເຟືອງ ຍັງອ້ອມຮອບໄປດ້ວຍພູຜາປ່າໄມ້ ແລະ ສາຍນ້ຳ ທີ່ອຸດົມສົມບູນ ໃຫ້ຄວາມຮູ້ສຶກສົດຊື່ນ, ສະຫງົບ ກັບທິວທັດທຳມະຊາດອັນສວຍງາມທີ່ເຮັດໃຫ້ຫຼົງໄຫຼ.

ຮູບຈາກ: ເມືອງເຟືອງ ແຂວງວຽງຈັນ meuang feuang เมืองเฟือง 
ຮູບຈາກ: ເມືອງເຟືອງ ແຂວງວຽງຈັນ meuang feuang เมืองเฟือง 
ຮູບຈາກ: ເມືອງເຟືອງ ແຂວງວຽງຈັນ meuang feuang เมืองเฟือง 

ເມືອງເຟືອງຕັ້ງຢູ່ ທາງຕາເວັນຕົກສຽງເໜືອຂອງແຂວງວຽງຈັນ ຂີ່ມາຕາມທາງ ເລກທີ 13 ເໜືອ ຫລື ມາທາງດ່ວນກໍໄດ້ ແລ້ວລ້ຽວຊ້າຍ ບ່ອນ ຂົວຫີນເຫີບ ມີທີ່ພັກໃຫ້ບໍລິການຢູ່ໃນຕົວເມືອງ ແລະ ຕາມແຄມແມ່ນ້ຳ ນະຄອນຫຼວງ ວຽງຈັນ – ເມືອງເຟືອງ ໃຊ້ເວລາເດີນທາງປະມານ 2-3 ຊົ່ວໂມງເທົ່ານັ້ນ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...