ລະຄອນຕຸກກະຕາປະຫຼັດຕື້ ຈຳປາສັກ ກັບມາສະແດງເປັນປົກກະຕິແລ້ວ

ເມື່ອບໍ່ດົນມານີ້ ຂະແໜງ ມໍລະດົກໂລກ ວັດພູຈໍາປາສັກ ແລະ ໂຄງການ CHAMPA ໂດຍອົງການ AFD ໄດ້ໃຫ້ການສະໜັບສະໜູນ ສະມາຄົມລະຄອນຕຸກກະຕາ ປະຫຼັດຕື້ ເພື່ອປັບປຸງອຸປະກອນເຄື່ອງສຽງ ແລະ ອຸປະກອນໃນການສະແດງ, ສຳລັບໂຮງລະຄອນໃໝ່ ແມ່ນກຳລັງດຳເນີນການກໍ່ສ້າງ ຢູ່ດ້ານຫຼັງຂອງສູນຂໍ້ມູນຂ່າວສານຫຼັງໃໝ່.

ປັດຈຸບັນ, ສະມາຄົມລະຄອນຕຸກກະຕາປະຫຼັດຕື້ ເມືອງ ຈຳປາສັກ ໄດ້ເລີ່ມກັບມາເປີດການສະແດງຄືນໃໝ່ແລ້ວ ຫຼັງຈາກທີ່ໄດ້ຢຸດເຊົາສະແດງໄປດົນພໍສົມຄວນຈາກການແຜ່ລະບາດຂອງ ພະຍາດ ໂຄວິດ-19. ສະແດງຄວາມຍິນດີນຳສະມາຄົມທີ່ສາມາດຮັກສາມູນມໍລະດົກທີ່ມີຕົວຕົນນີ້ໄວ້.

ທ່ານໃດທີ່ໄປທ່ຽວເມືອງຈຳປາສັກ ແລ້ວຢາກຮັບຊົມລະຄອນຕຸກກະຕາປະຫຼັດຕື້ກໍໄປຊົມກັນໄດ້ ເພາະການສະແດງມີຂຶ້ນທຸກໆ ວັນອັງຄານ-ພຸດ ແລະ ສຸກ-ເສົາ ທີ່ສວນສາທາລະນະ ເມືອງ ຈຳປາສັກ ເລີ່ມແຕ່ເວລາ 20:15 ໂມງເປັນຕົ້ນໄປ ເພື່ອຊ່ວຍສົ່ງເສີມ ແລະ ສະໜັບສະໜຸນມູນມໍລະດົກນີ້ໄວ້ໃຫ້ລູກຫຼານ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...