ເຈົ້າເຄີຍກິນເຂົ້າຈີ່ ຕັ້ງແຕ່ລາຄາກ້ອນເທົ່າໃດ.

ຍ້ອນກັບໄປໃນສະໄໝທີ່ຍັງບໍ່ມີບໍລິການສົ່ງອາຫານ ມີອາຊີບເກົ່າໆທີ່ເກືອບຈະຖືກລືມໄປແລ້ວ ຕົວຢ່າງເຊັ່ນ ຂີ່ລົດຂາຍເຂົ້າຈີ່ ບາງຄົນກໍຂີ່ລົດຖີບ ຫຼືລົດຈັກ ອ້ອມໄປແຕ່ລະເຂດແລ້ວແບບແກເພື່ອເອີ້ນໃຫ້ຄົນຮູ້ວ່າ ລົດຂາຍເຂົ້າຈີ່ມາແລ້ວ ເຊິ່ງໃຜທີ່ເຄີຍໄດ້ຍິນຈະຮູ້ວ່າ ສຽງເປັນແບບໃດເພາະມີເອກະລັກຢູ່ທີ່ສຽງ ເຊິ່ງແຕກຕ່າງຈາກສຽງ ລໍ້ກະລິ່ງ ຫຼືສຽງລົດກະແລ້ມ.

ອາຊີບເຫຼົ່ານີ້ອາດເບິ່ງຄືວ່າຫຼ້າສະໄໝໄປແລ້ວສຳລັບປັດຈຸບັນ ແຕ່ມີບົດບາດສຳຄັນ ແລະ ເປັນຄວາມຊົງຈຳໃຫ້ກັບຫຼາຍໆຄົນ ເຖິງວ່າໃນປັດຈຸບັນຈະມີໜ້ອຍລົງໄປແລ້ວກໍຕາມ ແຕ່ບາງເຂດກໍຍັງມີໃຫ້ເຫັນໃນບາງຄັ້ງ ແລະອາຊີບເຫຼົ່ານີ້ຍັງເປັນການເຕືອນໃຈທີ່ດີວ່າ ເຮົາພັດທະນາມາໄກປານໃດ ແລະ ມີການປ່ຽນແປງເກີດຂຶ້ນຫຼາຍໜ້ອຍປານໃດເມື່ອເວລາຜ່ານໄປ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...